ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 4 ແລະ ກອງພົນທີ 2 ຕ້ອນຮັບການອວຍພອນພາກສ່ວນຕ່າງໆ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 73 ປີ
ເວລາອອກຂ່າວ: 2022-01-27 09:09:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 334 | ຄວາມນິຍົມ:



ໃນວັນທີ 20 ມັງ ກອນ 2022 ກອງພົນທີ 4 ໄດ້ຕ້ອນຮັບ ການມາອວຍພອນຂອງກົງສູນ ໃຫຍ່ ສສ ຫວຽດນາມ ປະຈຳ ແຂວງສະຫວັນນະເຂດ, ໂຮງ ງານເຟີນິເຈີ້ກອງພົນທີ 4, ຄະ ນະພັກ-ຄະນະປົກຄອງນະຄອນ ໄກ ສອນພົມວິຫານ ແລະ ສະພາ ປະຊາຊົນແຂວງສະຫວັນນະເຂດ ໄດ້ພ້ອມໃຈກັນນຳເອົາກະຕ່າ ດອກໄມ້ ແລະ ກະຕ່າຂອງຂວັນເຂົ້າອວຍພອນຄະນະພັກ-ຄະ ນະບັນຊາກອງພົນທະທີ 4 ເຊິ່ງ ເປັນກຽດຕ້ອນຮັບຂອງ ສະ ຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະ ລາດ ເລຂາຄະນະພັກ ກອງພົນ ຫົວໜ້າການເມືອງກອງພົນທີ 4, ພ້ອມດ້ວຍຄະນະພັກ-ຄະນະ. ໃນໂອກາດນີ້ ທ່ານ ນາງ ຫງວຽນ ທຸຍເຮືອງ ຕ່າງໜ້າກົງ ສູນໃຫຍ່ ສສ ຫວຽດນາມ ປະຈຳຢູ່ແຂວງສະຫວັນນະເຂດ, ທ່ານ ຈິ່ງວັນຖ໋າວ ເຈົ້າຂອງໂຮງ ງານເຟີນີເຈີ້ກອງພົນທີ 4, ທ່ານ ປະສົງສິນ ຈະເລີນສຸກ ເຈົ້າຄອງ ນະຄອນ ໄກສອນ ພົມວິຫານ ແລະ ທ່ານ ກົງແກ້ວ ມີວໍລະ ຈັກ ຮອງເລຂາພັກແຂວງປະທານ ສະພາປະຊາຊົນແຂວງສະຫວັນ ນະເຂດ ໄດ້ກ່າວສະແດງຄວາມ ຮູ້ບຸນຄຸນ ແລະ ຕີລາຄາສູງຕໍ່ຄະ ນະພັກ-ຄະນະບັນຊາກອງພົນ ທີ4 ທີ່ຍາມ ໃດກໍເປັນເຈົ້າການ ເຄື່ອນໄຫວເຮັດສຳເລັດໜ້າທີ່ ການເມືອງທີ່ພັກ-ລັດ ແລະ ປະ ຊາຊົນມອບໝາຍໃຫ້, ເນື່ອງໃນ ໂອກາດວັນສ້າງຕັ້ງກອງທັບປະ ຊາຊົນລາວຄົບຮອບ 73 ປີ ແລະ ວັນສ້າງຕັ້ງກອງພົນທີ 4 ຄົບ ຮອບ 40 ປີ ຂໍອວຍພອນໄຊອັນ ປະເສີດມາ ຍັງຄະນະພັກ-ຄະນະ ບັນຊາກອງພົນ, ຕະຫຼອດຮອດ ນາຍ ແລະ ພົນທະຫານໃນທົ່ວ ກອງພົນທີ 4 ຈົ່ງມີສຸຂະພາບເຂັ້ມ ແຂງມີພາລະໄມສົມບູນ ເຄື່ອນ ໄຫວປະຕິບັດວຽກງານໃນຂອບ ເຂດຮັບຜິດຊອບຂອງຕົນ ໃຫ້ມີ ຄວາມສະຫງົບປອດໄພ, ປັບປຸງກໍສ້າງກົມກອງໃຫ້ເຕີມໃຫຍ່ທັນສະໄໝກ້າວໆຂຶ້ນເລື້ອຍໆ. ໂອກາດດັ່ງກ່າວ ສະຫາຍ ພົນ ຈັດຕະວາ ສົມຈິດ ກິດຕິຍະລາດ ໄດ້ກ່າວສະແດງຄວາມ ຂອບໃຈ ຕໍ່ທາງ 4 ພາກສ່ວນ ທີ່ເຫັນໄດ້ ເຖິງຄວາມໝາຍຄວາມສຳຄັນ ຂອງວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 73 ປີ ແລະ ວັນສ້າງຕັ້ງກອງພົນທີ 4 ຄົບຮອບ 40 ປີ ແລະ ພ້ອມທັງອວຍພອນ ໄຊອັນປະເສີດມາຍັງ 4 ພາກ ສ່ວນພ້ອມດ້ວຍຄະນະ ຈົ່ງມີສຸ ຂະພາບແຂງແຂງມີຄວາມສຸກ ໃນມີຊີວິດສ່ວນຕົວ ແລະ ຄອບ ຄົວ, ເພີ່ມພູນຄູນສ້າງຮັດແໜ້ນຄວາມສາມັກຄີໃຫ້ເປັນປຶກແຜ່ນ ແກ່ນສານລະຫວ່າງກອງພົນທີ 4 ກັບ ການນຳ 4 ພາກສ່ວນ ໃຫ້ ໝັ້ນຄົງຕະຫຼອດໄປ. ໃນວັນດຽວກັນຢູ່ທີ່ກອງພົນ ທີ 2 ການນຳແຂວງໄຊຍະບູລີ, ນຳໂດຍທ່ານ ເພັງນິລັນ ຄຳພັນ ເພັງ ຮອງເຈົ້າແຂວງໄຊຍະບູລີ ພ້ອມດ້ວຍຄະນະ ກໍໄດ້ເຂົ້າອວຍ ພອນ ຄະນະນຳກອງພົນທີ 2 ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວຕື່ມອີກ. ໂດຍ: ໂພຄຳ ທອງລັດສະໝີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ