ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງບັນຊາການທະຫານແຂວງໄຊສົມບູນ ເປີດບັ້ນອົບຮົມ-ຫັດແອບ ໃຫ້ທະຫານໃໝ່
ເວລາອອກຂ່າວ: 2022-01-26 08:58:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 702 | ຄວາມນິຍົມ:



ໃນວັນທີ 21 ມັງກອນ 2022 ນີ້, ກອງບັນຊາການທະ ຫານແຂວງໄຊສົມບູນ ໄດ້ເປີດ ບັ້ນອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິການ- ເຕັກນິກ ໃຫ້ທະຫານໃໝ່ປະ ຈໍາສົກ 2021-2022, ໂດຍ ການເປັນປະທານຂອງ ສະຫາຍ ພັນເອກ ຄໍາອິ້ງ ກິ່ງແກ້ວ ຫົວໜ້າ ການທະຫານ ກອງບັນຊາການ ທະຫານແຂວງໄຊສົມບູນ, ມີຄະ ນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ມີຜູ້ຕາງໜ້າມາຈາກຫ້ອງ ການປກຊ-ປກສ ແຂວງ, ຄູ-ອາ ຈານ ພ້ອມດ້ວຍອ້າຍນ້ອງທະ ຫານໃໝ່ເຂົ້າຮ່ວມ. ໃນພິທີ, ສະຫາຍ ພັນໂທ ບຸນ ໜອມ ທໍາທອງ ຮອງຫົວໜ້າ ຫ້ອງເສນາທິການ ໄດ້ຜ່ານຂໍ້ຕົກ ລົງຂອງກອງບັນຊາການທະ ຫານແຂວງໄຊສົມບູນ ວ່າດ້ວຍ ການອະນຸມັດເປິດບັ້ນອົບຮົມ-ຫັດ ແອບການເມືອງ, ການທະຫານ, ພະລາທິການ-ເຕັກນິກ ໃຫ້ອ້າຍ ນ້ອງທະຫານໃໝ່ ຂອງກອງບັນ ຊາການທະຫານແຂວງໄຊສົມບູນ ອີງຕາມແຜນການລະດົມພົນທະ ຫານໃໝ່ ປະຈໍາປີ 2021 ຂອງ ກົມໃຫຍ່ເສນາທິການກອງທັບ. ຈາກນັ້ນ, ສະຫາຍ ຮ້ອຍເອກ ສັນ ຕິ ບຸນຜາ ຫົວໜ້າພະແນກອົບ ຮົມໄດ້ຜ່ານແຜນການອົບຮົມ ໃຫ້ທະຫານໃໝ່ ປະຈໍາສົກ 2021- 2022 ຂອງກອງບັນຊາການ ທະຫານແຂວງໄຊສົມບູນ. ສໍາລັບ ການອົບຮົມໃນຄັ້ງນີ້ ເພື່ອຍົກລະ ດັບຄວາມຮູ້ ຄວາມສາມາດໃຫ້ ອ້າຍນ້ອງທະຫານໃໝ່ຮູ້ໄດ້ກ່ຽວ ກັບພື້ນຖານທາງດ້ານສິລະປະ ຍຸດ-ຍຸດທະວິທີທະຫານຮາບ ແລະ ວິຊາສະເພາະພະລາທິການ-ເຕັກນິກ ຈໍານວນພົນທັງໝົດ 282 ສະຫາຍ, ຍິງ 8 ສະຫາຍ; ກໍານົດ ເວລາອົບຮົມ 90 ວັນ. ໂອກາດດັ່ງກ່າວ, ສະຫາຍ ພັນ ເອກ ຄໍາອິ້ງ ກິ່ງແກ້ວ ໄດ້ເນັ້ນ ໜັກໃຫ້ຄະນະຮັບຜິດຊອບ ແລະ ຄູ-ອາຈານ ທຸກພາກສ່ວນເອົາໃຈ ໃສ່ຢ່າງຕັ້ງໜ້າໃນການຈັດຕັ້ງ ປະຕິບັດບັ້ນອົບຮົມ-ຫັດແອບໃຫ້ ທະຫານໃໝ່ໃນຄັ້ງນີ້, ເພື່ອຮັບ ປະກັນ ແລະ ເອກະພາບທາງດ້ານ ເນື້ອໃນ, ບົດຮຽນຕ່າງໆ ເພື່ອ ຈະສຸມໃສ່ໃນການຖ່າຍທອດ ຄວາມຮູ້ໃຫ້ບັນດານັກເຝິກອົບ ຮົມຢ່າງທົ່ວເຖິງ ເພື່ອຮັບປະກັນ ທາງດ້ານປະລິມານ ແລະ ຄຸນນະ ພາບສູງ, ເປັນເຈົ້າການໃນການ ຈັດຕັ້ງປະຕິບັດບັນດາຂໍ້ກໍານົດກົດລະບຽບໃຫ້ເຂັ້ມງວດ. ພ້ອມ ນີ້ອ້າຍນ້ອງທະຫານໃໝ່ແຕ່ລະ ສະຫາຍ ຕ້ອງໄດ້ອົດທົນຜ່ານ ຜ່າຄວາມຫຍຸ້ງຍາກທຸກປະການ ຕໍ່ບັ້ນຫັດແອບຄັ້ງນີ້, ພ້ອມທັງ ຍົກສູງຄວາມສາມັກຄີພາຍໃນ ໃຫ້ແໜ້ນແຟ້ນ ແລະ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ, ເອົາໃຈໃສ່ປະ ຕິບັດຂໍ້ກໍານົດ ກົດລະບຽບຕ່າງໆ ທີ່ໄດ້ກໍານົດໄວ້, ໂດຍສະເພາະ 7 ລະບອບ 18 ວຽກຂອງກອງທັບ ວາງອອກໃຫ້ເຂັ້ມງວດ ເພື່ອຮັບ ປະກັນໃຫ້ແກ່ການອົບຮົມ-ຫັດ ແອບໃນຄັ້ງນີ້ໄດ້ສໍາເລັດຕາມ ແຜນການທີ່ໄດ້ກໍານົດໄວ້. ໂດຍ: ສົດ ນາມໄຕ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ