ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງປະທານປະເທດ ເນັ້ນໃຫ້ກອງພົນທີ 1 ເປັນເຈົ້າການປົກປັກຮັກສາ ທ້ອງຖິ່ນໃຫ້ມີຄວາມສະຫງົບ ຕິດພັນກັບວຽກງານ 3 ສ້າງຂອງພັກຢ່າງແຂງແຮງ
ເວລາອອກຂ່າວ: 2022-01-25 08:57:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 669 | ຄວາມນິຍົມ:



ໃນວັນທີ 24 ມັງກອນ 2022 ນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ລົງຢ້ຽມ ຢາມ ແລະ ພົບປະໂອ້ລົມພະນັກ ງານຫຼັກແຫຼ່ງຢູ່ກອງພົນທີ 1 ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນ ລາວຄົບຮອບ 73 ປີ, ມີຄະນະນໍາກະຊວງປ້ອງ ກັນປະເທດ, ການນໍາແຂວງ ວຽງຈັນ, ຄະນະພັກ-ຄະນະ ບັນຊາ, ພະນັກງານຫຼັກແຫຼ່ງກອງພົນທີ 1 ໃຫ້ການຕ້ອນຮັບ. ສະຫາຍ ພັນເອກ ວົງຈັນ ພັນຈັນທະມານ ຫົວໜ້າການ ເມືອງກອງພົນທີ 1 ໄດ້ລາຍ ງານໂດຍຫຍໍ້ກ່ຽວກັບການ ເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານຕາມພາລະບົດບາດ ໜ້າທີ່ການເມືອງຂອງກົມກອງ ເຊິ່ງໃນຕະຫຼອດໄລຍະທີ່ຜ່ານ ມາຄະນະພັກ-ຄະນະບັນຊາ ກອງພົນ ໄດ້ສຸມໃສ່ການນຳ ພາປັບປຸງກໍ່ສ້າງກຳລັງ-ກໍ່ສ້າງ ກົມກອງ ໂດຍປິ່ນອ້ອມ 4 ໜ້າທີ່ ໃຫຍ່ 26 ແຜນງານທີ່ຄະນະພັກ ກະຊວງປ້ອງກັນປະເທດວາງ ອອກ, ຈັດຕັ້ງກໍາລັງລົງກໍ່ສ້າງ ຮາກຖານການເມືອງ ແລະ ສ້າງ ທ່າສະໜາມສົງຄາມປະຊາຊົນ ໂດຍສຸມໃສ່ຂອບເຂດກົມກອງ ຕັ້ງ ທັບຢູ່ ເຮັດໜ້າທີ່ປ້ອງກັນຊາດ- ປ້ອງກັນຄວາມສະຫງົບຢ່າງ ກວ້າງຂວາງ ສາມາດຮັບປະກັນ ເຮັດໃຫ້ຂອບເຂດຮັບຜິດຊອບ ມີຄວາມສະຫງົບປອດໄພ 100% ໄປຄຽງຄູ່ກັນນັ້ນຍັງໄດ້ເອົາໃຈ ໃສ່ສຶກສາອົບຮົມການເມືອງນໍາ ພາແນວຄິດໃຫ້ພະນັກງານ-ນັກ ຮົບໃນທົ່ວກົມກອງ ມີຄຸນທາດ ການເມືອງໜັກແໜ້ນ, ຮັບຮູ້ເຊື່ອມ ຊຶມບັນດາແນວທາງນະໂຍບາຍ ຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດ 7 ລະບອບ 18 ວຽກ ຂອງກອງທັບວາງອອກ, ສຸມ ໃສ່ວຽກງານອົບຮົມ-ຫັດແອບ ປະຈໍາປີ ເພື່ອປັບປຸງລະບຽບ ແບບແຜນເຝິກຝົນກໍາລັງແຮງ ກາຍຂອງນາຍ ແລະ ພົນທະຫານ ໃຫ້ມີຄວາມຊຳນິຊຳນານ, ຄ່ອງ ແຄ້ວ ໃນການເຄື່ອນໄຫວປະຕິ ບັດໜ້າທີ່ວຽກງານຂອງຕົນ ໄດ້ ຍົກສູງນໍ້າໃຈເພິ່ງຕົນເອງກຸ້ມຕົນ ເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ໂດຍຂຸດຄົ້ນແຫຼ່ງທ່າແຮງບົ່ມຊ້ອນຂອງກົມກອງທີ່ມີຢູ່ເຂົ້າໃນການເພີ່ມພູມຜະລິດ ຜົນປູກຝັງ-ລ້ຽງສັດ ເຮັດໃຫ້ຊີວິດ ການເປັນຢູ່ຂອງພະນັກງານ- ນັກ ຮົບໃຫ້ດີຂຶ້ນເທື່ອລະກ້າວ ແລະ ສາ ມາດເຮັດສໍາເລັດໜ້າທີ່ວຽກງານ ຕາມການມອບໝາຍຂອງຂັ້ນ ເທິງຢ່າງມີຜົນສໍາເລັດອັນຈົບ ງາມ. ໂອກາດດັ່ງກ່າວ, ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ໂອ້ລົມ ຫຼາຍບັນຫາທີ່ສຳຄັນ ພ້ອມທັງ ເນັ້ນໜັກໃຫ້ຄະນະພັກ-ຄະນະ ບັນຊາ, ພະນັກງານ-ນັກຮົບ ທົ່ວ ກອງພົນ ຈົ່ງພ້ອມກັນເຊີດຊູສະ ຕິລະວັງຕົວ, ປົກປັກຮັກສາແນວ ທາງນະໂຍບາຍຂອງພັກ-ລັດ, ໝາກຜົນຂອງການປະຕິວັດ, ປົກ ປັກຮັກສາລະບອບໃໝ່ ປະຊາທິ ປະໄຕປະຊາຊົນໄວ້ໃຫ້ໝັ້ນຄົງ. ສືບຕໍ່ກໍ່ສ້າງ ແລະ ປັບປຸງຕາໜ່າງ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບທົ່ວປວງຊົນຮອບດ້ານ ຢູ່ຮາກຖານໃຫ້ທົ່ວເຖິງ, ຍົກສູງ ສະຕິເປັນເຈົ້າໃນການປົກປັກຮັກ ສາທ້ອງຖິ່ນ, ຕ້ານປະກົດການ ຫຍໍ້ທໍ້ຕ່າງໆໃຫ້ທັນການ, ເພີ່ມ ທະວີເຮັດວຽກງານກໍ່ສ້າງຮາກ ຖານການເມືອງຕິດພັນກັບການ ພັດທະນາຊົນນະບົດຮອບດ້ານ ຕາມທິດ 3 ສ້າງ, ກົມກອງຕັ້ງ ທັບຢູ່ບ່ອນໃດຕ້ອງມີໜ້າທີ່ເຮັດ ວຽກງານກໍ່ສ້າງຮາກຖານຢູ່ ບ່ອນນັ້ນໃຫ້ດີ, ຕັ້ງໜ້າປັບປຸງລະ ບົບການເມືອງຢູ່ຂັ້ນຮາກຖານ ບ້ານ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນເຂົ້າຮ່ວມ ໃນການປົກປັກຮັກສາ ແລະ ພັດ ທະນາທ້ອງຖິ່ນ, ຕັ້ງໜ້າໂຄສະນາ ປຸກລະດົມຂົນຂວາຍປະຊາຊົນ ໃຫ້ມີຄວາມສາມັກຄີ ແລະ ປະຕິ ບັດໜ້າທີ່ປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບຢູ່ຮາກຖານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະ ຫຍາຍມູນເຊື້ອອັນດີງາມຂອງ ກອງທັບ, ຕັ້ງໜ້າປັບປຸງກໍ່ສ້າງ ກອງທັບໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ໃນທຸກດ້ານກ້າວຂຶ້ນ ກາຍເປັນກອງທັບປະຕິວັດທີ່ມີ ລະບຽບແບບແຜນທັນສະໄໜ ຢ່າງບໍ່ຢຸດຢັ້ງ. ໃນໂອກາດລົງ ເຄື່ອນໄຫວຢ້ຽມຢາມ ແລະ ພົບ ປະໂອ້ລົມພະນັກງານ-ຫຼັກແຫຼ່ງ ກອງພົນທີ 1 ຄັ້ງນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ຍັງໄດ້ເຂົ້າ ຊົມຫໍມູນເຊື້ອ, ກົມກອງວັດທະນະ ທໍາຂອງກອງພົນທີ 1 ພ້ອມທັງ ມອບວັດຖຸປັດໄຈ ແລະ ເຄື່ອງອຸ ປະໂພກ-ບໍລິໂພກຈໍານວນໜຶ່ງ ໃຫ້ກົມກອງ ເພື່ອເປັນການຊຸກຍູ້ກໍາລັງແຮງໃຈໃຫ້ພະນັກງານ- ນັກຮົບ ເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ມີຜົນສໍາເລັດອັນໃໝ່ໃຫຍ່ຫຼວງ ກວ່າເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ