ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຈົ້າແຂວງໄຊສົມບູນ ເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມພະນັກງານ-ນັກຮົບກອງພັນໃຫຍ່ 584
ເວລາອອກຂ່າວ: 2022-01-26 08:41:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 591 | ຄວາມນິຍົມ:



ໃນວັນທີ 19 ມັງກອນ ນີ້, ສະຫາຍ ພົນຕີ ຄໍາລຽງ ອຸທະໄກ ສອນ ເຈົ້າແຂວງແຂວງໄຊສົມບູນ ພ້ອມຄະນະໄດ້ລົງເຄື່ອນໄຫວ ຢ້ຽມຍາມ ແລະ ພົບປະໂອ້ລົມ ພະນັກງານ-ນັກຮົບກອງພັນໃຫຍ່ 584 ເນື່ອງໃນໂອກາດວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 73 ປີ. ສະຫາຍ ພັນເອກ ບຸນຕາ ສິນ ນະວົງ ຫົວໜ້າການເມືອງກອງ ພັນໃຫຍ່ 584 ໄດ້ລາຍງານສະ ພາບການເຄື່ອນໄຫວປະຕິບັດໜ້າ ທີ່ຂອງກົມກອງທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະ ພັກກະຊວງປ້ອງກັນປະເທດ ວາງອອກ ໂດຍສະເພາະຂົງເຂດ ວຽກງານເຮັດໃຫ້ສະພາບມີ ຄວາມສະຫງົບ ໂດຍໄດ້ສົມທົບກັບ ກົມກອງເພື່ອນ, ອໍານາດການປົກ ຄອງຫັນລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະ ບົດຮອບດ້ານຕິດພັນກັບວຽກ ງານ 3 ສ້າງທີ່ພັກວາງອອກ, ເອົາໃຈໃສ່ປັບປຸງກໍ່ສ້າງກໍາລັງ ໃຫ້ໜັກແໜ້ນເຂັ້ມແຂງ, ຍູ້ແຮງຂະບວນການພັດທະນາກົມກອງດ້ວຍການເສີມຂະຫຍາຍມູນເຊື້ອ ດຸໝັ່ນຂະຫຍັນພຽນບົນຈິດໃຈ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ ອັນໄດ້ເຮັດໃຫ້ຊີວິດການ ເປັນຢູ່ຂອງພະນັກງານ-ນັກຮົບ ນັບມື້ດີຂຶ້ນ. ໂອກາດນີ້, ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ໄດ້ມີຄໍາ ເຫັນໂອ້ລົມ ເຊິ່ງສະຫາຍໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ງານທີ່ກົມກອງຍາດມາໄດ້ໃນ ໄລຍະຜ່ານມາ ພ້ອມທັງເນັ້ນໜັກ ໃຫ້ຄະນະພັກ-ຄະນະບັນຊາແຕ່ ລະຂັ້ນເອົາໃຈໃສ່ເຮັດວຽກງານ ສຶກສາອົບຮົມການເມືອງ-ນໍາ ແນວຄິດເປັນປົກກະຕິ ແລະ ແຂງ ແຮງ, ມີຊີວິດຊີວາ, ຍົກສູງສະຕິ ຄວາມຮັບຜິດຊອບໃນການປະ ຕິບັດໜ້າທີ່ການເມືອງຂອງຕົນ ບົນຈິດໃຈຕ້ອງເພີ່ມທະວີຄວາມ ສາມັກຄີເປັນເອກະພາບພາຍ ໃນໃຫ້ແໜ້ນແຟ້ນ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ; ເປັນເຈົ້າການຮຽນການເມືອງ, ຫັດແອບການທະຫານໃຫ້ຊໍາ ນານ ດ້ານສິລະປະຍຸດ-ຍຸດທະວິທີ ແລະ ກໍາແໜ້ນສະພາບການເພື່ອ ສະກັ້ນ ແລະ ແກ້ໄຂໜໍ່ແໜງທີ່ພາ ໃຫ້ເກີດສະພາບບໍ່ສະຫງົບ ແນໃສ່ ເຮັດໃຫ້ຂອບເຂດກົມກອງຮັບ ຜິດຊອບກໍຄືທົ່ວແຂວງໄຊສົມບູນ ມີຄວາມສະຫງົບປອດໄພ. ໂອກາດເຄື່ອນໄຫວດັ່ງກ່າວ, ທ່ານເຈົ້າແຂວງແຂວງໄຊສົມ ໄດ້ ມອບເງິນ ຈໍານວນ 10.000.000 ກີບ ແລະ ເຄື່ອງອຸປະໂພກ-ບໍລິ ໂພກ ຈໍານວນໜຶ່ງໃຫ້ກອງພັນ ໃຫຍ່ 584. ໂດຍ: ນາງ ດວງມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ