ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມໃຫຍ່ພະລາທິການກອງທັບ ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2022-01-28 08:59:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 473 | ຄວາມນິຍົມ:



ໃນວັນທີ 27 ມັງກອນ 2022 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດຕັ້ງບັ້ນອົບຮົມ-ຫັດແອບ ກວດກາຍິງເປົ້າໝາຍດ້ວຍລູກປືນ ແທ້ ປະຈໍາປີ 2021 ຂຶ້ນຢູ່ສະໜາມ ຍິງປືນຫຼັກ 27, ໂດຍພາຍໃຕ້ການ ເປັນປະທານຂອງ ສະຫາຍ ພົນ ຈັດຕະວາ ຈັນດີ ສຸລິວົງສັກ ຮອງ ຫົວໜ້າກົມໃຫຍ່ພະລາທິການ ກອງທັບ, ມີຄະນະນໍາກົມໃຫຍ່ພະ ລາທິການ, ບັນດາກົມນ້ອຍ, ຫ້ອງການ, ຄະນະຊີ້ນໍາລວມກົມເສນາ ພະລາ, ວິຊາການ, ຄູ-ອາຈານ, ຄະນະພັກ-ຄະນະບັນຊາ ພ້ອມ ດ້ວຍພະນັກງານ-ນັກຮົບ ພາຍໃນ ກົມ ແລະ ກົມກອງອ້ອມຂ້າງເຂດ ໃຈກາງນະຄອນຫຼວງ ທີ່ຂຶ້ນກັບ ກົມໃຫຍ່ພະລາທິການກອງທັບ ເຂົ້າຮ່ວມ. ເພື່ອເຮັດໃຫ້ການຈັດຕັ້ງປະຕິ ບັດໄດ້ຮັບຜົນດີ, ມີຄວາມເປັນເອ ກະພາບ ແລະ ຕໍ່ເນື່ອງ ຕາມຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ ວຽກງານໃຫ້ທັນກັບແຜນການທີ່ ກໍານົດໄວ້, ໃນພິທີ ສະຫາຍ ພົນ ຈັດຕະວາ ຈັນດີ ສຸລິວົງສັກ ໄດ້ ກ່າວຈຸດປະສົງຂອງການອົບຮົມ- ຫັດແອບຍິງລູກປືນແທ້ໃນຄັ້ງນີ້ ວ່າ: “ສະເພາະຕໍ່ກັບວຽກງານອົບ ຮົມຫັດແອບນີ້ ເພື່ອເປັນການປັບ ປຸງລະບຽບແບບແຜນ, ພ້ອມທັງ ກວດກາຄືນຄວາມຮັບຮູ້ ແລະ ຄວາມສາມາດທາງດ້ານທິດສະ ດີ, ຫຼັກການ, ສິລະປະຍຸດ-ຍຸດ ທະວິທີ ໃນການນໍາໃຊ້ອາວຸດ-ຍຸດ ໂທປະກອນໃຫ້ມີຄວາມຊຳນິຊຳ ນານ, ຮັກສາໄດ້ລະບຽບ ແລະ ກໍາໄດ້ສະພາບການອັນໃໝ່ຂອງ ກອງທັບ ກໍຄື ປະເທດຊາດ, ໃນການເຄື່ອນໄຫວເຮັດໜ້າທີ່ວຽກງານຕົວຈິງຢູ່ໃນກອງທັບ ເພື່ອ ເຮັດໜ້າທີ່ວຽກງານປົກປັກຮັກ ສາປະເທດຊາດ ໄດ້ຢ່າງແທ້ຈິງ”. ການຈັດຕັ້ງຍິງລູກປືນແທ້ ປະ ຈໍາປີ 2021 ຄັ້ງນີ້, ຮັບປະກັນໄດ້ ຄວາມເປັນລະບຽບ ແລະ ຮັກສາ ໄດ້ຄວາມປອດໄພ 100%, ຖ້າ ທຽບໃສ່ໃນປີຜ່ານມາ, ເຫັນວ່າ ພະນັກງານ-ນັກຮົບທຸກສະຫາຍ ແມ່ນມີຄວາມຊຳນິຊຳນານ, ຮັບຮູ້ ແລະ ເຂົ້າໃຈຕໍ່ລະບຽບການຫຼັກ ການຂອງການນໍາໃຊ້ອາວຸດເປັນ ຢ່າງດີ. ໂດຍ: ຄໍາປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ