ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງຣາຊະອານາຈັກໄທ
ເວລາອອກຂ່າວ: 2019-01-22 09:51:37 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 103 | ຄວາມນິຍົມ:



ພາຍຫຼັງສຳເລັດການເຂົ້າ ຮ່ວມພິທີສະເຫຼີມສະຫຼອງວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີຢູ່ທີ່ ວິທະຍາຄານ ກົມມະດຳ ໃນຕອນບ່າຍ ຂອງວັນ ທີ 20 ມັງກອນ 2019 ຢູ່ຫ້ອງ ທີ່ຮັບແຂກກະຊວງປ້ອງກັນປະ ເທດ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງ ປ້ອງກັນປະເທດ ໄດ້ໃຫ້ກຽດ ຕອ້ນຮັບທ່ານ ພົນເອກ ໄຊຊານ ຊ້າງມົງຄົນ ລັດຖະມົນຕີຊ່ວຍ ວ່າການກະຊວງປ້ອງກັນປະເທດ ແຫ່ງຣາຊະອານາຈັກໄທ ພ້ອມ ດ້ວຍຄະນະ. ໂອກາດນີ້, ທ່ານລັດຖະມົນ ຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມ ຍິນຕອນຮັບອັນອົບອຸ່ນດ້ວຍໄມຕີຈິດມິດຕະພາບ,ພ້ອມທັງຕ່າງໜ້າໃຫ້ຄະນະນຳກະຊວງກໍຄືພະນັກ ງານນັກຮົບທົ່ວກອງທັບກ່າວຄຳຂອບໃຈມາຍັງທ່ານລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະ ເທດແຫ່ງຣາຊະອານາຈັກໄທ ທີ່ໄດ້ສະລະເວລາເຂົ້າຮ່ວມງານ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ພ້ອມທັງກ່າວຄໍາຂອບໃຈໄປຍັງ ລັດຖະບານໄທ ກໍຄືປະຊາຊົນໄທ ທີ່ໄດ້ໃຫ້ຄວາມຊ່ວຍເຫຼືອໃນຫຼາຍ ດ້ານຕໍ່ຜູ້ປະສົບໄພນ້ຳຖ້ວມທີ່ ແຂວງອັດຕະປື, ທັງໝົດນີ້ມັນ ໄດ້ສະແດງໃຫ້ເຫັນນ້ຳໃຈສາມັກ ຄີການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ທັງເປັນການປະກອບສ່ວນ ເຂົ້າໃນການເສີມສ້າງສາຍພົວ ພັນ, ມິດຕະພາບ, ການຮ່ວມມືທີ່ດີ ລະຫວ່າງສອງຊາດ ລາວ-ໄທ ໃຫ້ ນັບມື້ດີຂຶ້ນ. ທ່ານລັດຖະມົນຕີຊ່ວຍວ່າການ ກະຊວງປ້ອງກັນປະເທດໄທ ກໍໄດ້ ກ່າວສະແດງຄວາມຂອບໃຈມາ ຍັງທ່ານລັດຖະມົນຕີກະຊວງ ປ້ອງກັນປະເທດເຮົາທີ່ໃຫ້ການ ຕອນຮັບອັນອົບອຸ່ນ, ພ້ອມທັງ ສະແດງຄວາມປິຕິຊົມເຊີຍຕໍ່ພິທີ ສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວຄົບຮອບ 70 ປີ ເຊິ່ງມັນສະແດງໃຫ້ເຫັນ ເຖິງການເຕີບໃຫ້ຂະຫຍາຍຂອງ ກອງທັບລາວ ແລະ ຈະສືບຕໍ່ໃຫ້ ການຮ່ວມກັນຕໍ່ຕ້ານສະກັດກັ້ນ ການຄ້າ-ຂາຍຢາເສບຕິດ, ການ ລັກລອບເຂົ້າເມືອງແບບຜິດກົດ ໝາຍ, ສືບຕໍ່ລາດຕະເວນຕາມ ຊາຍແດນຮ່ວມກັນໃນຖານບ້ານ ໃກ້ເຮືອນຄຽງທີ່ດີໃຫ້ນັບມື້ມີປະສິດທິພາບສູງຂື້ນ. ໂດຍ: ຈິດ ເພັດພູທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ