ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະຜູ້ແທນຂັ້ນສຸງ ສ ກຸບາ ຢ້ຽມຢາມ ສປປ ລາວ
ເວລາອອກຂ່າວ: 2018-11-14 08:59:45 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 305 | ຄວາມນິຍົມ:



ຕອບສະໜອງຕາມການເຊື້ອ ເຊີນຂອງ ສະຫາຍ ບຸນຍັງ ວໍລະ ຈິດ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ມີເກັນ ດີ ເອັດສ-ກາແນນ ແບຣມູເດັດສ, ປະທານສະພາແຫ່ງລັດ ແລະ ປະທານສະພາລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ໄດ້ມາ ຢ້ຽມຢາມລັດຖະກິດສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຢ່າງເປັນທາງການແຕ່ ວັນ ທີ 10-11 ພະຈິກ 2018. ໃນ ຕອນເຊົ້າຂອງວັນທີ 11 ພະຈິກ 2018, ສະຫາຍ ມີເກັນ ດີ ເອັດສ-ກາແນນ ແບຣມູເດັດສ, ພ້ອມດ້ວຍພັນລະຍາ ແລະ ຄະ ນະໄດ້ຮັບການຕ້ອນຮັບຢ່າງອົບ ອຸ່ນ, ສະໜິດສະໜົມ ແລະ ສົມ ກຽດຈາກ ສະຫາຍ ບຸນຍັງ ວໍລະ ຈິດ, ປະທານປະເທດ ແຫ່ງ ສປປ ລາວ ທີ່ທໍານຽບປະທານ ປະເທດ. ໃນໄລຍະການຢ້ຽມຢາມ, ສະ ຫາຍ ມີເກັນ ດີເອັດສ-ກາແນນ ແບຣມູເດັດສ ໄດ້ພົບປະຢ່າງ ເປັນທາງການກັບ ສະຫາຍ ບຸນ ຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ທອງ ລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ສະຫາຍ ນາງ ປານີ ຢາທໍ່ຕູ່, ປະທານສະ ພາແຫ່ງຊາດ. ໃນການພົບປະປຶກສາຫາລື ແລະ ພົບປະຢ່າງເປັນທາງການ ກັບການນໍາຂອງລາວ, ສອງ ຝ່າຍກໍໄດ້ແຈ້ງໃຫ້ກັນຊາບ ສະ ພາບການທີ່ພົ້ນເດັ່ນຂອງສອງ ປະເທດ, ຕີລາຄາກ່ຽວກັບການ ຮ່ວມມືສອງຝ່າຍໃນໄລຍະຜ່ານ ມາ ແລະ ປຶກສາຫາລືທິດທາງ ການຮ່ວມມືໃນຕໍ່ໜ້າ ລະຫວ່າງ ສອງປະເທດ, ແລກປ່ຽນທັດສະ ນະຕ່າງໆກ່ຽວກັບບັນຫາພາກ ພື້ນ ແລະ ສາກົນ ທີ່ຕ່າງຝ່າຍ ຕ່າງມີຄວາມສົນໃຈນໍາກັນ. ໃນ ໂອກາດພົບປະດັ່ງກ່າວນັ້ນ, ບັນ ດາສະຫາຍການນໍາຂອງລາວ ໄດ້ຢືນຢັນຄືນເຖິງແນວທາງສະ ເໝີຕົ້ນສະເໝີປາຍຂອງພັກ-ລັດ ຖະບານລາວ ໃນການສືບຕໍ່ການ ພົວພັນ, ຮ່ວມມືລະຫວ່າງ ສອງ ປະເທດໃນອານາຄົດ ເພື່ອເຮັດ ໃຫ້ສາຍພົວພັນມິດຕະພາບທີ່ ເປັນມູນເຊື້ອອັນດີງາມແລ້ວນັ້ນ ລະຫວ່າງສອງປະເທດໄດ້ສືບຕໍ່ ຮັບການເສີມຂະຫຍາຍ ແລະ ຈະເລີນງອກງາມຂື້ນເລື້ອຍໆ. ພ້ອມກັນນັ້ນກໍຍັງໄດ້ສະແດງ ຄວາມຂອບອົກຂອບໃຈຢ່າງສູງ ຕໍ່ພັກ, ລັດຖະບານ ແລະ ປະຊາ ຊົນກູບາອ້າຍນ້ອງທີ່ໄດ້ໃຫ້ການ ສະໜັບສະໜູນ ແລະ ການຊ່ວຍ ເຫຼືອອັນລໍ້າຄ່າແກ່ພາລະກິດຕໍ່ສູ້ ກູ້ຊາດຂອງປະຊາຊົນລາວໃນ ເມື່ອກ່ອນກໍຄືພາລະກິດປົກປັກ ຮັກສາ ແລະ ພັດທະນາປະເທດ ຊາດໃນປັດຈຸບັນ. ສະຫາຍ ມີເກັນ ດີເອັດສ-ກາແນນ ແບຣມູເດັດສ, ໄດ້ສະ ແດງຄວາມພາກພູມໃຈ ທີ່ໄດ້ມີ ໂອກາດມາຢ້ຽມຢາມລາວອີກ ເທື່ອໜຶ່ງ ແລະ ສະແດງຄວາມ ຊົມເຊີຍຕໍ່ຜົນສໍາເລັດ ແລະ ຄວາມກ້າວໜ້າຂອງປະຊາຊົນ ລາວ ອ້າຍນ້ອງໃນພາລະກິດ ປົກປັກຮັກສາ ແລະ ສ້າງສາປະ ເທດຊາດໃຫ້ຈະເລີນຮຸ່ງເຮືອງ ຢ່າງບໍ່ຢຸດຢັ້ງ. ໃນຂະນະດຽວ ກັນນັ້ນ, ສະຫາຍ ຍັງໄດ້ຢືນຢັນ ຄືນແນວທາງນະໂຍບາຍຂອງ ພັກ ແລະ ລັດ ກູບາ ທີ່ຈະສືບຕໍ່ ຮັດແໜ້ນ ແລະ ເສີມຂະຫຍາຍ ການພົວພັນ ແລະ ຮ່ວມມືອັນ ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ກູບາ-ລາວ ໃນສະເພາະ ໜ້າ ແລະ ຍາວນານ ກໍຄືຄວາມ ມຸ່ງໝັ້ນທີ່ຈະສືບຕໍ່ໃຫ້ການຮ່ວມ ມື ແລະ ຊ່ວຍເຫຼືອ ສປປ ລາວ ໃນດ້ານການກໍ່ສ້າງຊັບພະຍາ ກອນມະນຸດ, ກີລາ ແລະ ສາທາ ລະນະສຸກ. ໃນໂອກາດດຽວກັນ ນີ້, ສະຫາຍ ປະທານສະພາແຫ່ງ ລັດ ແລະ ປະທານສະພາລັດຖະ ມົນຕີ ກໍໄດ້ເຊື້ອເຊີນ ສະຫາຍ ບຸນຍັງ ວໍລະຈິດ, ປະທານປະ ເທດ ແຫ່ງ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ໄປ ຢ້ຽມຢາມ ສາທາລະນະລັດ ກູ ບາ ຢ່າງເປັນທາງການໃນເວລາ ອັນສະດວກໃນຕໍ່ໜ້າ. ການຢ້ຽມຢາມຂອງ ສະຫາຍ ມີເກັນ ດີເອັດສ-ກາແນນ ແບຣມູ ເດັດສ ຄັ້ງນີ້ ເປັນເຫດການສໍາ ຄັນທາງດ້ານປະຫວັດສາດແຫ່ງ ການພົວພັນ ລະຫວ່າງ ສປປ ລາວ ແລະ ສ ກູບາ ເຊິ່ງໄດ້ເປັນ ການປະກອບສ່ວນສໍາຄັນໃນ ການຮັດແໜ້ນສາຍພົວພັນມິດ ຕະພາບ, ຄວາມສາມັກຄີຖານ ອ້າຍນ້ອງ ແລະ ການຮ່ວມມື ຮອບດ້ານລະຫວ່າງ ສອງປະ ເທດກໍຄືປະຊາຊົນສອງຊາດ ລາວ-ກູບາ ທີ່ມີມາດົນນານນັ້ນ ໃຫ້ນັບມື້ນັບໄດ້ຮັບການເພີ່ມພູນ ຄູນສ້າງ ແລະ ພັດທະນາໄປສູ່ ບາດກ້າວໃໝ່ເພື່ອຜົນປະໂຫຍດ ລວມຂອງທັງສອງປະເທດ. ຜົນ ສໍາເລັດອັນສໍາຄັນອັນໜຶ່ງຂອງ ການຢ້ຽມຢາມດັ່ງກ່າວນີ້ແມ່ນ ທັງສອງຝ່າຍ ລາວ-ກູບາ ໄດ້ ເຊັນສັນຍາການຮ່ວມມືລະ ຫວ່າງ ກະຊວງສຶກສາທິການ ແລະ ກີລາ ແຫ່ງ ສປປ ລາວ ແລະ ສະຖາບັນກິລາພາລະສຶກ ສາ ແລະ ສີລະປະແຫ່ງຊາດ ສ ກູບາ ແລະ ສັນຍາການຮ່ວມມື ລະຫວ່າງ ທະນາຄານ ແຫ່ງ ສປປ ລາວ ແລະ ທະນາຄານ ແຫ່ງ ສ ກູບາ. ນອກຈາກນັ້ນ, ສະຫາຍ ປະ ທານສະພາແຫ່ງລັດ ແລະ ປະ ທານສະພາລັດຖະມົນຕີ ຍັງໄດ້ ວາງພວງມາລາຢູ່ອານຸສາວະລີ ນັກຮົບວິລະນາມ, ທ່ຽວຊົມສະ ຖານທີ່ປະຫວັດສາດ ແລະ ວັດ ທະນະທໍາບາງແຫ່ງຢູ່ພາຍໃນ ນະຄອນຫຼວງວຽງຈັນ. ໃນຕອນທ່ຽງຄືນຂອງວັນທີ 11 ພະຈິກ 2018, ສະຫາຍ ມີ ເກັນ ດີເອັດສ-ກາແນນ ແບຣມູ ເດັດສ, ພ້ອມດ້ວຍພັນລະຍາ ແລະ ຄະນະກໍໄດ້ເດີນທາງກັບ ຄືນປະເທດດ້ວຍຄວາມປອດໄພ ດີທຸກປະການ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ