ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ-ຮັບໂຄງການກໍ່ສ້າງຫໍສະໝຸດມິດຕະພາບໃຫ້ໂຮງຮຽນການທະຫານທ້ອງຖິ່ນແຂວງອຸດົມໄຊ
ເວລາອອກຂ່າວ: 2019-01-28 09:16:18 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 54 | ຄວາມນິຍົມ:



ພິທີມອບ-ຮັບໂຄງການກໍ່ ສ້າງຫໍສະໝຸດມິດຕະພາບຢູ່ໂຮງ ຮຽນການທະຫານທ້ອງຖິ່ນ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນ ທີ 24 ມັງກອນ 2019 ນີ້ ພາຍຫຼັງ ທີ່ໄດ້ເລີ່ມກໍ່ສ້າງມາເປັນເວລາ 1 ເດືອນ, ໂຄງການກໍ່ສ້າງດັ່ງກ່າວ ເປັນໂຄງການຊ່ວຍເຫຼືອຈາກ ກອງບັນຊາການທະຫານເຂດ 2 ສສ ຫວຽດນາມ ມີຂະໜາດ 11x 6 ແມັດ, ໂຄງສ້າງເຮັດດ້ວຍເສົາ ເບຕົງ, ກໍ່ດ້ວຍຈີ່, ມຸງກະເບື້ອງ, ໃສ່ເພດານ ແລະ ຕິດຕັ້ງອຸປະ ກອນໄຟຟ້າຄົບຊຸດ, ມູນຄ່າການ ກໍ່ສ້າງທັງໝົດ 300 ລ້ານກວ່າດົງ(ສະກຸນເງິນຫວຽດນາມ), ໂດຍ ແມ່ນທະຫານເຂດ2 ສສ ຫວຽດ ນາມເປັນເຈົ້າຂອງໂຄງການ ແລະ ບໍລິສັດ 705 ສສ ຫວຽດນາມ ປະຈຳແຂວງອຸດົມໄຊເປັນຜູ້ຮັບ ເໝົາກໍ່ສ້າງ. ເຊິ່ງມາຮອດປັດຈຸ ບັນໄດ້ສໍາເລັດການກໍ່ສ້າງ 100%. ໃຫ້ກຽດລົງນາມບົດບັນທຶກ ການມອບຮັບໂຄງການກໍ່ສ້າງ ໂດຍ ສະຫາຍ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ ກຳມະ ການປະຈຳພັກແຂວງ, ຄະນະພັກ, ຫົວໜ້າການທະຫານກອງບັນ ຊາການທະຫານແຂວງອຸດົມໄຊ ແລະ ສະຫາຍ ພົນຈັດຕະວາ ຮວາງງ໋ອກຢຸງ ຮອງຫົວໜ້າການ ທະຫານກອງບັນຊາການທະ ຫານເຂດ2 ສສ ຫວຽດນາມ ໂດຍເຂົ້າຮ່ວມເປັນສັກຂີພະຍານ ຂອງ ສະຫາຍ ພັນເອກ ຄຳຍີນ ແສງສຸລີ ຮອງເລຂາພັກ ຫົວ ໜ້າການເມືອງກອງບັນຊາ ການ ທະຫານແຂວງອຸດົມໄຊ ພ້ອມ ດ້ວຍຄະນະພັກ-ຄະນະ ກອງບັນຊາການທະຫານແຂວງ ອຸດົມໄຊ ແລະ ທະຫານເຂດ 2 ສສ ຫວຽດນາມ, ປະທານບໍລິ ສັດ 705 ພ້ອມດ້ວຍວິຊາການ, ພະນັກງານກ່ຽວຂ້ອງເຂົ້າຮ່ວມ. ໂດຍ: ທະນູວັນ ແກ້ວມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ