ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງສາລະວັນມອບວັດຖຸພັນ ໃຫ້ແກ່ຫໍພິພິທະພັນປະຫວັດສາດກອງທັບ
ເວລາອອກຂ່າວ: 2018-11-15 19:05:22 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 86 | ຄວາມນິຍົມ:



ໃນວັນທີ 13 ພະຈິກ 2018 ນີ້, ທະຫານແຂວງ ສາລະວັນ ໄດ້ນຳເອົາວັດຖຸພັນມາມອບໃຫ້ ແກ່ຫໍພິພິທະພັນປະຫວັດສາດ ກອງທັບປະຊາຊົນລາວ, ໂດຍ ການກ່າວຮັບຂອງ ພັນໂທ ຈະເລີນສຸກ ວັງເວີນໂຂງ ຫົວ ໜ້າອຳນວຍການຫໍພິພິທະພັນປະ ຫວັດສາດກອງທັບ, ມີຄະນະ ພັກ-ຄະນະບັນຊາພະແນກການ ທີ່ກ່ຽວຂ້ອງເຂົ້າຮ່ວມ. ເຄື່ອງວັດຖຸພັນທີ່ນຳມາມອບ ໃນຄັ້ງນີ້ແມ່ນມີຈັກ 2 ອັອດ ຂອງປະຕິການຮ່ວງເກີມິງ ຍຶດ ໄດ້ໃນປີ 1987: 1 ໜ່ວຍ, ກ້ອງ ຖ່າຍຮູບ, ຈັກ TA-312 ຂອງ ອາເມຣິກາ ຍຶດໄດ້ໃນປາງສົງ ຄາມ 1 ເຄື່ອງ, ຈັກຄິດໄລ່ຍຶດ ໄດ້ນຳປະຕິການຫວຽດນາມໃຕ້ ເຈິນກວາງໂດ ປີ 1989: 1 ເຄື່ອງ, ປືນ M 16: 1 ກະບອກ ຍືດໄດ້ນຳປະຕິການຫວຽດນາມ ໃຕ້ເຈິນກວາງໂດ ປີ 1989, ບົມໃຫຍ່ 750 ປອນ 1 ໜ່ວຍ, 500 ປອນ 2 ໜ່ວຍ. ທັງນີ້ ກໍເພື່ອເປັນການປະກອບສ່ວນ ໃນການວາງສະແດງວັດຖຸພັນຢູ່ ຫໍພິພິທະພັນປະຫວັດສາດກອງ ທັບໃຫ້ມີເນື້ອໃນຄົບຖ້ວນ, ມີຂໍ້ ມູນ ຫຼັກຖານປະຫວັດສາດທີ່ອຸ ດົມສົມບູນ ເພື່ອສຶກສາໂຄສະນາ ເຜີຍແຜ່ເລື່ອງລາວຕ່າງໆ ທາງ ປະຫວັດ ແລະ ຄວາມເປັນມາ ຂອງສິ່ງວັດຖຸພັນໃຫ້ພະນັກງານ -ນັກຮົບ ແລະ ມວນຊົນຄົນຮຸ່ນ ໃໝ່ໄດ້ຮັບຮູ້ເຖິງຜົນງານການ ເຄື່ອນໄຫວປະຕິບັດໜ້າທ່ຂອງ ກອງທັບ ໃນພາລະກິດການຕໍ່ສູ້ ກູ້ຊາດຕ້ານການຮຸກຮານຂອງ ຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ກໍຄືພາລະກິດ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດໃນປັດຈຸບັນ. ໂດຍ: ບຸນນ້ອຍ ສີລາວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ