ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຜົນກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນມັງກອນ 2019
ເວລາອອກຂ່າວ: 2019-01-28 09:21:30 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 50 | ຄວາມນິຍົມ:



ກອງປະຊຸມລັດຖະບານສະ ໄໝສາມັນ ປະຈໍາເດືອນມັງກອນ 2019 ໄດ້ດໍາເນີນເປັນເວລາມື້ ເຄິ່ງ ຄືວັນທີ 24-25 ມັງກອນ 2019 ທີ່ສໍານັກງານນາຍົກລັດ ຖະມົນຕີ, ພາຍໃຕ້ການເປັນປະ ທານຂອງ ທ່ານ ທອງລຸນ ສີສຸ ລິດ ນາຍົກລັດຖະມົນຕີ, ມີບັນດາ ທ່ານຮອງນາຍົກລັດຖະມົນຕີ ແລະ ບັນດາສະມາຊິກລັດຖະ ບານເຂົ້າຮ່ວມຢ່າງພ້ອມພຽງ. ຮອງລັດຖະມົນຕີ ຕິດຕາມ, ກວດ ກາ ແລະ ຊຸກຍູ້ການຈັດຕັ້ງປະຕິ ບັດວຽກງານໃນແຕ່ລະຂົງເຂດ ຕາມການມອບໝາຍຂອງລັດ ຖະມົນຕີ; ຮອງເຈົ້າແຂວງຕິດ ຕາມ, ກວດກາ ແລະ ຊຸກຍູ້ການ ຈັດຕັ້ງປະຕິບັດວຽກງານໃນ ແຕ່ລະຂົງເຂດ ຕາມການມອບ ໝາຍຂອງເຈົ້າແຂວງ. ກອງປະຊຸມໄດ້ຮຽກຮ້ອງມາ ຍັງພະນັກງານ, ສະມາຊິກພັກ, ລັດຖະກອນ, ກໍາມະກອນ, ນັກ ຮຽນຮູ້ປັນຍາຊົນ, ປະຊາຊົນ ບັນດາເຜົ່າ, ຊັ້ນຄົນຕ່າງໆ, ຊາວ ຕ່າງດ້າວຜູ້ບໍ່ມີສັນຊາດທີ່ດຳລົງ ຊີວິດຢູ່ລາວ, ນັກທຸລະກິດພາກ ລັດ ແລະ ເອ ກະຊົນ ລວມທັງ ນັກທຸລະກິດຕ່າງປະເທດ ທີ່ມາ ລົງທຶນຢູ່ລາວ ຈົ່ງພ້ອມກັນເຊີດ ຊູນໍ້າໃຈເປັນເຈົ້າປະເທດຊາດ, ສາມັກຄີເປັນຈິດໜຶ່ງໃຈດຽວ, ເດັດດ່ຽວຜ່ານຜ່າອຸປະສັກຕ່າງໆ, ສູ້ຊົນເຂົ້າຮ່ວມຈັດຕັ້ງປະຕິບັດ ວຽກງານສໍາຄັນຕ່າງໆ ທີ່ລັດຖະ ບານວາງອອກໃຫ້ປະກົດຜົນເປັນ ຈິງ ເພື່ອຜົນປະໂຫຍດຂອງຊາດ, ຂອງປະຊາຊົນ ແລະ ຂອງພວກ ເຮົາໝົດທຸກຄົນ. ພ້ອມກັນນີ້, ໃຫ້ ຍົກສູງສະຕິລະວັງຕົວຕໍ່ຜູ້ບໍ່ຫວັງ ດີ, ເພີ່ມທະວີຄວາມສາມັກຄີເປັນ ຈິດໜຶ່ງໃຈດຽວ, ເດັດດ່ຽວຕ້ານ ກົນອຸບາຍໂດຍສັນຕິຂອງອິດທິ ກໍາລັງປໍລະປັກໃນທຸກຮູບແບບ, ບໍ່ຖືກກົນອຸບາຍທໍາລາຍມ້າງເພ, ຍຸແຍ່ໃສ່ຮ້າຍປ້າຍສີຂອງພວກ ຄົນບໍ່ດີຢູ່ພາຍໃນ ແລະ ຕ່າງປະ ເທດໂດຍຜ່ານຮູບແບບຕ່າງໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ