ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຕົວເລກຜູ້ຕິດເຊື້ອໂຄວິດ-19 ໜ້ອຍລົງແຕ່ບໍ່ຄວນປະໝາດ
ເວລາອອກຂ່າວ: 2022-01-24 12:50:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 372 | ຄວາມນິຍົມ:



ໃນວັນທີ 24 ມັງກອນ 2022 ຢູ່ກະຊວງສາທາລະນະສຸກ, ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ວ່າ: ສຳລັບ ປະເທດຂອງພວກເຮົາ ມື້ນີ້ກໍເປັນອີກມື້ໜຶ່ງ ທີ່ກວດພົບຜູ້ຕິດເຊື້ອໃໝ່ມີທ່າອ່ຽງຫລຸດລົງ ຢູ່ນະຄອນຫລວງວຽງຈັນ ແລະ ຫລາຍແຂວງ ທັງໝົດນີ້ ກໍ່ຍ້ອນມີການຮ່ວມມື ຮ່ວມແຮງຮ່ວມໃຈ ຢ່າງຫ້າວຫັນ ຂອງພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ. ຢ່າງໃດກໍຕາມ ຮຽກຮ້ອງໃຫ້ທຸກຄົນບໍ່ຄວນປະໝາດ ແລະ ມີການປ້ອງກັນຕົວເອງທຸກຄັ້ງ ກ່ອນອອກຈາກເຮືອນ ດ້ວຍການໃສ່ຜ້າອັດປາກ ດັງ ແລະ ໝັ່ນລ້າງມື້. ວັນທີ 23 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງໝົດ 2.336 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອໃໝ່ທັງໝົດ 340 ຄົນ (ຕິດເຊື້ອພາຍໃນ 331 ຄົນ ແລະ ນໍາເຂົ້າ 09 ຄົນ). ເຮັດໃຫ້ຕົວເລກຜູ້ຕິດເຊຶ້ອ ພະຍາດໂຄວີດ 19 ສະສົມແມ່ນ 130.293 ຄົນ, ເສຍຊີວິດສະສົມ 527 ຄົນ (ເສຍຊີວິດເພີ່ມອີກ 01 ຄົນຈາກແຂວງວຽງຈັນ). ສຳລັບລາຍລະອຽດຂອງການຕິດເຊື້ອໃໝ່ມີດັ່ງນີ້: ບໍລິຄຳໄຊ 74 ຄົນ, 2. ນະຄອນຫລວງ 68 ຄົນ, ຊຽງຂວາງ 28 ຄົນ, ວຽງຈັນ 24 ຄົນ, ອັດຕະປື 20 ຄົນ, ຫົວພັນ 17 ຄົນ, ຄຳມ່ວນ 15 ຄົນ, ຜົ້ງສາລີ 14 ຄົນ, ໄຊຍະບູລີ 13 ຄົນ, ເຊກອງ 10 ຄົນ, ສາລະວັນ 9 ຄົນ, ໄຊສົມບູນ 9 ຄົນ, ຈຳປາສັກ 8 ຄົນ, ສະ ຫວັນນະເຂດ 6 ຄົນ, ອຸດົມໄຊ 6 ຄົນ, ບໍ່ແກ້ວ 5 ຄົນ, ຫລວງພະບາງ 3 ຄົນ ແລະ ຫລວງນ້ຳທາ 2 ຄົນ. ສໍາລັບການຕິດເຊື້ອນໍາເຂົ້າມີ 9 ຄົນ ທັງໝົດຈາກ ນະຄອນຫລວງ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ