ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມໃຫຍ່ການເມືອງກອງທັບຕ້ອນຮັບການເຂົ້າອວຍພອນ ຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ
ເວລາອອກຂ່າວ: 2022-01-25 08:54:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 577 | ຄວາມນິຍົມ:



ວັນທີ 24 ມັງກອນ 2022 ນີ້, ທີ່ກະຊວງປ້ອງກັນປະເທດ ສະຫາຍ ພົນຕີ ວໍລະສານ ວິ ລັດດາວົງ ຮອງຫົວໜ້າກົມໃຫຍ່ ການເມືອງກອງທັບ ໄດ້ຕ້ອນຮັບ ສະຫາຍ ພົນຈັດຕະວາ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ ການເມືອງປ້ອງກັນຄວາມສະ ຫງົບ ພ້ອມຄະນະ ເນື່ອງໃນໂອ ກາດວັນສ້າງຕັ້ງກອງທັບ ປະຊາ ຊົນລາວ ຄົບຮອບ 73 ປີ(20/1/ 1949-20/1/2022) ສະຫາຍ ຮອງຫົວໜ້າກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ໄດ້ອວຍ ພອນໃຫ້ພະ ນັກງານ-ນັກຮົບ ໃນ ຂອບເຂດທົ່ວປະເທດ ທີ່ກຳລັງ ປະຕິບັດໜ້າທີ່ວຽກງານກໍຄືຜູ້ທີ່ ກຳລັງພະຍາບານຕົວຢູ່ໃນໂຮງ ໝໍແຫ່ງຕ່າງໆຂໍໃຫ້ທຸກສະຫາຍ ພ້ອມດ້ວຍຄອບຄົວ ຈົ່ງມີສຸຂະ ພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າ ທີ່ວຽກງານທີ່ການຈັດຕັ້ງພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້. ໂອກາດດຽວກັນ, ສະຫາຍ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ ຕາງໜ້າໃຫ້ຄະນະນຳ ກົມໃຫຍ່ກໍຄືນາຍ ແລະ ພົນທະ ຫານສະແດງຄວາມຂອບໃຈຕໍ່ ການນຳກົມໃຫຍ່ການເມືອງປ້ອງ ກັນຄວາມສະຫງົບ ທີ່ຍາມໃດກໍ ມີຄວາມເປັນຫ່ວງເປັນໄຍ, ໃກ້ ຊິດຕິດແທດ, ໃຫ້ການພົວພັນຮ່ວມ ມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕະຫຼອດມາ, ສະເພາະຂົງເຂດ ວຽກງານການເມືອງສອງກຳລັງ ປ້ອງກັນຊາດ ແລະ ປ້ອງກັນ ຄວາມສະຫງົບ ຍາມໃດກໍມີການ ປະສານງານພົວພັນຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະ ຫຼອດມາ ບໍ່ວ່າຈະເປັນດ້ານວຽກ ງານພັກ-ພະນັກງານ, ວຽກງານ ການເມືອງແນວຄິດ ແລະ ວຽກ ງານອື່ນໆທີ່ປີ່ນອ້ອມໜ້າທີ່ການ ເມືອງຂອງສອງກໍາລັງພວກເຮົາ ນັບແໜ້ນແຟ້ນຍິ່ງໆຂຶ້ນ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນມື້ດຽວກັນ ສະຫາຍ ພັນໂທ ວຽງໄຊ ທໍາມະສິດ ຮອງຫົວ ໜ້າຫ້ອງການກົມໃຫຍ່ການ ເມືອງ ປກສ ໄດ້ນໍາເອົາກະຕ່າ ຂອງຂວັນມາອວຍພອນຫ້ອງ ການກົມໃຫຍ່ການເມືອງກອງ ທັບ ເຊິ່ງໃຫ້ການຕ້ອນຮັບຂອງ ສະຫາຍ ພັນເອກ ວັນໄຊ ຄຳພາ ວົງ ຮອງຫົວໜ້າຫ້ອງການກົມ ໃຫຍ່ການເມືອງກອງທັບ ພ້ອມ ຄະນະ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ