ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແຂວງວຽງຈັນ ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີຢ່າງຄຶກຄື້ນ
ເວລາອອກຂ່າວ: 2019-01-24 10:11:52 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 110 | ຄວາມນິຍົມ:



ພິທີໂຮມຊຸມນຸມໃຫຍ່ສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 70 ປີ ຢູ່ ແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນ ທີ 23 ມັງກອນ 2019 ນີ້, ທີ່ສະ ຫນາມກີລາກອງບັນຊາການທະ ຫານແຂວງວຽງຈັນ, ໂດຍການ ເຂົ້າຮ່ວມເປັນປະທານຂອງ ທ່ານ ວິດົງ ໄຊຍະສອນ ກໍາມະການສູນ ກາງພັກ, ເລຂາພັກແຂວງ, ເຈົ້າ ແຂວງໆວຽງຈັນ, ມີ ທ່ານ ພົນຕີ ສີດາລໍ່ ຈົງເຕັງເຈ້ຍຊ່າ ຮອງຫົວ ໜ້າກົມໃຫຍ່ເສນາກອງທັບ, ທ່ານ ພົນຈັດຕະວາ ບຸນມາ ວົງດາລາ ແສນ ຫົວໜ້າການເມືອງ ກອງ ບັນຊາການທະຫານແຂວງວຽງ ຈັນ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ ວຽງຈັນ, ອະດີດການນຳແຂວງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫລວດ, ພະນັກ ງານປະຕິວັດອາວຸໂສບໍານານ, ນັກຮຽນ, ນັກສຶກສາ ຕະຫລອດ ເຖິງພໍ່ແມ່ປະຊາຊົນຊາວແຂວງ ວຽງຈັນເຂົ້າຮ່ວມຢ່າງຫລວງ ການສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີຢູ່ກອງພົນທີ 1 ມີ ຫຼາຍກິດຈະກຳ ເປັນຕົ້ນແມ່ນການ ສວນສະໜາມສະແດງກຳລັງ ຂອງບັນດາກ້ອນຕ່າງໆເຊັ່ນ: ກ້ອນທຸງໄຊ, ກ້ອນພະນັກງານ​ ຫຼັກແຫຼ່ງ, ກ້ອນກຳລັງທະຫານ ຮາບກອງພັນໃຫຍ່ 101, ກ້ອນ ນາຍທະຫານໜຸ່ມ, ກ້ອນນັກຮົບ, ກ້ອນກຳລັງທະຫານຮາບ 701, ກ້ອນເຫຼົ່າຮົບຕີພິເສດກອງພັນ 435, ກ້ອນເຫຼົ່າຮົບສື່ສານກອງ ພັນ 221, ກ້ອນຊ່າງແສງ 561, ກ້ອນປືນໃຫຍ່ປ້ອງກັນອາກາດ 162, ກ້ອນກອງຮ້ອຍເຄມີ, ກ້ອນ ກອງພັນ 13, 15 ວີລະຊົນ, ກ້ອນ ເສນາຮັກ, ກ້ອນກຳລັງປ້ອງກັນ ຕົວຈາກໂຮງງານຊີມັງວັງວຽງ ຫຼັງ 1, 2, 3, ກ້ອນເຍົາວະຊົນ- ຊາວໜຸ່ມໂຮງຮຽນ ມສ ນາມອນ, ກ້ອນປະຊາຊົນບັນດາເຜົ່າຈາກ ບ້ານນາມອນ ແລະ ກ້ອນແກວົງ ກອງທັບປະຊາຊົນລາວ. ນອກຈາກຊົມການສວນສະ ໜາມແລ້ວ ຍັງມີລາຍການຫັດ ກາຍມືເປົ່າ ແລະ ມີອາວຸດ, ການ ສະແດງຍຸດທະວິທີຜ່ານສິ່ງກີດ ຂວາງ ແລະ ຕໍ່ສູ້ກຸ່ມຄົນບໍ່ດີຂອງ ເຫຼົ່າຮົບຕີພິເສດ, ຊົມການສະແດງ ພາຫະນະອາວຸດ ແລະ ຊົມການ ໂດດຈ້ອງຂອງນັກໂດດຈ້ອງ ກອງທັບອາກາດ ກອງພັນໃຫຍ່ 703, ຊົມການວາງສະແດງຮູບ ພາບການເຄື່ອນໄຫວແຕ່ລະໄລ ຍະຂອງກອງພົນທີ 1 ແລະ ການ ວາງສະແດງຜະລິດຕະພັນທີ່ພະ ນັກງານ-ນັກຮົບປະດີດຄິດສ້າງ ຂຶ້ນ ເຊິ່ງທັງໝົດນັ້ນສະແດງໃຫ້ ເຫັນເຖິງບາດກ້າວການເຕີບໃຫຍ່ ຂະຫຍາຍຕົວຂອງກອງທັບ ຕະ ຫຼອດໄລຍະ 70 ປີ ກໍຄື 35 ປີ ຂອງກອງພົນທີ 1 ອີກດ້ວຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ