ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫຼາຍພາກສ່ວນເຂົ້າອວຍພອນເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ
ເວລາອອກຂ່າວ: 2022-01-26 08:56:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 806 | ຄວາມນິຍົມ:



ໃນລະຫວ່າງວັນທີ 18-21 ມັງກອນ 2022 ນີ້, ມີຫຼາຍກົມ ກອງໄດ້ຕ້ອນຮັບການເຂົ້າອວຍ ພອນ ຈາກອໍານາດການປົກຄອງ ທ້ອງຖິ່ນ ແລະ ກົມກອງເພື່ອນໃນ ນີ້:ຢູ່ທີ່ໂຮງໝໍສູນກາງ 103 ກອງ ທັບໄດ້ຕ້ອນຮັບຄະນະການນຳ ເມືອງສີສັດຕະນາກ, ສະຫະພັນ ນັກຮົບເກົ່າເມືອງ, ຄະນະອຳນວຍ ການບໍລິສັດໃສສະອາດການຢາ, ຄະນະແພດຊ່ຽວຊານ ສປຈີນ, ຄະ ນະອຳນວຍການໂຮງໝໍ 5 ເມ ສາ (ປກສ); ຢູ່ ໂຮງງານປະສານ ເຫຼົ່າຫຼວງພະບາງ ໄດ້ຕ້ອນຮັບ ຄະນະຈາກ ສະຖາບັນພັດທະນາ ອາຊິວະສືກສາ ແລະ ກີລາ; ຢູ່ໂຮງ ໝໍ ບໍລິເວນ 107 ກອງທັບ ໄດ້ຕ້ອນ ຮັບຄະນະການນໍາແຂວງ ແລະ ຄະນະພັກກອງບັນຊາການທະ ຫານແຂວງຫຼວງພະບາງ; ຢູ່ກົມ ຊ່າງແສງ ກົມໃຫຍ່ເສນາທິການ ກອງທັບ ໄດ້ຕ້ອນຮັບຄະນະພັກ- ຄະນະບັນຊາກອງພັນ 579 ແລະ ຢູ່ກອງຮ້ອຍ 16 ທະຫານ ແຂວງ ອຸດົມໄຊ ໄດ້ຕ້ອນຮັບຄະນະ ຈາກສະຖາບັນການເງິນຈຸລະ ພາກສາຂາແຂວງອຸດົມໄຊ ເຊັ່ນ ດຽວກັນ. ການເຂົ້າອວຍພອນໃນ ຄັ້ງນີ້ ແມ່ນເຫັນໄດ້ຄວາມສໍາຄັນວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ (20 ມັງກອນ 1949-20 ມັງກອນ 2022) ພ້ອມ ທັງອວຍພອນຄະນະພັກ-ຄະ ນະ ບັນຊາຜ່ານໄປຍັງພະນັກງານ-ນັກຮົບ, ແພດໝໍທີ່ກຳລັງປະຕິບັດ ໜ້າທີ່ວຽກງານອັນມີກຽດຂອງ ຕົນ ຂໍໃຫ້ທຸກສະຫາຍພ້ອມດ້ວຍ ຄອບຄົວ ຈົ່ງມີສຸຂະພາບແຂງ ແຮງ, ມີຄວາມຜາສຸກ ແລະ ປະ ສົບຜົນສຳເລັດໃນໜ້າທີ່ວຽກ ງານ ທີ່ການຈັດຕັ້ງພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້. ແຕ່ລະ ບ່ອນໄດ້ກ່າວສະແດງຄວາມ ຂອບໃຈຕໍ່ອໍານາດການປົກຄອງ ທ້ອງຖິ່ນ ແລະ ກົມກອງຕ່າງໆ ທີ່ ມາອວຍພອນໃນຄັ້ງນີ້: ຍາມໃດ ກໍໃຫ້ຄວາມສຳຄັນ, ເປັນຫ່ວງ ເປັນໃຍ, ໃກ້ຊິດຕິດແທດ, ໃຫ້ການ ພົວພັນຮ່ວມມື ແລະ ຊ່ວຍເຫຼືອເຊິ່ງ ກັນ ແລະ ກັນ ຕະຫຼອດມາ, ກຳລັງ ປ້ອງກັນຊາດ ແລະ ອໍານາດການ ປົກຄອງທຸກຂັ້ນ ທຸກພາກສ່ວນ ແມ່ນເຮັດໜ້າທີ່ການເມືອງອັນ ດຽວກັນ ຍິ່ງມີຄວາມຈໍາເປັນຕ້ອງ ເພີ່ມທະວີປະສານງານພົວພັນ ຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃຫ້ແໜ້ນແຟ້ນຍິ່ງໆ ຂຶ້ນ ເພື່ອຮັບປະກັນເຮັດໃຫ້ປະເທດ ຊາດມີຄວາມໝັ້ນຄົງ, ປະຊາຊົນ ມີຄວາມຜາສຸກ ແລະ ຮັກສາໄດ້ ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ