ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດແຕ່ງຕັ້ງຫົວໜ້າກົມເສນາເຕັກນິກ ແລະ ປະກາດຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2018-11-14 08:53:38 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 273 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 7 ພະຈິກ 2018 ນິີ້, ກົມໃຫຍ່ເຕັກ ນິກກອງທັບ, ໄດ້ຈັດພິທີປະກາດ ແຕ່ງຕັ້ງຫົວໜ້າກົມເສນາເຕັກ ນິກ ແລະ ປະກາດການເລື່ອນຊັ້ນ ໃຫ້ນາຍທະຫານທີ່ມີຜົນງານ, ຢູ່ທີ່ສະໂມສອນກົມໃຫຍ່ເຕັກ ນິກກອງທັບ, ເຂົ້າຮ່ວມເປັນປະ ທານໂດຍ ທ່ານ ພົນຈັດຕະວາ ຄໍາພາ ສີພອນໄຊ ກຳມະການ ຄະນະພັກກະຊວງ ປ້ອງກັນປະ ເທດ, ຮອງຫົວໜ້າກົມໃຫຍ່ເຕັກ ນິກກອງທັບ, ມີຫົວໜ້າກົມ,ຮອງ ກົມ ຈາກ 6 ກົມ 3 ຫ້ອງ, ຄະນະ ພັກ-ຄະນະບັນຊາ, ບັນດາກົມ ກອງຮາກຖານຕະຫຼອດຮອດນາຍ ທະຫານຜູ້ທີ່ໄດ້ຮັບການເລື່ອນ ຊັ້ນເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີດັ່ງກ່າວ ພັນໂທ ດວງ ດາລາ ສຸວັນໂນ, ຮອງຫົວໜ້າ ຫ້ອງການເມືອງກົມໃຫຍ່ເຕັກ ນິກກອງທັບ, ໄດ້ຂຶ້ນອ່ານຂໍ້ຕົກ ລົງຂອງກະຊວງປ້ອງກັນປະເທດ, ວ່າດ້ວຍການແຕ່ງຕັ້ງຫົວ ໜ້າກົມເສນາເຕັກນິກກົມໃຫຍ່ ເຕັກ ນິກກອງທັບ ອີງຕາມກົດ ໝາຍນາຍທະຫານກອງທັບປະ ຊາຊົນລາວ ໝວດທີ IV ມາດຕາ 21 ວ່າດ້ວຍການແຕ່ງຕັ້ງ, ຍົກ ຍ້າຍນາຍທະຫານ ເຊິ່ງໄດ້ແຕ່ງ ຕັ້ງ ພັນໂທ ຈອມເພັດ ໄຊຍະສຸກ ເປັນຫົວໜ້າກົມເສນາເຕັກນິກ ແລະ ອ່ານຂໍ້ຕົກລົງ ວ່າດ້ວຍ ເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນ ໃຫ້ນາຍທະຫານຢູ່ກົມໃຫຍ່ເຕັກ ນິກກອງທັບ ຈໍານວນ 50 ສະ ຫາຍ ຄື: ເລື່ອນຊັ້ນຮ້ອຍເອກຂຶ້ນ ພັນຕີຈໍານວນ 5 ສະຫາຍ, ເລື່ອນ ຊັ້ນຮ້ອຍໂທຂຶ້ນຮ້ອຍເອກຈໍາ ນວນ 24 ສະຫາຍ, ເລື່ອນຊັ້ນ ຮ້ອຍຕີຂຶ້ນຮ້ອຍໂທ ຈຳນວນ 1 ສະຫາຍ, ເລື່ອນຊັ້ນວາທີ ຂຶ້ນ ຮ້ອຍຕີ ຈໍານວນ 3 ສະຫາຍ, ປະ ດັບທຽບຊັ້ນ ຮ້ອຍໂທ 15 ສະ ຫາຍ, ຮ້ອຍຕີ 2 ສະຫາຍ. ໃນໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ຄໍາພາ ສີພອນໄຊ ໄດ້ໃຫ້ການໂອ້ລົມ, ໂດຍໄດ້ເນັ້ນ ໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ແລະ ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ໃໝ່ໃນຄັ້ງນີ້ຈົ່ງເປັນເຈົ້າການ ສ້າງວິໃສທັດໃນການພັດທະນາ ຕົນເອງ ແລະ ເປັນແບບຢ່າງນໍາ ໜ້າທີ່ດີໃນທຸກດ້ານເພື່ອສົມກັບ ໜ້າທີ່ ແລະ ຄວາມໄວ້ວາງໃຈ ຂອງຄະນະພັກ - ຄະນະບັນຊາກໍ ຄືຂັ້ນເທິງທີ່ໄດ້ມອບໝາຍໃຫ້, ການໄດ້ຮັບໜ້າທີ່ໃໝ່ແມ່ນການ ແບກຮັບພາລະບົດບາດອັນໜັກ ໜ່ວງ ແລະ ເປັນກຽດສັກສີອັນ ສູງສົ່ງ ແລະ ການໄວ້ວາງໃຈ ຈາກຄະນະພັກຂັ້ນເທິງ ແລະ ການເລື່ອນຊັ້ນນາຍທະຫານຄັ້ງ ນີ້ເປັນການສັນລະເສີນຜົນງານ ແລະ ຄຸນງາມຄວາມດີຂອງນາຍ ທະຫານ ແຕ່ລະສະຫາຍທີ່ອຸທິດ ສະຕິປັນຍາ ຄວາມຮູ້ຄວາມສາ ມາດ ແລະ ເຫື່ອແຮງຂອງຕົນ ເຂົ້າໃນການຊີ້ນໍາ-ນໍາພາ ບັນຊາ ຕາມຂອບເຂດຄວາມຮັບຜິດ ຊອບຂອງຕົນ, ທັງເປັນການຍົກ ສູງປະສິດທິພາບ, ຂອງວຽກ ງານກ້າວຂຶ້ນຕາມທິດຫັນເຂົ້າ ສູ່ແບບແຜນທັນສະໄໝທີ່ກະຊວງ ປ້ອງກັນປະເທດວາງອອກ, ແຕ່ ລະສະຫາຍຕ້ອງຍົກສູງຄວາມ ຮັບຜິດຊອບຕໍ່ໜ້າທີ່ການເມືອງ ຂອງຕົນໃຫ້ສູງຂຶ້ນ. ໂດຍ: ຄໍາສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ