ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ອິດສະຣາແອນໂຈມຕີທາງອາກາດໃສ່ພື້ນທີ່ເຂດຊະນວນກາຊາ
ເວລາອອກຂ່າວ: 2018-11-14 10:04:18 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 10455 | ຄວາມນິຍົມ:



ສຳນັກຂ່າວ Fox news ລາຍງານໃນວັນທີ 12 ພະຈິກ 2018 ນີ້ວ່າ: ກອງກຳລັງ ອິດ ສະຣາແອນ ໄດ້ເປີດສາກໂຈມຕີ ທາງອາກາດໃສ່ພື້ນທີ່ທາງພາກ ຕາເວັນອອກສ່ຽງໃຕ້ຂອງເຂດ ຊະນວນກາຊາ ໂດຍສະເພາະ ແມ່ນເມືອງ ຄານ ຢູນິກ ເຮັດໃຫ້ ສະມາຊິກຂອງກຸ່ມຮາມັດ ເສຍ ຊີວິດ 6 ຄົນ ແລະ ພົນລະເຮືອນ ຊາວປາແລັດສະຕິນ ບາດເຈັບ ຈຳນວນໜຶ່ງ. ໂຄສົກປະຈຳກະຊວງສາທາ ລະນະສຸກຂອງອິດສະຣາແອນ ກ່າວວ່າ:ເຫດການດັ່ງກ່າວແມ່ນ ເກີດຂຶ້ນໃນວັນອາທິດນອກຈາກ ຈະສັງຫານກຸ່ມຮາມັດແລ້ວຊາວ ປາແລັດສະຕິນ ບາງສ່ວນໄດ້ຮັບ ຜົນກະທົບ. ສຳນັກຂ່າວທ້ອງຖິ່ນຂອງອິດ ສະຣາແອນ ລາຍງານວ່າ: ກຸ່ມ ຄົນຮ້າຍຄາດວ່າເປັນກຸ່ມຮາມັດ ໄດ້ຍິງຈະຫຼວດໄປໃສ່ພື້ນທີ່ຂອງ ອິດສະຣາແອນກ່ອນ ແລະ ຕໍ່ ມາທາງກອງກຳລັງອິດສະຣາ ແອນຈິ່ງຕັດສິນໃຈໂຈມຕີຄືນ, ດ້ວຍການນຳໃຊ້ຍົນສູ້ຮົບບຸກ ເຂົ້າໂຈມຕີແບບກະທັນຫັນໃນ ພື້ນທີ່ເປົ້າໝາຍທັນທີ. ກ່ອນໜ້ານີ້ ຜູ້ນຳຂອງກຸ່ມ ຮາມັດ ຄົນໜຶ່ງ ໄດ້ເສຍຊີວິດ ຈາກການໂຈມຕີຂອງອິດສະຣາ ແອນ ແລະ ກອງກຳລັງອິດສະ ຣາແອນ ໄດ້ໃຊ້ຈັງຫວະນີ້ໃນ ການໂຈມຕີເພື່ອຫວັງທີ່ຈະ ກວາດລ້າງກຸ່ມຮາມັດ ເພາະກຸ່ມ ຮາມັດ ກຳລັງຢູ່ໃນໄລຍະແຕ່ງ ຕັ້ງຜູ້ນຳຄົນໃໝ່ພ້ອມທັງຕ້ອງ ປັບປຸງກອງກຳລັງຂອງຕົນ. ການໂຈມຕີຄັ້ງນີ້ຂອງອິດສະ ຣາແອນ ຍັງເປັນການໂຈມຕີຄັ້ງ ທຳອິດນັບຕັ້ງແຕ່ກອງກຳລັງ ຂອງເອຢິບ ເຂົ້າມາໄກ່ເກ່ຍ ລະ ຫວ່າງອິດສະຣາແອນ ແລະ ກຸ່ມ ຮາມັດ ໃນຕົ້ນເດືອນຕຸລາທີ່ຜ່ານ ມາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ