ສານປະຊາຊົນສູງສຸດ ມອບເຄື່ອງອຸປະກອນກີລາ ໃຫ້ສານທະຫານພາກເໜືອ
ເວລາອອກຂ່າວ: 2022-01-26 08:40:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 404 | ຄວາມນິຍົມ:
ວັນທີ 24 ມັງກອນ 2022
ນີ້, ທ່ານ ນາງ ຈັນສຸກ ຝັ້ນດີສະຫວັດ ປະທານສານປະຊາຊົນພາກ ເໜືອ ພ້ອມຄະນະ ໄດ້ຕາງໜ້າ ໃຫ້ສານປະຊາຊົນສູງສຸດ ນໍາ
ເອົາກະຕ່າຂອງຂວັນ ແລະ ເຄື່ອງ ກີລາ 26 ຊຸດ, ເຄື່ອງຊຸດວອມ 15
ຊຸດ, ບານເຕະ 3 ໜ່ວຍ, ກະຕໍ້ 2
ໜ່ວຍ, ຕານ່າງ 2 ດາງ ແລະ ຮູບພາບທີ່ລະນຶກຂອງສານປະຊາ
ຊົນສູງສຸດ 1 ພາບ ມາມອບໃຫ້ແກ່ ສານທະຫານພາກເໜືອ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະ
ຊາຊົນລາວ ຄົບຮອບ 73 ປີ ໂດຍ
ການກ່າວຮັບຂອງ ທ່ານ ພັນໂທ ໄຊຍະພອນ ພິຈິດ ຮອງປະທານ ສານທະຫານພາກເໜືອ ພ້ອມ ດ້ວຍຄະນະ.
ທ່ານ ນາງ ຈັນສຸກ ຝັ້ນດີສະ ຫວັດ ໄດ້ກ່າວອວຍພອນໄຊໃຫ້ ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ທົ່ວສານທະຫານ ພາກເໜືອ ກໍຄື ນາຍ ແລະ ພົນ ທະຫານໃນຂອບເຂດທົ່ວປະເທດ
ຈົ່ງມີສຸຂະພາບແຂງແຮງ, ມີ
ຄວາມຜາສຸກ ແລະ ມີຜົນສໍາເລັດ ໃນໜ້າທີ່ວຽກງານທີ່ພັກ-ລັດ ມອບໝາຍໃຫ້. ໂອກາດນີ້ ທ່ານ
ພັນໂທ ໄຊຍະພອນ ພິຈິດ ຕາງ
ໜ້າໃຫ້ພະນັກງານ-ນັກຮົບສານ ທະຫານພາກເໜືອ ກ່າວສະແດງ ຄວາມຂອບໃຈມາຍັງສານປະຊາ
ຊົນສູງສຸດ ແລະ ສານປະຊາຊົນ ພາກເໜືອ ເຊິ່ງເວລາໃດກໍມີຄວາມ
ເປັນຫ່ວງເປັນໃຍ, ໃກ້ຊິດຕິດແທດ
ໃຫ້ການພົວພັນຮ່ວມມື ແລະ
ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕະ
ຫຼອດມາ ພ້ອມທັງຢືນຢັນວ່າຈະນໍາໃຊ້ເຄື່ອງດັ່ງກ່າວໃນຂະບວນການລວມຂອງກົມກອງໃຫ້ເກີດປະໂຫຍດສູງສຸດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ