ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງນາຍົກລັດຖະມົນຕີ ລົງຢ້ຽມຢາມ ພົບປະໂອ້ລົມ ພະນັກງານ-ນັກຮົບ ຢູ່ກອງພັນໃຫຍ່ 497
ເວລາອອກຂ່າວ: 2022-01-25 08:56:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 440 | ຄວາມນິຍົມ:



ວັນທີ 22 ມັງກອນ 2022 ນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມຄະນະໄດ້ລົງ ເຄື່ອນໄຫວຢ້ຽມຢາມພົບປະ ໂອ້ລົມພະນັກງານ-ນັກຮົບ ຢູ່ ກອງພັນໃຫຍ່ 497 ເນື່ອງໃນ ໂອກາດວັນສ້າງຕັ້ງກອງທັບປະ ຊາຊົນລາວຄົບຮອບ 73 ປີ, ໂດຍ ການຕ້ອນຮັບຈາກຜູ້ຕາງໜ້າ ການນໍາຂອງແຂວງວຽງຈັນ, ມີຄະນະນໍາຈາກກະຊວງປ້ອງ ກັນປະເທດ, ຄະນະພັກ-ຄະນະ ບັນຊາ, ພະນັກງານຫຼັກແຫຼ່ງ ກອງພັນໃຫຍ່ 497 ເຂົ້າຮ່ວມ. ສະຫາຍ ພັນເອກ ຄໍາສຸກ ໄຊ ມວນສິນ ຫົວໜ້າການເມືອງ ກອງພັນໃຫຍ່ 497 ໄດ້ລາຍງານ ໂດຍຫຍໍ້ກ່ຽວກັບສະພາບຈຸດ ພິເສດ, ທີ່ຕັ້ງ, ພາລະບົດບາດ ແລະ ໜ້າທີ່ການເມືອງຂອງກົມ ກອງ, ລວມທັງຜົນງານທີ່ຍາດມາໄດ້ຕະຫຼອດໄລຍະຜ່ານມາ ເພື່ອຕອບສະໜອງກັບຄວາມ ຮຽກຮ້ອງຕ້ອງການຂອງໜ້າ ທີ່ການເມືອງໃນໄລຍະໃໝ່ ໃນການປັບປຸງກໍ່ສ້າງກຳລັງ ປະກອບອາວຸດໃຫ້ເຕີບໃຫຍ່ ເຂັ້ມແຂງເປັນກ້າວໆນັ້ນ, ກອງ ພັນໃຫຍ່ 497 ພວກເຮົາ ມີພາ ລະບົດບາດເປັນເສນາທິການໃຫ້ ແກ່ກະຊວງປ້ອງກັນປະເທດ ລົງ ກໍ່ສ້າງຮາກຖານການເມືອງ ພັດ ທະນາ​ຊົນນະບົດ​ຮອບດ້ານ ປະຕິ ບັດ 3 ສ້າງ, 4 ເນື້ອໃນ, 4 ຄາດ ໝາຍ, ກຽມພ້ອມສູ້ຮົບເຄື່ອນ ໄຫວສູ້ຮົບ, ແກ້ໄຂເຂດເກາະຫ້ອຍ ພ້ອມທັງເຮັດໜ້າທີ່ການເມືອງ ໃຫ້ສະພາບມີຄວາມສະຫງົບ. ໂອກາດນີ້, ສະຫາຍຮອງນາ ຍົກລັດຖະມົນຕີ, ໄດ້ຕີລາຄາສູງ ຕໍ່ຜົນສໍາເລັດຫຼາຍດ້ານທີ່ກອງ ພັນໃຫຍ່ຍາດມາໄດ້ຕະຫຼອດ ໄລຍະຜ່ານມາ ພ້ອມທັງຮຽກ ຮ້ອງໃຫ້ຄະນະພັກ-ຄະນະບັນ ຊາແຕ່ລະຂັ້ນຕະຫຼອດຮອດພະ ນັກງານ-ນັກຮົບທົ່ວກອງພັນ ໃຫຍ່ 497 ສືບຕໍ່ຮັບປະກັນສະ ຖຽນລະພາບທາງດ້ານການ ເມືອງ, ເປັນຫຼັກແຫຼ່ງໃນການຈັດ ຕັ້ງປະຕິບັດວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ຫັນເອົາ ກຳລັງລົງກໍ່ສ້າງຮາກຖານການ ເມືອງພັດທະນາຊົນນະ ບົດຮອບ ດ້ານຕິດພັນກັບການສ້າງບ້ານ ແລະ ກຸ່ມບ້ານພັດທະນາ, ໄປ ພ້ອມກັນນີ້ກໍຕ້ອງເອົາໃຈໃສ່ປັບ ປຸງແບບແຜນວິທີເຮັດວຽກຂອງ ຄະນະພັກ-ຄະນະບັນຊາແຕ່ລະ ຂັ້ນ ໃຫ້ສອດຄ່ອງ, ເປັນເຈົ້າການ ເຮັດວຽກງານສຶກສາອົບຮົມ ການເມືອງ-ນໍາພາແນວຄິດໃຫ້ ພະນັກງານ-ນັກຮົບມີຄຸນທາດ ການເມືອງໜັກແໜ້ນ, ມີຄຸນ ສົມບັດສິນທໍາປະຕິວັດ, ສືບຕໍ່ ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມ ເຂັ້ມແຂງໜັກແໜ້ນ ເຮັດໃຫ້ກຳ ລັງຫຼວງກາຍເປັນກຳລັງຫຼັກ ແຫຼ່ງຂອງກອງທັບເຮົາ, ສຸມໃສ່ ສ້າງພະລາທິການກັບທີ່ເພື່ອ ຮັບປະກັນກຸ້ມຕົນເອງ, ເພິ່ງຕົນ ເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ. ໃນໂອກາດທີ່ ສະ ຫາຍ ຮອງນາຍົກລັດຖະມົນຕີ ລົງເຄື່ອນໄຫວຢ້ຽມ ຢາມຄັ້ງນີ້ ກໍໄດ້ມອບວັດຖຸປັດໄຈຈໍານວນ ໜຶ່ງໃຫ້ກອງພັນໃຫຍ່ 497 ເພື່ອ ປະກອບສ່ວນເຂົ້າໃນການປັບປຸງ ກໍ່ສ້າງກົມກອງ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ