ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລັດຖະມົນຕີກະຊວງປ້ອງກັນປະເທດຢ້ຽມຢາມກອງພັນ 609
ເວລາອອກຂ່າວ: 2019-01-28 09:19:14 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 52 | ຄວາມນິຍົມ:



ໃນວັນທີ 23 ມັງກອນ 2019 ນີ້, ທ່ານ ພົນເອກ ຈັນສະ ໝອນ ຈັນຍາລາດ ກຳມະການ ກົມການເມືອງສູນກາງພັກ, ລັດ ຖະມົນຕີກະຊວງປ້ອງກັນປະ ເທດ ພ້ອມຄະນະໄດ້ລົງຢ້ຽມ ຢາມ ແລະ ພົບປະໂອ້ລົມຄະນະ ພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ກອງພັນ 609 ທະຫານ ແຂວງໄຊຍະບູລີ ເນື່ອງໃນໂອ ກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ເຂົ້າຮ່ວມ ການລົງຢ້ຽມຢາມຄັ້ງນີ້ຍັງມີ ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາພັກ ແຂວງ, ເຈົ້າແຂວງໆໄຊຍະບູລີ. ການລົງຢ້ຽມຢາມຄັ້ງນີ້ ທ່ານ ໄດ້ຮັບການຕ້ອນຮັບຢ່າງອົບ ອຸ່ນຈາກ ພັນຕີ ຈັນທອງ ຈັນຟອງ ຫົວໜ້າການທະຫານ ກອງພັນ 609 ທະຫານແຂວງໄຊຍະບູລີ ພ້ອມໄດ້ຮັບຟັງການລາຍງານ ສະພາບລວມຂອງກົມກອງ; ຈາກ ນັ້ນທ່ານລັດຖະມົນຕີກໍໄດ້ໂອ້ ລົມເຊິ່ງທ່ານໄດ້ຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວສູ້ຮົບມີໄຊຂອງກອງທັບປະຊາຊົນລາວຕະຫຼອດ ໄລຍະ 70 ປີຜ່ານມາ ກໍຄືມູນເຊື້ອ ອັນດີງາມຂອງກອງທັບເຮົາເປັນ ຕົ້ນແມ່ນມູນເຊື້ອພິລາດອາດຫານ ຕໍ່ສູ້ບໍ່ຍອມຈຳນົນເພື່ອຕ້ານກັບ ຈັກກະພັດຜູ້ຮຸກຮານ ແລະ ຍາດ ເອົາຄວາມເປັນເອກະລາດມາໃຫ້ປະເທດຊາດຈົນໄດ້ຮັບໄຊຊະນະ ຢ່າງສົມບູນ ແລະ ສະຖາປະນາ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ ປີ 1975 ຫຼັງຈາກນັ້ນກໍໄດ້ດຳ ເນີນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທ່ານຍັງໄດ້ເນັ້ນຕໍ່ຄະນະພັກ-ຄະ ນະບັນຊາຈົ່ງພ້ອມກັນເສີມຂະ ຫຍາຍບົດບາດການນຳພາຂອງ ພັກເປັນເຈົ້າການເຮັດສຳເລັດ ໜ້າທີ່ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ປັບປຸງກໍ່ສ້າງກຳ ລັງໃຫ້ເຂັ້ມແຂງ, ສືບຕໍ່ຄວາມ ສາມັກຄີປອງດອງກັບອຳນາດ ການປົກຄອງທ້ອງຖິ່ນໃຫ້ແໜ້ນ ແຟ້ນ ແລະ ພ້ອມກັນປົກປັກຮັກ ສາອຳນາດ ອະທິປະໄຕ ຂອບເຂດ ຮັບຜິດຊອບຂອງຕົນໄວ້ໃຫ້ໝັ້ນ ຄົງຕະຫຼອດໄປ ໂອກາດນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ມອບເງິນສົດ ຈຳນວນ 20.000.000 ກີບ ໃຫ້ກອງພັນ 609 ທະຫານແຂວງໄຊຍະບູລີ ອີກດ້ວຍ. ຂ່າວ: ສົມຈີນ ສິນຕາວັນ ພາບ:ໄຊຍະສັກ ມະນີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ