ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງບັນຊາການທະຫານແຂວງສາລະວັນ ປະກາດການເລື່ອນຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2022-01-26 08:57:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 674 | ຄວາມນິຍົມ:



ໃນວັນທີ 20 ມັງກອນ 2022 ນີ້, ກອງບັນຊາການທະຫານ ແຂວງສາລະວັນ ໄດ້ປະກາດການ ເລື່ອນຊັ້ນໃຫ້ນາຍທະຫານ ໂດຍ ການເປັນປະທານຂອງ ສະຫາຍ ພັນເອກ ພູວັນ ພິມມະຈັນ ຫົວ ໜ້າການເມືອງ ກອງບັນຊາການ ທະຫານແຂວງສາລະວັນ, ມີຄະ ນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ບັນດາກົມກອງ-ເມືອງ ໜ່ວຍງານທີ່ຂຶ້ນກັບ ຕະຫຼອດ ຮອດບັນດານາຍທະຫານທີ່ ໄດ້ ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ. ສະຫາຍ ພັນໂທ ສຸລິພອນ ແສງມະລາ ຫົວໜ້າພະແນກ ພະນັກງານ ຫ້ອງການເມືອງທະ ຫານແຂວງສາລະວັນ ໄດ້ຜ່ານ ຂໍ້ຕົກລົງຂອງກະຊວງປ້ອງ ກັນປະເທດ ແລະ ຂໍ້ຕົກລົງຂອງ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍ ການເລື່ອນຊັ້ນ, ເລື່ອນ ທຽບຊັ້ນໃຫ້ແກ່ນາຍທະຫານ ອີງຕາມກົດໝາຍ ນາຍທະຫານ ກອງທັບປະຊາຊົນລາວ (ສະ ບັບປັບປຸງ) ໃນພາກທີ II, ໝວດ ທີ 3 ມາດຕາ 22 ແລະ 23, ວ່າດ້ວຍກໍານົດການເລື່ອນຊັ້ນ, ເລື່ອນທຽບຊັ້ນນາຍທະຫານ, ເຊິ່ງການເລື່ອນຊັ້ນ ແລະ ເລື່ອນ ທຽບຊັ້ນໃນຄັ້ງນີ້ ມີທັງໝົດ 100 ສະຫາຍ, ໃນນີ້ ເລື່ອນຊັ້ນຮ້ອຍ ຕີ ຂຶ້ນຮ້ອຍໂທ 48 ສະຫາຍ ເລື່ອນຊັ້ນຮ້ອຍໂທ ຂຶ້ນຮ້ອຍເອກ 32 ສະຫາຍ ແລະ ເລື່ອນຊັ້ນຮ້ອຍ ເອກ ຂຶ້ນພັນຕີ 20 ສະຫາຍ. ໂອກາດນີ້, ສະຫາຍ ພັນເອກ ພູວັນ ພິມມະຈັນ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍ, ພ້ອມທັງ ເນັ້ນໜັກໃຫ້ນາຍທະຫານທີ່ໄດ້ ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້ ຈົ່ງພ້ອມກັນເຊີດຊູ ແລະ ຍົກສູງ ສະຕິຄວາມຮັບຜິດຊອບໃນການ ປະຕິບັດໜ້າທີ່ວຽກງານ ມີແບບ ແຜນວິທີເຮັດວຽກບົນຫຼັກການ ລວມສູນປະຊາທິປະໄຕ ນຳພາ ເປັນໝູ່ຄະນະ ບຸກຄົນຮັບຜິດຊອບ ເພີ່ມທະວີຄວາມສາມັກຄີໃຫ້ ເປັນປຶກແຜ່ນ, ຕັ້ງໜ້າເຝິກຝົນຫຼໍ່ ຫຼອມຕົນເອງໃຫ້ມີຄຸນທາດການ ເມືອງໜັກແໜ້ນ, ມີຄຸນສົມບັດ ສິນທຳປະຕິວັດ, ຄົ້ນຄວ້າຮ່ຳຮຽນ ຍົກລະດັບຄວາມຮູ້ ຄວາມສາມາດ ເພື່ອພ້ອມກັນປະກອບສ່ວນເຂົ້າ ໃນການຊີ້ນຳ ນຳພາປັບປຸງ ແລະ ພັດທະນາກົມກອງຂອງຕົນ ໃຫ້ມີໃບໜ້າໃໝ່ ເພື່ອເຮັດສຳ ເລັດໜ້າທີ່ການເມືອງ ທີ່ພັກລັດ ແລະ ປະຊາຊົນມອບໝາຍໃຫ້. ໂດຍ: ບຸນກອງ ຄຳປະສົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ