ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະດັບຫຼຽນກາມິດຕະພາບກອງທັບປະຊາຊົນລາວ ໃຫ້ຄະນະຊ່ຽວຊານກອງທັບປະຊາຊົນຫວຽດນາມ
ເວລາອອກຂ່າວ: 2018-11-15 19:17:19 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 71 | ຄວາມນິຍົມ:



ປະຕິບັດຕາມຄໍາສັ່ງແນະນໍາ ຂອງກະຊວງປ້ອງກັນປະເທດ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ວ່າດ້ວຍ ການມອບຫຼຽນກາກອງທັບປະ ຊາຊົນລາວ, ໃບຍ້ອງຍໍກະຊວງ ປ້ອງກັນປະເທດ, ໃບຍ້ອງຍໍກົມ ໃຫຍ່ການເມືອງກອງທັບ ແລະ ໃບຍ້ອງຍໍຂອງອໍານວຍການ ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ. ເພື່ອຕອບສະໜອງຜົນ ງານ, ຄຸນງາມຄວາມດີໃຫ້ແກ່ ອະດີດຄະນະຊ່ຽວຊານ, ອະ ດີດຄູ-ອາຈານ ແລະ ພະນັກງານ ຮັບໃຊ້ໂຮງຮຽນວັດທະນະທໍາ ຊວນແທ໋ງກອງທັບທີ່ ສສ ຫວຽດ ນາມ ເພາະວ່າບັນດາສະຫາຍ ເຫຼົ່ານີ້ໄດ້ມີຜົນງານຢ່າງໃຫຍ່ ຫຼວງຕໍ່ພາລະກິດປະຕິວັດລາວ ເວົ້າລວມ, ເວົ້າສະເພາະແມ່ນ ໄດ້ສຸມທຸກເຫື່ອແຮງ, ສະຕິປັນ ຍາເຂົ້າໃນການພັດທະນາຊັບ ພະຍາກອນມະນຸດໃຫ້ແກ່ກອງ ທັບປະຊາຊົນລາວຢ່າງຫຼວງ ຫຼາຍ ແລະ ຜົນງານດັ່ງກ່າວເປັນ ການປະກອບສ່ວນອັນລໍ້າຄ່າເຂົ້າ ໃນການເສີມສ້າງສາຍພົວພັນ- ມິດຕະພາບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງ ແກ່ນຕະຫຼອດກາລະນານ. ວັນທີ 10 ຕຸລາ 2018 ຢູ່ທີ່ກອງບັນຊາ ການທະຫານເຂດ 4 ກອງທັບ ປະຊາຊົນຫວຽດນາມ ໄດ້ຈັດພິທີ ປະດັບຫຼຽນກາມິດຕະພາບກອງ ທັບປະຊາຊົນລາວ ແລະ ມອບ ໃບຍ້ອງຍໍກະຊວງປ້ອງກັນປະ ເທດໃຫ້ຄະນະອະດີດຊ່ຽວຊານ ກອງທັບປະຊາຊົນຫວຽດນາມ ຢ່າງເປັນທາງການ. ໂດຍການ ເຂົ້າຮ່ວມຂອງ ສະຫາຍ ພົນຈັດ ຕະວາ ຫງວຽນສີໂຫ້ຍ ຮອງຫົວ ໜ້າກອງບັນຊາການທະຫານ ເຂດ4 ກອງທັບປະຊາຊົນຫວຽດ ນາມ, ມີສະຫາຍ ພັນເອກ ອິນ ຫວນ ວໍລະສານ ເລຂາຄະນະ ພັກໂຮງຮຽນ ຫົວໜ້າການທະ ຫານໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ຕາງໜ້າຄະນະ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ມີສະຫາຍ ຫງ໊ຽວນ ຮຸຍເຕື໋ອງ ຫົວໜ້າຄະນະສະມາ ຄົມອະດີດຊ່ຽວຊານຄູ-ອາຈານ ໂຮງຮຽນຊວນແທ໋ງ ສສ ຫວຽດ ນາມ ຄະນະສະມາຄົມອະດີດ ຊ່ຽວຊານຄູ-ອາຈານໂຮງຮຽນ ຊວນແທ໋ງ ເຂົ້າຮ່ວມ. ສະຫາຍ ຫງ໊ຽວນຮຸຍເຕື໋ອງ ຫົວໜ້າຄະນະສະມາຄົມອະດີດ ຊ່ຽວຊານຄູ-ອາຈານໂຮງຮຽນ ຊວນແທ໋ງ ສສ ຫວຽດນາມ ຂຶ້ນ ທົບທວນຫວນຄືນປະຫວັດ ຄວາມເປັນມາຂອງໂຮງຮຽນ ສ້າງຕັ້ງໂຮງຮຽນວັດທະນະທຳ ກອງທັບລາວອິດສະຫຼະຂຶ້ນເປັນ ແຫ່ງທຳອິດຢູ່ຊວນທັນ ເມືອງ ກຸຍເຮີບ ແຂວງເຫ້ງອານ ສສ ຫວຽດນາມ ໃນວັນທີ 22 ມິຖຸ ນາ ປີ 1962 ໃສ່ຊື່ວ່າໂຮງຮຽນ ວັດທະນະທຳຊວນທັນ ມາຮອດ ປີ 1976 ໂຮງຮຽນດັ່ງກ່າວໄດ້ ຍົກຍ້າຍມາຕັ້ງຢູ່ນາໄກ ເມືອງ ວຽງໄຊ ແຂວງຫົວພັນ, ມາເຖິງ ກາງປີ 1988 ໂຮງຮຽນດັ່ງກ່າວ ໄດ້ຍົກຍ້າຍໄປຕັ້ງຢູ່ເມືອງບາ ຈຽງ ແຂວງຈໍາປາສັກ. ຈາກນັ້ນ ສະ ຫາຍ ພັນເອກ ອິນຫວນ ວໍລະ ສານ ໄດ້ຂຶ້ນມີຄໍາເຫັນຫຼາຍບັນ ຫາຕໍ່ການພົວພັນຮ່ວມມືໃນ 2 ພັກ 2 ລັດ ລາວ-ຫວຽດນາມ, ຫວຽດນາມ-ລາວ ກໍຄື 2 ກອງ ທັບລາວ-ຫວຽດນາມດ້ວຍການ ເພີ່ມພູນຄູນສ້າງ ແລະ ການຊ່ວຍ ເຫຼືອເຊິ່ງກັນ ແລະ ກັນຢ່າງ ເນື່ອງນິດລຽນຕິດ. ໂອກາດນີ້ ສະຫາຍ ພັນໂທ ຄໍາຫຼ້າ ວົງສົມພູ ຫົວໜ້າພະແນກວິທະຍາສາດ- ປະຫວັດສາດການທະຫານໂຮງ ຮຽນໄດ້ຂຶ້ນຜ່ານຂໍ້ຕົກລົງອີງ ຕາມຄໍາສັ່ງແນະນໍາຂອງກະ ຊວງປ້ອງກັນປະເທດແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ, ລົງວັນທີ 18 ກໍລະ ກົດ 2018 ວ່າດ້ວຍການມອບ ຫຼຽນກາກອງທັບປະຊາຊົນລາວ,ໃບຍ້ອງຍໍກະຊວງປ້ອງກັນປະ ເທດ, ໃບຍ້ອງຍໍກົມໃຫຍ່ການ ເມືອງກອງທັບ ແລະ ໃບຍ້ອງຍໍ ຂອງອໍານວຍການໂຮງຮຽນກໍ່ ສ້າງນາຍສິບເລກ 2 ວຽງໄຊ. ເພື່ອຕອບສະໜອງຜົນງານ, ຄຸນງາມຄວາມດີໃຫ້ແກ່ອະດີດ ຄະນະຊ່ຽວຊານ, ອະດີດຄູ-ອາ ຈານ ແລະ ພະນັກງານຮັບໃຊ້ ໂຮງຮຽນວັດທະນະທໍາຊວນ ແທ໋ງກອງທັບທີ່ ສສ ຫວຽດນາມ ເພາະວ່າບັນດາສະຫາຍເຫຼົ່ານີ້ ໄດ້ມີຜົນງານຢ່າງໃຫຍ່ຫຼວງຕໍ່ ພາລະກິດປະຕິວັດລາວ, ເວົ້າ ສະເພາະແມ່ນໄດ້ສຸມທຸກເຫື່ອ ແຮງ, ສະຕິປັນຍາ ເຂົ້າໃນການ ພັດທະນາຊັບພະຍາກອນມະນຸດ ໃຫ້ແກ່ກອງທັບປະຊາຊົນລາວ ຢ່າງຫຼວງຫຼາຍ ແລະ ຜົນງານ ດັ່ງກ່າວເປັນການປະກອບສ່ວນ ອັນລໍ້າຄ່າເຂົ້າໃນການເສີມສ້າງ ສາຍພົວພັນ-ມິດຕະພາບຄວາມ ສາມັກຄີພິເສດ ແລະ ການຮ່ວມ ມືຮອບດ້ານລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ໃຫ້ໝັ້ນ ຄົງທະນົງແກ່ນຕະຫຼອດກາລະ ນານດັ່ງຄໍາເວົ້າຂອງປະທານໂຮ່ ຈິມິນເວົ້າວ່າ: ຮັກຫອມກັນໝາຍ ໝັ້ນ ຫຼາຍສັນພູກໍປີນໄຕ່, ສາຍ ນໍ້າໃຫຍ່ ແລະ ໂຄກຄ້ອຍຂວາງ ຂັ້ນກະດຸງໄປ, ສອງຊາດ ລາວ- ຫວຽດ ໄດ້ຝັງຄວາມຮັກຢູ່ໃນໃຈ ຮົ່ງຮ່າທັງແມ່ຂອງບໍ່ເລິກປູນ ປານໃດ ແລະ ປະທານ ໄກສອນ ພົມວິຫານ ໄດ້ເວົ້າອີກວ່າ: ເຖິງ ວ່າພູຈະຖືກເຊາະເຈື່ອນ, ແມ່ນໍ້າ ລໍາເຊຈະເຫືອດແຫ້ງ ແຕ່ສາຍພົວ ພັນມິດຕະພາບ ລາວ-ຫວຽດ ນາມ-ຫວຽດນາມ-ລາວ ຈະໝັ້ນ ຄົງທະນົງແກ່ນຊົ່ວກາລະນານ. ພ້ອມດຽວກັນ ສະຫາຍ ພັນເອກ ອິນຫວນ ວໍລະສານ ຂຶ້ນປະດັບ ຮ່ວມສະຫາຍ ພັນໂທ ດວງມະນີ ສີວິໄຊ ທີ່ປຶກສາທູດປ້ອງກັນ ຊາດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ປະດັບຫຼຽນກາ ມິດຕະພາບກອງທັບປະຊາຊົນ ລາວຈໍານວນ 149 ສະຫາຍ, ມອບໃບຍ້ອງຍໍກະຊວງປ້ອງກັນ ປະເທດ 93 ສະຫາຍ ໃຫ້ຄະນະ ຊ່ຽວຊານກອງທັບປະຊາຊົນ ຫວຽດນາມ, ມອບໃບຍ້ອງຍໍກົມ ໃຫຍ່ການເມືອງກອງທັບໃຫ້ຄູ- ອາຈານ, ພະນັກງານຮັບໃຊ້ໂຮງ ຮຽນວັດທະນະທໍາຊວນແທ໋ງ ກອງທັບ ສສ ຫວຽດນາມ ຈໍາ ນວນ 76 ສະຫາຍ ແລະ ມອບ ໃບຍ້ອງຍໍຂອງອໍານວຍການ ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ຈໍານວນ 338 ທ່ານໃຫ້ ຢ່າງສົມກຽດ, ພ້ອມນີ້ຍັງໄດ້ ມອບຂອງທີ່ລະນຶກໃຫ້ອະດີດຄະ ນະຊ່ຽວຊານ, ອະດີດຄູ-ອາຈານ ແລະ ພະນັກງານຮັບໃຊ້ໂຮງ ຮຽນວັດທະນະທໍາຊວນແທ໋ງ ກອງທັບທີ່ ສສ ຫວຽດນາມ ກັບ ກອງບັນຊາການທະຫານເຂດ 4 ຕື່ມອີກ. ໂດຍ: ພັນຕີ ບຸນທະວີໄຊ ກຸລະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ