ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສປ ຈີນ ມອບວັກຊີນຕ້ານພະຍາດໂຄວິດໃຫ້ ສປປ ລາວ 2 ລ້ານໂດສ
ເວລາອອກຂ່າວ: 2022-01-26 08:44:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 690 | ຄວາມນິຍົມ:



ວັກຊີນປ້ອງກັນພະຍາດ ໂຄວິດ-19 ຈໍານວນ 2 ລ້ານໂດສ ຈາກ ລັດຖະບານ ສປ ຈີນ ໄດ້ມາ ຮອດປະເທດລາວ ໃນຕອນເຊົ້າ ຂອງວັນທີ 25 ມັງກອນ 2022 ນີ້, ເຊິ່ງເປັນຄັ້ງທີ 8 ທີ່ລັດຖະ ບານ ສປ ຈີນ ໄດ້ໃຫ້ການຊ່ວຍເຫຼືອວັກຊີນປ້ອງກັນພະຍາດໂຄວິດ-19 ແກ່ ລັດຖະບານ ສປປ ລາວ ແລະ ເປັນຄັ້ງທໍາອິດຂອງ ປີ 2022 ໂດຍມີ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະ ຈຳ ສປປ ລາວ ພ້ອມດ້ວຍພາກ ສ່ວນທີ່ກ່ຽວຂ້ອງຂອງສອງປະ ເທດລາວ-ຈີນ ຮ່ວມກັນຕ້ອນຮັບຢູ່ ທີ່ສະໜາມບິນສາກົນວັດໄຕ ນະ ຄອນຫຼວງວຽງຈັນ. ທ່ານ ພັນຄໍາ ວິພາວັນ ຕາງ ໜ້າໃຫ້ແກ່ ພັກ, ລັດ ແລະ ປະຊາ ຊົນລາວ ສະແດງຄວາມຂອບໃຈ ຢ່າງຈິງໃຈຕໍ່ພັກກອມມູນິດຈີນ, ລັດຖະບານຈີນ ກໍຄືປະຊາຊົນຈີນ ອ້າຍນ້ອງຕໍ່ກັບການຊ່ວຍເຫຼືອ ອັນລໍ້າຄ່ານີ້ ບົນຈິດໃຈທີ່ເປັນຄູ່ ຮ່ວມຊາຕາກຳລາວ-ຈີນ ຢ່າງ ແທ້ຈິງ, ພ້ອມທັງຕີລາຄາສູງຕໍ່ ວັກຊີນປ້ອງກັນພະຍາດໂຄວິດ- 19 ຂອງຈີນ ແລະ ສປປ ລາວ ສາມາດຄວບຄຸມ ແລະ ປ້ອງກັນ ພະຍາດໄດ້ຢ່າງສໍາເລັດຜົນນັ້ນ ກໍ່ຍ້ອນມີການຮ່ວມມື ແລະ ການ ຊ່ວຍເຫຼືອອັນສໍາຄັນຂອງລັດ ຖະບານ ກໍຄືປະຊາຊົນຈີນ ໂດຍ ລັດຖະບານລາວ ໄດ້ວາງແຜນ ສັກຢາວັກຊີນໃຫ້ຄົນລາວ ແລະ ຄົນຕ່າງປະເທດ ທີ່ໄດ້ດໍາລົງຊີ ວິດຢູ່ປະເທດລາວ ໃນປີ 2021 ແມ່ນປະຕິບັດໄດ້ເກີນ 50% ແລະ ສໍາລັບ ປີ 2022 ນີ້, ໄດ້ວາງ ເປົ້າ ໃນການສັກວັກຊີນໃຫ້ໄດ້ເກີນ 80% ຂອງພົນລະເມືອງລາວທັງ ໝົດ. ຂ້າພະເຈົ້າເຊື່ອໝັ້ນວ່າຈະ ໄດ້ຮັບການສະໜັບສະໜູນຕື່ມ ອີກໃນຕໍ່ຫນ້າ. ທ່ານ ຈ່ຽງຈ້າຍຕົ່ງ ໄດ້ກ່າວ ວ່າ: ໃນມື້ນີ້ທາງລັດຖະບານຈີນ ໄດ້ມອບວັກຊີນຊຸດທີ 8 ໃຫ້ແກ່ ສປປ ລາວ ເຊິ່ງມີຈຳນວນ 2.000.000 ໂດສ. ໃນນັ້ນ ມີ 1.500.000ໂດສ ແມ່ນມອບ ທີ່ນະຄອນຫຼວງວຽງຈັນ ແລະ ອີກ 500.000 ໂດສແມ່ນແຂວງ ຢູນນານມອບໃຫ້ແຂວງພາກ ເໜືອຂອງລາວ ທີ່ມີຊາຍແດນ ຕິດກັບ ສປ ຈີນ ເພື່ອຊ່ວຍປະເທດ ລາວບັນລຸເປົ້າໝາຍສັກວັກຊີນ ໃຫ້ສູງກວ່າເກົ່າ ແລະ ສືບຕໍ່ຮ່ວມ ມືກັນ ເພື່ອປ້ອງກັນພະຍາດໂຄ ວິດ-19, ຟື້ນຟູການພັດທະນາ ເສດຖະກິດ-ສັງຄົມຮ່ວມກັນ ແລະ ເສີມສ້າງຄູ່ຮ່ວມຊາຕາກຳລາວ-ຈີນຮ່ວມກັນ. ພ້ອມກັນນັ້ນ ຝ່າຍຈີນກໍຍິນດີສືບຕໍ່ຮ່ວມມືກັບຝ່າຍລາວ ເພື່ອເພີ່ມທະວີບັນດາມາດຕະການກ່ຽວກັບການກວດເຊື້ອ, ຮັບປະກັນມີຖ້ຽວບິນຢ່າງປົກ ກະຕິ, ຄວບຄຸມຄ່າປີ້ຍົນ ເພື່ອອຳ ນວຍຄວາມສະດວກໃນການ ໄປມາຫາສູ່ກັນ ພ້ອມທັງປ້ອງກັນ ສຸຂະພາບ ແລະ ຄວາມປອດໄພ ຂອງທັງສອງຝ່າຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ