ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຈີນ ເປີດຕົວເຮລີກົບແຕໂຈມຕີ Z - 10ME ຮຸ່ນໃໝ່ສຳລັບສົ່ງອອກ
ເວລາອອກຂ່າວ: 2018-11-14 09:55:17 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 11968 | ຄວາມນິຍົມ:



ລັດວິສາຫາກິດກຸ່ມບໍລິສັດອຸດ ສາຫະກຳອາກາສະຍານຂອງ ສປ ຈີນ ໄດ້ເປີດຕົວເຮລີກົບແຕ Z-10ME(Zhishengji- 10ME)ຮຸ່ນປັບປຸງໃໝ່ຫຼ້າສຸດ ສຳລັບສົ່ງອອກທີ່ມີພື້ນຖານມາ ຈາກເຮລີກົບແຕໂຈມຕີຮຸ່ນ Z-10K ທີ່ມີປະຈຳການໃນກອງ ທັບປົດປ່ອຍປະຊາຊົນຈີນ ໃນ ງານວາງສະແດງການບິນນານາ ຊາດ AirShow China 2018 ທີ່ນະຄອນຊຽງໄຮລະຫວ່າງ ວັນທີ 6-11 ພະຈິກ ທີ່ຜ່ານມາ. Z-10ME ເປັນຍົນໂຈມຕີ ສອງບ່ອນນັ່ງທີ່ພັດທະນາໂດຍ Changhe Aircraft Indus tries Corporation(CAIC) ໂດຍມັນໄດ້ຮັບການປັບປຸງຫຼາຍ ຈຸດ ເຊິ່ງມີປະສິດທິພາບສູງກວ່າ ຍົນຮຸ່ນ Z-10K ໂດຍໄດ້ມີການ ເພີ່ມການຮັກສາໃນການໂຈມຕີ ຝ່າຍກົງກັນຂ້າມ ແລະ ຮັກສາ ໃນຈັງຫວະຈັງທ່າລວມເຖິງລະ ບົບມາດຕາການຕໍ່ຕ້ານທາງອາ ກາດທີ່ຄວບຄຸມປະກອບດ້ວຍລະ ບົບແຈ້ງເຕືອນອາວຸດປ່ອຍນຳວິ ຖີ MAWS, ລະບົບແຈ້ງເຕືອນ Radar ທີ່ສາມາດເຮັດວຽກ ຮ່ວມກັບຊຸດຈ່າຍເປົ້າລວງ Chaff ແບບອັດຕະໂນມັດຈາກ ລະບົບຈ່າຍເປົ້າລວງກ໋ອງຂະ ໜາດ 4X6 ສອງກ໋ອງທີ່ຕິດຢູ່ ແຕ່ລະຂ້າງຂອງຍົນ. ຍົນຮຸ່ນນີ້ຍັງມີກ໋ອງແຍກວັດ ສະດຸແປະປອມທີ່ທໍ່ຮັບອາກາດ ເຂົ້າດ້ານໜ້າຂອງເຄື່ອງຈັກ Turboshaft ແບບ WZ9 ເພື່ອ ຫຼຸດ ຜ່ອນຊາຍຫຼຸດຝຸ່ນ ແລະ ສິ່ງ ເປິເປື້ອນທີ່ເປັນຂອງແຂງທີ່ຈະ ສ້າງຄວາມເສຍຫາຍໃຫ້ແກ່ ເຄື່ອງຍົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ