ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄວາມຮູ້ສຶກຂອງຊັ້ນຄົນຕ່າງໆຕໍ່ກອງທັບປະຊາຊົນລາວ
ເວລາອອກຂ່າວ: 2019-02-01 08:12:38 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 98 | ຄວາມນິຍົມ:



ພັນເອກ ຂັນທອງ ວົງອຳຄາ ຫົວໜ້າການ ເມືອງກອງບັນຊາການທະຫານແຂວງຊຽງຂວາງ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສຶພິມກອງທັບວ່າ: ຮູ້ສຶກເປັນກຽດຢ່າງຍິ່ງທີ່ພັກ-ລັດ ແລະ ປວງຊົນ ລາວບັນດາເຜົ່າໄດ້ຈັດຕັ້ງສະເຫຼີມສະຫຼອງວັນສ້າງ ກອງທັບປະຊາຊົນລາວ ຄົບຮອບ 70 ປີ ເຊິ່ງແມ່ນ ເຫດການໜຶ່ງທີ່ມີຄວາມໝາຍສຳຄັນ. ຕະຫຼອດ 70 ປີທີ່ຜ່ານມາ, ພາຍໃຕ້ການນຳພາ ຂອງພັກ, ກອງທັບປະຊາຊົນລາວໄດ້ພ້ອມກັບປະ ຊາຊົນລາວບັນດາເຜົ່າດຳເນີນການຕໍ່ສູ້ຕ້ານຈັກກະ ພັດລ່າເມືອງຂຶ້ນແບບເກົ່າແລະ ແບບໃໝ່ພ້ອມກັບລູກແຫຼ້ງຕີນມືຂອງພວກມັນ, ຍາດໄດ້ໄຊ ຊະນະ ແລະ ສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ. ພາຍຫຼັງ ປະເທດຊາດໄດ້ຮັບການປົດປ່ອຍ, ກອງທັບເຮົາຍາມໃດກໍເປັນແບບ ຢ່າງນຳໜ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດສາມາດປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ ແລະ ຜືນ ແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ຢ່າງໝັ້ນຄົງໃນນັ້ນ ກອງບັນຊາການທະຫານແຂວງຊຽງຂວາງກໍແມ່ນກຳລັງປະກອບ ອາວຸດໜຶ່ງທີ່ໄດ້ສູ້ຊົນເຮັດສຳເລັດໜ້າທີ່ການເມືອງຂອງຕົນ ເຮັດໃຫ້ ສະພາບຢູ່ໃນຄວາມຮັດຜິດຊອບຂອງພວກເຮົາມີຄວາມສະຫງົບໜັກ ແໜ້ນສ້າງເງື່ອນໄຂສະດວກໃຫ້ແກ່ການຂະຫຍາຍຕົວທາງດ້ານເສດ ຖະກິດ-ສັງຄົມເຮັດໃຫ້ປະຊາຊົນບັນດາເຜົ່າໃນແຂວງຊຽງຂວາງໄດ້ ມີຄວາມຢູ່ເຢັນເປັນສຸກ, ການທຳມາຫາກິນ ແລະ ໄປມາສະດວກສະ ບາຍໃນໂອກາດສະເຫຼີມສະຫຼອງວັນສ້າງກອງທັບປະຊາຊົນລາວຄົບ ຮອບ 70 ປີນີ້, ຂ້າພະເຈົ້າຕາງໜ້າໃຫ້ພະນັກງານ-ນັກຮົບຂໍສະແດງ ຄວມຂອບອົກຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການນຳພັກ- ລັດ ໂດຍສະເພາະແມ່ນການນຳກະຊວງປ້ອງກັນປະເທດທີ່ຍາມໃດກໍ ໄດ້ເອົາໃຈໃສ່ຢ່າງຈົດຈໍ່ໃນການສຶກສາອົບຮົມ ແລະ ການກໍ່ສ້າງກຳ ລັງປະກອບອາວຸດຂອງພວກເຮົານັບມື້ເຕີບໃຫຍ່ເຂັ້ມແຂງຈົນມາເຖິງ ທຸກວັນນີ້. ໃນໂອກາດທ້າຍນີ້ຂໍຕາງໜ້າໃຫ້ພະນັກງານ-ນັກຮົບຂໍອວຍພອນ ໄຊໃຫ້ແກ່ການນຳພັກ-ລັດທຸກທ່ານ ແລະ ການນຳກະຊວງປ້ອງກັນ ປະເທດທຸກຄົນຈົ່ງມີສຸຂະພາບເຂັ້ມແຂງ ແລະ ສືບຕໍ່ຊີ້ນຳກອງທັບ ພວກເຮົາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ