ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງສາລະວັນຈັດງານສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-01-28 09:13:39 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 55 | ຄວາມນິຍົມ:



ພິທີສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວຄົບ ຮອບ 70 ປີ ຢູ່ທີ່ກອງບັນຊາການ ທະຫານແຂວງສາລະວັນໄດ້ຈັດ ຂຶ້ນໃນວັນທີ 24 ມັງກອນ 2019 ນີ້ ໂດຍການເປັນກຽດເຂົ້າຮ່ວມ ຂອງ ທ່ານ ສີສຸວັນ ວົງຈອມສີ ກຳມະການສູນກາງພັກ, ເລຂາພັກ ແຂວງ, ເຈົ້າແຂວງໆສາລະວັນ, ປະທານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບແຂວງ, ມີທ່ານ ພົນຈັດຕະວາ ຄອນສະຫວັນ ມິ່ງ ຈຳປາບານ ຮອງຫົວໜ້າກົມອຸດ ສາຫະກຳກົມໃຫຍ່ເຕັກນິກ ກອງທັບ, ມີຄະນະພັກ-ຄະນະບັນ ຊາ, ຄະນະປະຈຳພັກແຂວງ, ກຳ ມະການພັກແຂວງ, ພະນັກງານ ປະຕິວັດອາວຸໂສບຳນານ, ວີລະ ຊົນແຫ່ງຊາດ, ນັກຮົບແຂ່ງຂັນ ຕະຫຼອດຮອດພະນັກງານ-ນັກຮົບນ້ອງນ້ອຍເຍົາວະຊົນນັກ ຮຽນ-ນັກສືກສາ ແລະ ມວນຊົນ ທົ່ວແຂວງສາລະວັນເຂົ້າຮ່ວມ ຢ່າງຫຼວງຫຼາຍ. ໃນພິທີ ທ່ານ ສີສຸວັນ ວົງຈອມສີ ກໍໄດ້ຂຶ້ນກ່າວຄຳປາໄສພິທີວ່າ: ການເຕີບໃຫຍ່ເຂັ້ມແຂງລວມ ທັງຜົນງານ ແລະ ໄຊຊະນະທີ່ ກອງທັບປະຊາຊົນລາວ ຍາດ ມາໄດ້ຕະຫຼອດໄລຍະ 70 ປີ ຜ່ານມາເຊິ່ງກອງທັບປະຊາຊົນ ລາວໄດ້ຮັບການສ້າງຕັ້ງຂຶ້ນໃນ ວັນທີ 20 ມັງກອນ 1949 ຢູ່ ເຂດລາວຮຸ່ງພຽງສາ ເມືອງຊຽງ ຄໍ້ ແຂວງຫົວພັນ ໂດຍແມ່ນປະ ທານໄກສອນ ພົມວິຫານ ເປັນຜູ້ ຊີ້ນຳບັນຊາໂດຍກົງ ນັບແຕ່ນັ້ນ ມາກອງທັບກໍໄດ້ແບກຫາບພາ ລະກຳອັນໜັກໜ່ວງໃນການຕໍ່ສູ້ ຕ້ານກັບພວກຈັກກະພັດລ່າເມືອງ ຂຶ້ນທັງແບບເກົ່າ ແລະ ແບບໃໝ່ ທີ່ມີອາວຸດພາຫະນະສົງຄາມທ່ີ ເໜືອກ່ວາຢ່າງຂາດຂັ້ນແຕ່ດ້ວຍ ນໍ້າໃຈຮັກຊາດ, ນໍ້າໃຈເດັດດ່ຽວ ໜຽວແໜ້ນຂອງກອງທັບເຮົາ ຍິ່ງຕີຍິ່ງມີຄວາມເຕີບໃຫຍ່ເຂັ້ມ ແຂງ ແລະ ສາມາດຍາດໄດ້ໄຊ ຊະນະເປັນກ້າວໆມາ ແລະ ໄດ້ ນຳເອົາຄວາມເປັນເອກະລາດ ແຫ່ງຊາດ ແລະ ຄວາມມີອິດສະ ລະພາບອັນແທ້ຈິງມາສູ່ປະຊາ ຊົນລາວບັນດາເຜົ່າ ແລະ ສະຖາ ປະນາ ສປປ ລາວ ຂຶ້ນຢ່າງເປັນ ທາງການໃນວັນທີ 2 ທັນວາ 1975 ຢ່າງສະຫ່ງາຜ່າເຜີຍ, ຈາກນັ້ນມາກອງທັບເຮົາກໍໄດ້ ເຮັດໜ້າທີ່ເປັນກຳລັງຫຼັກແຫຼ່ງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສາມາດຮັກສາໄດ້ເອກະລາດອຳ ນາດອະທິປະໄຕແລະຜືນແຜ່ນດິນ ອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງ ໜັ້ນຄົງ. ສ້າງເງື່ອນໄຂໃຫ້ປະເທດ ຊາດໄດ້ມີການສ້າງສາພັດທະນາ ຮອບດ້ານ. ຊີວິດການເປັນຢູ່ຂອງ ປະຊາຊົນບັນດາເຜົ່າໄດ້ຮັບການ ປົວແປງນັບມື້ດີຂຶ້ນເປັນກ້າວໆ. ໂອກາດນີ້ ທ່ານເຈົ້າແຂວງສາ ລະວັນກໍໄດ້ຕາງໜ້າໃຫ້ການນຳ ພັກ-ລັດຮຽກຮ້ອງມາຍັງຄະພັກ ອົງການປົກຄອງ ແລະ ຂະແໜງ ການຕ່າງໆຢູ່ທ້ອງຖິ່ນຈົ່ງຍົກສູງ ສະຕິຄວາມຮັບຜິດຊອບຂອງຕົນ ຕໍ່ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບທົ່ວປວງຊົນ ຮອບດ້ານ ແລະ ຫັນເອົາວຽກ ງານດັ່ງກ່າວສອດຫ້ອຍເຂົ້າໃນ ທຸກຂົງເຂດວຽກງານ ແລະ ຕິດ ພັນແໜ້ນກັບການພັດທະນາເສດ ຖະກິດສັງຄົມໃນທ້ອງຖິ່ນຂອງ ຕົນ ພ້ອມດຽວກັນນັ້ນກໍປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການປັບ ປຸງກໍ່ສ້າງກຳລັງປະກອບອາວຸດ ໃຫ້ນັບມື້ມີຄວາມໜັກແໜ້ນເຕີບ ໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ເປັນກຳລັງຫຼັກແຫຼ່ງທີ່ແໜ້ນແກ່ນ ຂອງພັກໃນການປົກປັກຮັກສາ ໝາກຜົນຂອງການປະຕິວັດໄວ້ ໃຫ້ໝັ້ນຄົງຕະຫຼອດໄປ. ພາຍຫຼັງສຳເລັດການປາໄສພິ ທີດັ່ງກ່າວຍັງໄດ້ຮັບຊົມການສະ ແດງມວຍປ້ອງກັນໂຕຂອງກອງ ພັນຕີພິເສດ, ການຫັດກາຍມືເປົ່າ 2 ບົດ 24 ຈັ່ງຫວະ ແລະ ຫັດ ກາຍມີປືນ 2 ບົດ 24 ຈັ່ງຫວະ ຂອງໂຮງຮຽນທະຫານທ້ອງຖິ່ນ ແລະ ຊົມການແຂ່ງຂັນກີລາບານ ສົ່ງຍິງ-ຊາຍ, ການສະແດງສີລະ ປະວັນນະຄະດີ ແລະ ໃນຕອນຄ່ຳ ກໍມີການຈູດດອກໄມ້ໄຟເພື່ອສະ ເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວຄົບຮອບ 70 ປີ ໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ