ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລາວ - ຣັດເຊຍຮ່ວມກັນກວດກູ້ລະເບີດບໍ່ທັນແຕກມີຜົນຄືບໜ້າ
ເວລາອອກຂ່າວ: 2018-11-14 10:27:41 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 471 | ຄວາມນິຍົມ:



ກອງປະຊຸມປະເມີນຜົນການ ປະຕິບັດງານຮ່ວມລະຫວ່າງ ລາວ ແລະ ຣັດເຊຍ ກ່ຽວກັບ ການປະຕິບັດການກວດກູ້ ແລະ ທຳລາຍລະເບີດທີ່ບໍ່ທັນແຕກ ເຊິ່ງໄດ້ຈັດຂຶ້ນໃນວັນທີ 7 ພະຈິກ 2018 ທີ່ຫຼັກ 20 ເມືອງຄຳເກີດ ແຂວງບໍລິຄຳໄຊ ໂດຍການເປັນ ປະທານຮ່ວມ ຝ່າຍລາວນຳໂດຍ ພັນເອກ ບຸນທອນ ສິດສຸວົງ ຮອງຫົວໜ້າຫ້ອງວ່າການກະ ຊວງປ້ອງກັນປະເທດ, ຝ່າຍຣັດ ເຊຍນຳໂດຍພັນເອກ ສະເຕ ແຊນ ໂກ ເຊຣ໌ເກ ນີໂກລາຍ ເຢວິດຈ໌ (Steshenko Sergei Nico- laevich) ຜູ້ບັນຊາການໜ່ວຍ ກວດກູ້ລະເບີດສາກົນຂອງກຳ ລັງປະກອບອາວຸດ ສະຫະພັນຣັດ ເຊຍ; ພ້ອມນີ້ ກໍມີພາກສ່ວນກ່ຽວ ຂ້ອງຕ່າງໆເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້; ທັງ 2 ຝ່າຍໄດ້ມີຄວາມເພິ່ງພໍໃຈຕໍ່ການ ຮ່ວມມືທີ່ດີຕໍ່ກັນ ແລະ ຕີລາຄາ ສູງຜົນຂອງການປະຕິບັດງານ ດັ່ງກ່າວ ເຊິ່ງໄດ້ເລີ່ມຕົ້ນປະຕິບັດ ມາແຕ່ກາງເດືອນຕຸລາຜ່ານມາ, ເຊິ່ງຝ່າຍລາວມີຄວາມຮັບ ຜິດຊອບໃນການບຸກເບີກ, ອະນາໄມ ແລະ ຖາງພື້ນທີ່ ທີ່ຈະ ທຳການກວດກູ້ລະເບີດ; ສຳລັບ ຝ່າຍຣັດເຊຍໄດ້ມີການກວດຄົ້ນ ຊອກຫາລະເບີດທີ່ບໍ່ທັນແຕກຕົວ ຈິງໂດຍກົງໃນເນື້ອທີ່ຕົ້ນຕໍ 100 ເຮັກຕາ ໂດຍຢູ່ໃນຂອບເຂດປ່າ ທົ່ວໄປ, ເຂດປູກຝັງ ແລະ ເຂດທີ່ ຢູ່ອາໄສ, ບໍ່ລວມເນື້ອທີ່ສໍາຮອງ ທີ່ຈະກວດກູ້ ແລະ ທຳລາຍລະ ເບີດທີ່ບໍ່ທັນແຕກ; ຜ່ານການຈັດ ຕັ້ງປະຕິບັດຕົວຈິງສາມາດກວດ ກູ້ສຳເລັດ ແລະ ທຳລາຍລະເບີດ ທີ່ບໍ່ທັນແຕກໄດ້ຈຳນວນໜຶ່ງທີ່ ນອນໃນເນື້ອທີ່ 10,8 ເຮັກຕາ. ພາລະກິດກວດກູ້ ແລະ ທຳລາຍ ລະເບີດທີ່ບໍ່ທັນແຕກຂອງໜ່ວຍ ກວດກູ້ລະເບີດສາກົນຂອງຣັດ ເຊຍຈະດຳເນີນໄປຈົນກວ່າຈະ ສໍາເລັດຕາມແຜນທີ່ວາງໄວ້ ແລະ ໂຄງການດັ່ງກ່າວໄດ້ນອນ ຢູ່ໃນຂອບການຮ່ວມມືລະຫວ່າງ ລັດຖະບານ ແລະ ກອງທັບຂອງ 2 ປະເທດ ລາວ ແລະ ຣັດເຊຍ; ພ້ອມນັ້ນ, ໜ່ວຍກວດກູ້ລະເບີດ ສາກົນຂອງຣັດເຊຍ ຍັງໄດ້ມີ ການເຝິກອົບຮົມຫຼັກສູດໃນການ ກວດກູ້ລະເບີດ ແລະ ທຳລາຍລະ ເບີດທີ່ບໍ່ທັນແຕກໃຫ້ແກ່ເຫຼົ່າຮົບ ຊ່າງແສງ ກອງທັບປະຊາຊົນ ລາວ ຕື່ມອີກ. ຂະນະດຽວກັນ; ທ່ານ ພັນໂທ ດຣ ສີທະວົງ ບຸນປຣະສົງ ຮອງ ຫົວໜ້າກົມເສນາຮັກ, ຫົວໜ້າຄະ ນະກຳມະການຮັກສາສຸຂະພາບ ໃນການປະຕິບັດງານກວດກູ້ລະ ເບີດ ໄດ້ແຈ້ງໃຫ້ຜູ້ສື່ຂ່າວພວກ ເຮົາວ່າ: ເພື່ອຮັບປະກັນໃຫ້ແກ່ ສຸຂະພາບຂອງບັນດານາຍ ແລະ ພົນທະຫານຂອງລາວ ແລະ ຣັດ ເຊຍ ທີ່ສັງກັດຢູ່ໃນໜ່ວຍກວດກູ້ ແລະ ທຳລາຍລະເບີດທີ່ຍັງບໍ່ທັນ ແຕກນັ້ນ; ກົມເສນາຮັກ, ກົມ ໃຫຍ່ພະລາທິການກອງທັບ, ໄດ້ ມີການຈັດຕັ້ງໜ່ວຍຜ່າຕັດສຸກ ເສີນເຄື່ອນທີ່ ແລະ ໜ່ວຍແພດສະ ໜາມທີ່ໄດ້ເຄື່ອນໄຫວຢ່າງໃກ້ ຊິດໃນເບິ່ງແຍງສຸຂະພາບຂອງ ຜູ້ທີ່ປະຕິບັດໜ້າທີ່ໃນພາກສະ ໜາມ ແລະ ສາມາດເຮັດສຳເລັດ ໜ້າທີ່ ທີ່ລັດຖະບານກໍຄືກະຊວງ ປ້ອງກັນປະເທດຂອງ 2 ຊາດ ມອບໝາຍໃຫ້. ໃນໄລຍະຜ່ານມາ, 2 ປະ ເທດ ລາວ ແລະ ຣັດເຊຍ ໄດ້ມີ ການພົວພັນທີ່ດີງາມມາເປັນເວ ລາດົນນານ, ລັດຖະບານ ແລະ ປະຊາຊົນ ຣັດເຊຍ ໄດ້ໃຫ້ການ ຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ ແລະ ມີຜົນສັກສິດໃຫ້ແກ່ການປະ ຕິວັດລາວ; ໂດຍສະເພາະພາຍ ຫຼັງສ້າງຕັ້ງສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ທີ່ ເປັນລັດແບບໃໝ່ຂຶ້ນຢູ່ປະທດ ລາວ, ລັດຖະບານ ແລະ ປະຊາ ຊົນຣັດເຊຍ ກໍໄດ້ໃຫ້ການຊ່ວຍ ເຫຼືອຢ່າງໝົດຈິດໝົດໃຈ ເພື່ອປະ ກອບສ່ວນຟື້ນຟູປະເທດລາວຫຼັງ ສົງຄາມໃນດ້ານການເມືອງ, ການທະຫານ ແລະ ເສດຖະກິດ, ໃນນີ້ອັນສຳຄັນແມ່ນໂຄງລ່າງ ພື້ນຖານ ເປັນຕົ້ນຂົວ-ທາງ (ຂົວ ນ້ຳກະດິງ, ຂົວນ້ຳງຶ່ມ), ໂຮງ ຮຽນ, ໂຮງໝໍ…, ຫຼ້າສຸດໃນ ຊຸມປີຜ່ານມາເມື່ອບໍ່ດົນມານີ້, ນາຍົກລັດຖະມົນຕີ, ບຸກຄົນຂັ້ນ ນຳຂອງລັດຖະບານ ແລະ ພາກ ທຸລະກິດຂອງ 2 ປະເທດ ກໍໄດ້ ບັນລຸຂໍ້ຕົກລົງຫຼາຍດ້ານ ທີ່ຢັ້ງ ຢືນ ແລະ ສ່ອງແສງໃຫ້ເຫັນເຖິງ ການຮ່ວມມືທີ່ດີໃນໄລຍະໃໝ່ ລວມທັງດ້ານການຄ້າ, ການລົງ ທຶນ, ການຕ້ານການຟອກເງິນ ແລະ ບໍໍ່ສະໜອງທຶນໃຫ້ແກ່ກໍ່ ການຮ້າຍ, ການເກັບກູ້ລະເບີດ ທີ່ບໍ່ທັນແຕກ ແລະ ອື່ນໆ ພວມ ໄດ້ຮັບການພັດທະນາຢ່າງຕັ້ງ ໜ້າ, ແຂງແຮງ ແລະ ເລິກເຊິ່ງ ເຊິ່ງກາຍເປັນຂີດໝາຍແຫ່ງການເສີມຂະຫຍາຍມູນເຊື້ອທີ່ດີລະ ຫວ່າງ ລາວ ແລະ ຣັດເຊຍ ໃຫ້ ກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ. ໂດຍ: ຣັດສະໝີ ດວງສັດຈະ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ