ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 2 ມອບຊີມັງ 10 ໂຕນໃຫ້ບ້ານໃຫຍ່ໂພນໄຊ
ເວລາອອກຂ່າວ: 2018-11-14 10:31:12 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 364 | ຄວາມນິຍົມ:



ໃນວັນທີ 6 ພະຈິກ 2018 ນີ້, ທ່ານ ພົນຈັດຕະວາ ພັນແສງ ບຸນພັນ ເລຂາຄະນະພັກ, ຫົວ ໜ້າການເມືອງກອງພົນທີ 2 ພ້ອມ ດ້ວຍຄະນະໄດ້ລົງເຄື່ອນໄຫວ ຢ້ຽມຢາມ ພົບປະ ແລະ ນຳເອົາ ວັດຖຸປັດໄຈ ເຊັ່ນ: ຊີມັງຈຳນວນ 10 ໂຕນ ລວມມູນຄ່າ 9.600.000 ກີບ ມອບໃຫ້ບ້ານໃຫຍ່ໂພນໄຊ ເມືອງໄຊຍະບູລີ ແຂວງໄຊຍະ ບູລີ ເພື່ອປະກອບສ່ວນເຂົ້າໃນ ການກໍ່ສ້າງ ຫ້ອງການບ້ານຫຼັງ ໃໝ່ ໂດຍການກ່າວຮັບຂອງທ່ານ ສົມສີ ມາລາພອນ ຮອງເລຂາພັກ ບ້ານ, ຮອງນາຍບ້ານໆໃຫຍ່ໂພນ ໄຊ, ມີອຳນາດການປົກຄອງບ້ານ, ເຖົ້າແກ່ແນວໂຮມຂອງບ້ານເຂົ້າ ຮ່ວມ. ໃນໂອກາດນີ້ ທ່ານພົນຈັດຕະວາ ພັນແສງ ບຸນພັນ ໄດ້ມີຄຳເຫັນວ່າ: ການປະກອບສ່ວນຊ່ວຍເຫຼືອ ໂຄງການກໍ່ສ້າງຫ້ອງການບ້ານ ໃຫຍ່ໂພນໄຊ ຂອງກອງພົນທີ 2 ຄັ້ງນີ້ກໍແມ່ນການສ້າງຂະບວນ ການອັນໜຶ່ງເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກອງທັບປະຊາຊົນ ລາວຄົບຮອບ 70 ປີ (20/1/ 949-20/1/2019) ທີ່ຈະມາ ເຖິງນີ້ໃຫ້ເປັນຂະບວນການ ກວ້າງຂວາງຟົດຟື້ນ ແລະ ມີ ເນື້ອໃນຄວາມໝາຍຢ່າງເລິກ ເຊິ່ງ, ໂດຍສະເພາະກໍເພື່ອເປັນ ການເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີລະຫວ່າງກອງ ທັບກັບປະຊາຊົນ, ດັ່ງຄຳຂວັນທີ່ ວ່າກອງທັບກັບປະຊາຊົນຄືປາ ກັບນໍ້າ, ເປັນການຮັດແໜ້ນຄວາມ ສາມັກຄີລະຫວ່າງກອງພົນທີ 2 ກັບບ້ານໃຫຍ່ໂພນໄຊ ໃຫ້ນັບມື້ ແໜ້ນແຟ້ນຍິ່ງໆຂຶ້ນ, ເປັນການ ປະກອບສ່ວນເຂົ້າໃນການສ້າງ ສາພັດທະນາທ້ອງຖິ່ນໃຫ້ນັບມື້ ໄດ້ຮັບການພັດທະນາກ້າວຂຶ້ນ ຢ່າງບໍ່ຢຸດຢັ້ງ. ໃນໂອກາດດຽວກັນນີ້, ຮອງ ເລຂາພັກບ້ານ, ຮອງນາຍບ້ານກໍ ໄດ້ຕາງໜ້າອຳນາດການປົກຄອງ ບ້ານ ແລະ ພໍ່ແມ່ປະຊາຊົນພາຍ ໃນບ້ານໃຫຍ່ໂພນໄຊ, ກ່າວສະ ແດງຄວາມຂອບອົກຂອບໃຈ ຢ່າງສູງຕໍ່ທ່ານພົນຈັດຕະວາ ພັນແສງ ບຸນພັນ ກໍຄືຄະນະພັກ- ຄະນະບັນຊາ ແລະ ພະນັກງານ- ນັກຮົບໃນທົ່ວກອງພົນທີ 2 ທີ່ໃຫ້ ການຊ່ວຍເຫຼືອໃນຄັ້ງນີ້ ພ້ອມທັງ ໃຫ້ຄຳໝັ້ນສັນຍາວ່າຈະນຳວັດຖຸ ສິ່ງຂອງດັ່ງກ່າວເຂົ້າໃນການກໍ່ ສ້າງຫ້ອງການບ້ານໃຫ້ສຳເລັດ ໂດຍໄວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ