ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງການທີ່ປຶກສາທູດປ້ອງກັນຊາດລາວ ປະຈຳ ສສ ຫວຽດນາມ ຮັບການມາອວຍພອນໃນໂອກາດວັນສ້າງຕັ້ງກອງທັບ
ເວລາອອກຂ່າວ: 2022-01-25 09:16:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1838 | ຄວາມນິຍົມ:



ເນື່ອງໃນໂອກາດວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 73 ປີ(20 ມັງກອນ 1949- 20 ມັງກອນ 2022), ໃນວັນທີ 19 ທັນວາ 2021 ຜ່ານມາ, ທີ່ ສະຖານເອກອັກຄັກລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດ ນາມ, ສະຫາຍ ພັນເອກ ວົງໄຊ ອິນທະຄຳ ທີ່ປຶກສາປ້ອງ ກັນ ຊາດລາວ ປະຈຳ ຫວຽດນາມ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າ ອວຍພອນຂອງບັນດາແຂກເປັນ ຕົ້ນແມ່ນ ຄະນະອະດີດທະຫານອາ ສາສະໝັກ ແລະ ຊ່ຽວຊານການ ທະຫານ ຫວຽດນາມ ທີ່ເຄີຍຊ່ວຍ ເຫຼືອລາວ ກໍຄືບັນດາພາກສ່ວນ ຕ່າງໆທີ່ກ່ຽວຂ້ອງ. ການເຂົ້າອວຍພອນໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນ ສອງຊາດ ລາວ- ຫວຽດນາມ ຢ່າງສະເໝີຕົ້ນສະ ເໝີປາຍ ພ້ອມທັງເປັນການລະ ດົມໃຫ້ກຳລັງໃຈແກ່ພະນັກງານ ພາຍໃນຫ້ອງການທີ່ປຶກສາປ້ອງ ກັນຊາດລາວ ໃນການປະຕິບັດ ໜ້າທີ່ຂອງຕົນ ຢູ່ ສສ ຫວຽດນາມ. ສະຫາຍ ພັນເອກ ວົງໄຊ ອິນ ທະຄໍາ ໄດ້ຕີລາຄາສູງ, ສະແດງ ຄວາມຮູ້ບຸນຄຸນ ແລະ ຂອບໃຈ ຢ່າງຈິງໃຈມາຍັງຄະນະ ແລະ ແຂກທີ່ເຂົ້າມາອວຍພອນໃນໂອ ກາດວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 73 ປີ ໃນຄັ້ງ ນີ້ ພ້ອມນັ້ນຍັງໄດ້ສະແດງໃຫ້ເຫັນ ເຖິງສາຍສໍາພັນການຮ່ວມມືແບບ ພິເສດຂອງປະຊົນທັງສອງຊາດ ເວົ້າລວມ, ເວົ້າສະເພາະແມ່ນສອງ ກອງທັບ ລາວ-ຫວຽດນາມທີ່ ໄດ້ຮ່ວມຂຸມຄອງສູ້ຮົບຕ້ານການ ຮຸກຮ້ານຈົນຢາດໄດ້ໄຊຊະນະອັນ ສະຫງ່າງາມມາສູປະຊາຊົນທັງ ສອງຊາດຢ່າງແທ້ຈິງ. ໂດຍ: ທະວີເດດ ສະແຫວງວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ