ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມໃຫຍ່ເຕັກນິກກອງທັບສະຫຼຸບວຽກງານຮັບປະກັນດ້ານພາຫະນະເຕັກນິກ ແລະ ຍ້ອງຍໍຜົນງານ 5 ປີ
ເວລາອອກຂ່າວ: 2019-01-31 09:50:00 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 133 | ຄວາມນິຍົມ:



ວັນທີ 28 ມັງກອນ 2019 ນີ້, ກົມໃຫຍ່ເຕັກນິກກອງທັບ ໄດ້ເປີດກອງປະຊຸມສະຫຼຸບຖອດ ຖອນບົດຮຽນວຽກງານຮັບປະ ກັນພາຫະນະເຕັກນິກໃຫ້ແກ່ຂະ ບວນສວນສະໜາມສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 70 ປີ, ໂດຍ ການເປັນປະທານຂອງ ທ່ານ ພົນ ຕີ ກິລະກອນ ບຸນນະຜົນ ກຳມະ ການຄະນະພັກກະຊວງປ້ອງກັນ ປະເທດ, ຫົວໜ້າກົມໃຫຍ່ເຕັກນິກ ກອງທັບ, ມີຄະນະກົມໃຫຍ່, ຄະ ນະພັກ-ຄະນະບັນຊາ ບັນດາກົມ ເຫຼົ່າຮົບຕ່າງໆ ແລະ ກົມກອງທີ່ ກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມໄດ້ສະຫຼຸບຕີ ລາຄາຄືນວຽກງານຮັບປະກັນ ດ້ານພາຫະນະເຕັກນິກຢູ່ໃນພາກ ສະໜາມເຝິກແອບສວນສະໜາມ ແລະ ສວນສະໜາມຕົວຈິງໃນມື້ ສະເຫຼີມສະຫຼອງວັນທີ 20 ມັງ ກອນ 2019 ຜ່ານມາ, ທັງຂໍ້ສະ ດວກ ແລະ ຂໍ້ຫຍຸ້ງຍາກເພື່ອ ເປັນບົດຮຽນໃນຕໍ່ໜ້າ. ຈາກນັ້ນ ບັນດາສະຫາຍຄະນະຮັບຜິດ ຊອບແຕ່ລະພາກສ່ວນກົມກອງ ເຫຼົ່າຮົບກໍໄດ້ປະກອບຄໍາເຫັນ ໃສ່ຈຸດຄົງຄ້າງບາງດ້ານ ເພື່ອ ເປັນບົດຮຽນໃຫ້ແກ່ການຍົກສູງ ສະມັດຖະພາບຂອງວຽກງານຮັບປະກັນດ້ານພາຫະນະເຕັກ ນິກ ເຂົ້າໃນການເຝິກແອບຮໍ່າ ຮຽນກຽມພ້ອມສູ້ຮົບໃຫ້ດີຂຶ້ນ ກວ່າເກົ່າ. ສັງຮວມແລ້ວ, ວຽກງານຮັບ ປະກັນດ້ານພາຫະນະເຕັກນິກເຂົ້າ ໃນສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 70 ປີ ມີຜົນສຳເລັດດີ ແລະ ມີ ຄວາມປອດໄພ 100%. ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນວັນ ທີ 25 ມັງກອນ 2019 ນີ້ ກົມ ໃຫຍ່ເຕັກນິກກອງທັບ ກໍໄດ້ຈັດຕັ້ງ ຍ້ອງຍໍຜົນງານ 5 ປີ ໃນໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 70 ປີ, ໃຫ້ແກ່ພະນັກງານ-ນັກຮົບ, ໃນ 6 ກົມ 3 ຫ້ອງທີ່ຂຶ້ນກັບກົມໃຫຍ່ ເຕັກນິກກອງທັບ. ໃນນີ້ ປະດັບຫຼຽນໄຊພິລາດ ອາດຫານ ຊັ້ນ II ໃຫ້ແກ່ບຸກຄົນ ຈໍານວນ 8 ສະຫາຍ, ຫຼຽນໄຊພິ ລາດອາດຫານ ຊັ້ນ III ໃຫ້ແກ່ບຸກ ຄົນ ຈໍານວນ 18 ສະຫາຍ, ຫຼຽນ ໄຊອິດສະຫຼະຊັ້ນ III ໃຫ້ແກ່ກົມ ກອງລວມໝູ່ 1 ກົມກອງ ແລະ ຫຼຽນໄຊພິລາດອາດຫານຊັ້ນ II ໃຫ້ກົມກອງລວມໝູ່ 1 ກົມກອງ, ປະດັບຫຼຽນໄຊອິດສະຫຼະຊັ້ນ II ໃຫ້ແກ່ບຸກຄົນ ຈໍານວນ 16 ສະ ຫາຍ, ປະດັບຫຼຽນໄຊອິດສະຫຼະ ຊັ້ນ III ໃຫ້ແກ່ບຸກຄົນ ຈໍານວນ 19 ສະຫາຍ, ຫຼຽນໄຊແຮງງານຊັ້ນ II ໃຫ້ແກ່ກົມກອງລວມໝູ່ 2 ກົມ ກອງ, ຫຼຽນໄຊແຮງງານຊັ້ນ II ໃຫ້ແກ່ບຸກຄົນ ຈໍານວນ 28 ສະ ຫາຍ, ຫຼຽນໄຊແຮງງານຊັ້ນ III ໃຫ້ແກ່ບຸກຄົນ ຈໍານວນ 54 ສະ ຫາຍ, ຫຼຽນກາແຮງງານໃຫ້ແກ່ ບຸກຄົນ ຈໍານວນ 44 ສະຫາຍ, ໃບຍ້ອງຍໍປະເພດຕ່າງໆໃຫ້ແກ່ ບຸກຄົນ ຈໍານວນ 20 ສະຫາຍ. ໂດຍ: ຄຳສຸກ ວິໄລວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ