ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແຂວງຜົ້ງສາລີຈັດງານປີທ່ອງທ່ຽວລາວ 2018 ແລະ ເທສະການດື່ມນ້ຳຊາ
ເວລາອອກຂ່າວ: 2018-11-14 08:58:07 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 277 | ຄວາມນິຍົມ:



v ພິທີຈັດງານປີທ່ອງທ່ຽວລາວ 2018 ແລະ ເທສະການດື່ມນໍ້າ ຊາ ຂອງແຂວງຜົ້ງສາລີ ໄດ້ຈັດ ຂຶ້ນໃນຕອນເຊົ້າຂອງວັນທີ 9 ພະ ຈິກ 2018 ທີ່ເດີ່ນສະໜາມຫຼວງ ຂອງແຂວງ ໂດຍການໃຫ້ກຽດ ເຂົ້າຮ່ວມໃນພິທີມີທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະ ມົນຕີ, ທ່ານ ຄຳເຈນ ວົງໂພສີ, ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍ ຮອງລັດຖະມົນກະຊວງຖະແຫຼງ ຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ, ຕະຫຼອດຮອດສື່ມວນຊົນ, ( ອ່ານຕໍ່ໜ້າ 7 ) ແຂກທັງພາຍໃນ ແລະ ຕ່າງປະ ເທດ ແລະ ປະຊາຊົນບັນດາເຜົ່າ ຊາວແຂວງຜົ້ງສາລີ ເຂົ້າຮວ່ມ ຢ່າງຫຼວງຫຼາຍ. ການຈັດກິດຈະກໍາໃນຄັ້ງນີ້ ເປັນຂະບວນການທີ່ສໍາຄັນເພື່ອ ນຳໃຊ້ທ່າແຮງຂອງແຂວງ ໃຫ້ ເກີດປະໂຫຍດສູງສຸດ ໂດຍສະ ເພາະ ແມ່ນການຊຸກຍູ້ສົ່ງເສີມ ວຽກງານການທ່ອງທ່ຽວ, ການ ປົກປັກຮັກສາທໍາມະຊາດ, ການ ອະນຸລັກ ວັດທະນະທໍາ ແລະ ຮີດ ຄອງປະເພນີອັນດີງາມຂອງປະ ຊາຊົນບັນດາເຜົ່າຢູ່ພາຍໃນ ແຂວງຜົ້ງສາລີ ໃຫ້ກວ້າງ ຂວາງ, ໝັ້ນຄົງຍາວນານ ແລະ ນຳເອົາຊື່ສຽງມາໃຫ້ທ້ອງຖິ່ນ ກໍຄືປະເທດຊາດ, ທັງເປັນການ ສ້າງບັນຍາກາດທີ່ເອື້ອອໍານວຍ ໃຫ້ແກ່ການໄປມາຫາສູ່ກັນ, ແລກປ່ຽນ ແລະ ຈໍາໜ່າຍສິນ ຄ້າທີ່ເປັນຜະລິດຕະພັນຂອງ ທ້ອງຖິ່ນໃຫ້ມີການຂະຫຍາຍ ຕົວປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ກໍຄືເສດຖະກິດ-ສັງຄົມແຫ່ງຊາດໃຫ້ມີຄວາມ ໜັກແໜ້ນ, ເຂັ້ມແຂງ ແລະ ຂະ ຫຍາຍຕົວ ຢ່າງບໍ່ຢຸດຢັ້ງ. ພິທີທາງການແມ່ນເລີ່ມຕົ້ນ ດ້ວຍການຍ່າງສວນສະໜາມ ຂອງແຕ່ລະກ້ອນກຳລັງ ເປັນຕົ້ນ ກ້ອນກຳລັງເຍົາວະຊົນທັນວາ, ກອ້ນຊາວໜຸ່ມ, ກ້ອນນັກຮຽນ ນັກສຶກສາ ແລະ ຄູອາຈານ, ກ້ອນກໍາລັງແຫ່ຕົ້ນຊາ, ກ້ອນ ກຳລັງສຽງແຄນລາວ ແລະ ກ້ອນກຳລັງ 15 ຊົນເຜົ່າ. ພາຍ ຫຼັງສໍາເລັດການຍ່າງສວນສະ ໜາມແລ້ວ, ທ່ານ ທອງສີ ເສົາ ສຸລິພົມ, ຮອງເຈົ້າແຂວງໆຜົ້ງ ສາລີ, ປະທານຄະນະຮັບຜິດ ຊອບຈັດງານປີທ່ອງທ່ຽວລາວ 2018 ແລະ ເທດສະການດື່ມນໍ້າ ຊາ ທີ່ແຂວງຜົ້ງສາລີ ໄດ້ຂຶ້ນ ລາຍງານກ່ຽວກັບການກະ ກຽມຈັດງານໃນຄັ້ງນີ້ວ່າ: ແຂວງຜົ້ງສາລີ ໄດ້ເລີ່ມກະກຽມ ມາແຕ່ທ້າຍເດືອນຕຸລາ 2017 ໂດຍປະກອບມີກິດຈະກຳຕ່າງໆ ທີ່ຕິດພັນກັບຂະບວນການຂອງ ແຕ່ລະເມືອງເປັນຕົ້ນ: ເມືອງ ບຸນເໜືອ: ພິທີຈັດງານປີທ່ອງ ທ່ຽວ 2018 ແລະ ເທດສະການ ຈູດບັ້ງໄຟ; ເມືອງຍອດອູ, ເທດ ສະການພະທາດກິ່ວແອກ; ເມືອງສຳພັນ: ພິທີຈັດງານປີ ທ່ອງທ່ຽວຕິດພັນກັບການສ້າງ ຄອບຄົວ ແລະ ບ້ານວັດທະນະ ທຳ ບ້ານອາເຊີ; ເມືອງບຸນໃຕ້: ພິທີຈັດງານປີທ່ອງທ່ຽວ 2018 ແລະ ງານສະແດງສິນລະປະ ວັນນະຄະດີບັນດາເຜົ່າ, ຕິດພັນ ກັບການຕໍ່າຫູກທໍໄໝ, ຍ້ອມສີ ທຳມະຊາດຂອງເຜົ່າຢັ້ງ ບ້ານ ລ້ອງນາຍເກົ່າ ແລະ ບ້ານນາ ນ້ຳ; ເມືອງໃໝ່: ເທດສະການ ທ່ຽວຊົມຕາດຫ້ວຍຈິກ. ເມືອງ ຂວາ: ພິທີຈັດງານປີທ່ອງທ່ຽວ ຕິດພັນກັບບູນປະເພນີຊ່ວງເຮືອ. ສຳລັບການຈັດງານໃນຄັ້ງນີ້, ແຂວງຍັງໄດ້ຈັດງານຕະຫຼາດ ນັດ ຂາຍສິນຄ້າພາຍໃນ ແລະ ຕ່າງປະເທດ, ຈັດງານປະກວດ ນາງສາວງາມ ແລະ ນັກຮອງ ສຽງດີບັນດາເຜົ່າທົ່ວແຂວງ ໃນ ນັ້ນດ້ານສິນຄ້າປະກອບມີສິນ ຄ້າກະສິກຳ, ອຸດສະຫະກຳ ແລະ ເຄື່ອງຫັດຖະກຳ ທີ່ເປັນເອກະ ລັກຂອງປະຊາຊົນບັນດາເຜົ່າ ທີ່ນຳມາຈາກບັນດາເມືອງໃນ ທົ່ວແຂວງ, ສິນຄ້າຈາກລາຊະ ອານາຈັກໄທ, ສສ ຫວຽດນາມ ແລະ ສປ ຈີນ ຈຳນວນ 60 ກວ່າ ຮ້ານ ເຊິ່ງມີມູນຄ່າຂອງສິນຄ້າ ທັງໝົດໃນງານ ປະມານ 1 ຕື້ ກ່ວາກີບ, ຄາດຄະເນຜູ້ເຂົ້າຮ່ວມ ແລະ ຊົມງານໃນຄັ້ງນີ້ມີປະມານ 2.000 ກວ່າຄົນ. ສຳລັບກິດຈະ ກຳສະແດງສິລະປະວັນນະຄະດີ ຂອງຊົນເຜົ່າແມ່ນມາຈາກບັນ ດາເມືອງ ຈຳນວນ 30 ລາຍ ການ, ສີລະປະກອນຂອງແຂວງ 4 ລາຍການ, ລວມທັງໝົດ 34 ລາຍການ ເຊິ່ງສ່ອງແສງໃຫ້ ເຫັນເຖິງຄວາມແຕກຕ່າງກັນ ທາງດ້ານວິທີການດຳລົງຊີວິດ ແລະ ຄວາມເປັນເອກະລັກທາງ ດ້ານຮີດຄອງປະເພນີອັນດີງາມ ຂອງແຕ່ລະເຜົ່າ. ຈາກນັ້ນ, ທ່ານ ຄຳເຈນ ວົງໂພສີ ກໍໄດ້ຂຶ້ນກ່າວເປີດພິທີ ຈັດງານປີທ່ອງທ່ຽວລາວ 2018 ແລະ ເທດສະການດື່ມ ນໍ້າຊາ ທີ່ແຂວງຜົ້ງສາລີ ຢ່າງ ເປັນທາງການວ່າ: ການຈັດ ງານປີທ່ອງທ່ຽວລາວ 2018 ແລະ ເທດສະການດຶ່ມນໍ້າຊາ ທີ່ ແຂວງຜົ້ງສາລີ ໃນຄັ້ງນີ້ນອກ ຈາກເປັນການປຸກລະດົມກໍາລັງ ແຮງຂອງທົ່ວສັງຄົມ ເຂົ້າໃນ ການສົ່ງເສີມ ແລະ ພັດທະນາ ການທ່ອງທ່ຽວ ໃຫ້ກາຍເປັນ ຂະແໜງການບຸລິມະສິດ ໃນ ການພັດທະນາເສດຖະກິດ-ສັງ ຄົມຂອງແຂວງແລ້ວ ຍັງສະ ແດງເຖິງຄວາມສາມັກຄີເປັນ ປຶກແຜ່ນ, ເປັນການເສີມຂະ ຫຍາຍທ່າແຮງການທ່ອງທ່ຽວ ທໍາມະຊາດ, ວັດທະນະທໍາ ແລະ ປະຫວັດສາດ ເພື່ອສືບຕໍ່ດຶງດູດ ນັກທ່ອງທ່ຽວທາງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ອງ ທ່ຽວຢູ່ແຂວງຜົ້ງສາລີ ນັບມື້ນັບ ຫຼາຍຂຶ້ນ. ໃນໂອກາດນີ້ ຂໍເຊີນ ຊວນນັກທ່ອງທ່ຽວຈາກພາຍໃນ ປະເທດ ແລະ ຈາກທຸກປະເທດ ເຂົ້າມາທ່ອງທ່ຽວຢ້ຽມຢາມ ສະຖານທີ່ຕ່າງໆ ໃນແຂວງ ຜົ້ງ ສາລີ ດ້ວຍຄວາມເບີກບານ ມ່ວນຊື່ນ. ໃນຕອນທ້າຍ, ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ກຽດ ຂຶ້ນລັ່ນຄ້ອງ 9 ບາດ, ຕັດແຖບ ຜ້າ ແລະ ປ່ອຍປ້າຍ ພິທີຈັດ ງານປີທ່ອງທ່ຽວລາວ 2018 ແລະ ເທດສະການດື່ມນ້ໍາຊາ ຢ່າງເປັນທາງການ ພ້ອມກັນນັ້ນ ກໍ່ຍັງໄດ້ມອບເງິນໃຫ້ແກ່ແຂວງ ຈຳນວນ 50 ລ້ານກີບ ແລະ ທ່ຽວຊົມງານຕະຫຼາດນັດ ຕື່ມ ອີກ. ໂດຍ: ກົມປະຊາສຳພັນ, ຫສນຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ