ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ແຂວງໄຊຍະບູລີ ໂຮມຊຸມນຸມສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-01-25 09:48:03 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 56 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 24 ມັງກອນ 2019 ນີ້, ໄດ້ຈັດງານ ໂຮມຊຸມນຸມສະເຫຼີມສະຫຼອງວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີຂຶ້ນ,ທີ່ເດີ່ນສະໜາມ ຫຼວງແຂວງໄຊຍະບູລີ ໂດຍເປັນ ກຽດເຂົ້າຮ່ວມຂອງທ່ານພົນເອກ ຈັນສະໝອນ ຈັນຍາລາດ ກໍາມະ ການກົມການ ເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະ ເທດ, ມີທ່ານ ພົງສະຫວັນ ສິດທະ ວົງ ກໍາມະການສູນກາງພັກ, ເລຂາ ພັກແຂວງ, ເຈົ້າແຂວງໄຊຍະບູລີ ປະທານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບແຂວງ ມີບັນດາ ສະຫາຍການນໍາຂັ້ນສູງຈາກ ສູນກາງ, ພ້ອມດ້ວຍບັນດາສະ ຫາຍໃນການນຳຂອງແຂວງ, ອົງການຈັດຕັ້ງມະຫາຊົນ, ນາຍ ແລະ ພົນທະຫານ, ມີແຂກຖືກ ເຊີນທັງ ພາຍໃນ ແລະ ຕ່າງປະເທດ ຕະຫຼອດເຖິງມວນຊົນຊາວແຂວງ ໄຊຍະບູລີ ເຂົ້າຮ່ວມຢ່າງຫຼວງ ຫຼາຍ. ການສະເຫຼີມສະຫຼອງກ່ອນອື່ນ ຜູ້ເຂົ້າຮ່ວມແມ່ນໄດ້ຮັບຊົມ ແລະ ຮັບຟັງການສະແດງສິລະປະ ຮ້ອງເພງ ແລະ ບົດຟ້ອນຕ່າງໆ ພ້ອມດ້ວຍຊົມການສະແດງ ກາຍະກໍາຂອງກອງພົນທີ 2 ມີ 3 ລາຍການ, ການຫັດກາຍມືປືນ 1 ບົດ 24 ຈັ່ງຫວະ ແລະ ແທງກະບີ່ 28 ຈັ່ງວະ, ມວຍເຫຼົ່າຮົບຕີພິເສດ ແລະ ຫັດກາຍມືເປົ່າ 2 ບົດ 24 ຈັ່ງຫວະ, ຈາກນັ້ນພິທີກໍໄດ້ເລີ່ມ ຕົ້ນຂຶ້ນຢ່າງເປັນທາງການ, ໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໄດ້ກ່າວສູນທອນພົດຕໍ່ພິທີໂຮມຊຸມນຸມ ເຊິ່ງບາງຕອນສຳຄັນໄດ້ກ່າວວ່າ: ກ່ອນໜ້ານີ້ 70 ປີ ປະທານ ໄກ ສອນ ພົມວິຫານ ຜູ້ນໍາທີ່ເຄົາລົບ ຮັກຂອງພວກເຮົາ ໄດ້ນໍາພາກໍ່ ຕັ້ງກອງທັບລາວອິດສະຫຼະ, ກໍ່ ຕັ້ງກອງລາດຊະວົງຂຶ້ນໃນວັນ ທີ 20 ມັງກອນ 1949 ຢູ່ເຂດ ທີ່ໝັ້ນຕາແສງລາວຮຸ່ງ, ເມືອງ ຊຽງຄໍ້, ແຂວງຫົວພັນ ນັ້ນແມ່ນມື້ແຫ່ງການກໍາເນີດເກີດຂຶ້ນຂອງກອງທັບປົດປ່ອຍປະຊາຊົນ ລາວ ກໍຄືກອງທັບປະຊາຊົນລາວວິ ລະຊົນ, ປັດຈຸບັນ ແມ່ນເຫດການ ສໍາຄັນໃນປະຫວັດສາດຍຸກໃໝ່ ຂອງຊາດເຮົາ, ຍຸກແຫ່ງການຕໍ່ ສູ້ເພື່ອກອບກູ້ເອົາຄວາມເປັນເອ ກະລາດແຫ່ງຊາດມາໃຫ້ປະເທດ ຊາດ ແລະ ອິດສະຫຼະພາບມາ ໃຫ້ປະຊາຊົນເຮົາ, ຜ່ານໄລຍະ 70 ປີແຫ່ງການຕໍ່ສູ້ກູ້ຊາດ, ປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ, ໂດຍໄດ້ຮັບການລ້ຽງດູອູ້ມຊູຊ່ວຍ ເຫຼືອຈາກປະຊາຊົນ, ກອງທັບປະ ຊາຊົນລາວ ໄດ້ສືບທອດມູນເຊື້ອ ພິລາດອາດຫານຕໍ່ສູ້ເດັດດ່ຽວບໍ່ ຍອມຈໍານົນຂອງຊາດລາວ, ພະນັກງານນັກຮົບກອງທັບປະຊາຊົນລາວແຕ່ລະຮຸ່ນລ້ວນແຕ່ໄດ້ ຜ່ານຜ່າອຸປະສັກຫຍຸ້ງຍາກນາໆ ປະການ, ໄດ້ເຮັດສໍາເລັດພາລະ ກໍາອັນລໍ້າເລີດທີ່ພັກ ແລະ ປະ ຊາຊົນມອບໝາຍໃຫ້ ສ້າງໜ້າ ປະຫວັດສາດຍຸກສະໄໝ ແລະ ມູນ ເຊື້ອວີລະຊົນຂອງຊາດລາວ ວີລະຊົນ; ສ້າງຜົນງານອັນໃຫຍ່ຫຼວງໂດຍການຕີສັດຕູຜູ້ຮຸກຮານ ແລະ ລູກແຫຼ້ງຕີນມືຂອງພວກເຂົາ ໃຫ້ປະລາໄຊຢູ່ຫຼາຍບ່ອນ, ສາ ມາດເປີດກວ້າງເຂດທີ່ໝັ້ນ, ສ້າງ ທ່າ ແລະ ກໍາລັງແຮງໃໝ່ໃຫ້ ແກ່ຂະບວນການປະຕິວັດເຮັດ ໃຫ້ແອກປົກຄອງກໍຄືເຂດຄຸ້ມຄອງຂອງພວກລ່າເມືອງຂຶ້ນ ຖືກທັບມ້າງເປັນກ້າວໆ; ໄປ ພ້ອມໆ ກັບຂະບວນການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບ ແລະ ປະຊາຊົນໃນທົ່ວປະເທດນັ້ນ, ກອງກໍາລັງປະກອບອາວຸດຢູ່ ແຂວງ ໄຊຍະບູລີ ກໍໄດ້ມີການ ປັບປຸງກໍ່ສ້າງກໍາລັງໃຫ້ມີການ ເຕີບໃຫຍ່ເຂັ້ມແຂງຂຶ້ນເປັນ ກ້າວໆ; ທັງເຄື່ອນໄຫວສູ້ຮົບ, ທັງຫັດແອບກໍາລັງ, ຂົນຂວາຍ ປະຊາຊົນ, ກໍ່ສ້າງຮາກຖານ, ພ້ອມກັບປະຊາຊົນບັນດາເຜົ່າ ອອກແຮງສ້າງເຂດທີ່ໝັ້ນປະຕິວັດໃຫ້ເຂັ້ມແຂງໜັກແໜ້ນໃນ ທຸກດ້ານ, ສ້າງຮາກຖານຢູ່ເຂດ ແນວຫຼັງຂອງສັດຕູ,ເຄື່ອນໄຫວ ເປີດບັ້ນບຸກໂຈມຕີສັດຕູຢ່າງຕໍ່ ເນື່ອງດ້ວຍຄວາມກ້າແກ່ນ, ສາ ມາດຍາດໄດ້ໄຊຊະນະນີ້ ໄປສູ່ ໄຊຊະນະໃໝ່ໃຫຍ່ຫຼວງກວ່າເກົ່າ, ເຊິ່ງເປັນການປະກອບສ່ວນອັນ ສໍາຄັນເຂົ້າໃນຂະບວນການ ລວມຂອງພາລະກິດປົດປ່ອຍ ຊາດໃນທົ່ວປະເທດ, ຈາກນັ້ນ, ຂະບວນສວນສະໜາມໄດ້ເລີ່ມຕົ້ນ ຢ່າງເປັນທາງການ ໂດຍເລີ່ມຈາກ ກ້ອນ 70 ປີກອງທັບ, ກ້ອນ ຂະບວນທຸງໄຊ ແລະ ກ້ອນກຳ ລັງຕ່າງໆທີ່ເປັນຕົວແທນໃຫ້ແກ່ບັນດາກົມກອງຂອງກອງ ພົນທີ 2 ແລະ ກອງບັນຊາການ ທະຫານແຂວງໄຊຍະບູລີຈາກ ນັ້ນກໍໄດ້ຮັບຊົມການສະແດງ ໂດດຈ້ອງຈາກທະຫານອາກາດ ກອງທັບປະຊາຊົນລາວດ້ວຍ ບັນຍາກາດຄຶກຄື້ນມ່ວນຊື່ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ