ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປາຖະກະຖາວັນສ້າງຕັ້ງເມືອງວຽງໄຊ
ເວລາອອກຂ່າວ: 2018-11-16 10:53:25 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 97 | ຄວາມນິຍົມ:



ວັນທີ 9 ພະຈິກ 2018 ນີ້, ວິທະຍາຄານການແພດກອງທັບ ຈັດຕັ້ງປາຖະກະຖາວັນສ້າງຕັ້ງ ເມືອງວຽງໄຊ ແຂວງຫົວພັນ ຄົບ ຮອບ 50 ປີ (30/11/1963 - 30/11/2018) ໂດຍການເປັນ ປະທານ ແລະ ປະຖະກະຖາຂອງ ພັນໂທ ດຣ ສຸລິວົງ ລັດວິໄລ ເລຂາ ຄະນະພັກ ຫົວໜ້າການເມືອງວິ ທະຍາຄານການແພດກອງທັບ, ມີຄະນະພັກ-ຄະນະອຳນວຍການ, ຫ້ອງການ, ພະແນກການ, ພະ ນັກງານ, ຄູ-ອາຈານເຂົ້າຮ່ວມ. ພັນໂທ ດຣ ສຸລິວົງ ລັດວິໄລ ໄດ້ຍົກໃຫ້ເຫັນຄວາມໝາຍສໍາ ຄັນຂອງວັນສ້າງຕັ້ງເມືອງວຽງ ໄຊ ແຂວງຫົວພັນ ຖານທີ່ໝັ້ນ ຂອງການປະຕິວັດລາວ ເພື່ອນໍາ ພາປະຊາຊົນເຮັດສໍາເລັດພາລະ ກິດປົດປ່ອຍຊາດຕໍ່ສູ້ຕ້ານພວກ ລ່າເມືອງຂຶ້ນຝຣັ່ງ ນຳພາການກໍ່ ສ້າງຖານທີ່ໝັ້ນການປະຕິວັດ, ກຳລັງປະກອບອາວຸດປະຕິວັດ ເຊັ່ນ: ກອງໄຊຈັກກະພັດ, ກອງ ສາມແສນໄທ, ກອງເຈົ້າຟ້າງຸ່ມ, ກອງປັດໃຈ ແລະ ວັນທີ 20 ມັງ ກອນ 1949 ກຳລັງປະກອບ ອາວຸດປະຕິວັດໄດ້ຮັບການກໍ່ ສ້າງ ແລະ ຂະຫຍາຍຕົວຢ່າງ ແຂງແຮງຍິ່ງຕີຍິ່ງໄດ້ຮັບໄຊຊະ ນະອັນໃຫຍ່ຫຼວງຢ່າງບໍ່ຢຸດຢັ້ງ ມາຮອດປີ 1968 ສູນກາງພັກ ຈຶ່ງໄດ້ຕົກລົງສ້າງຕັ້ງເມືອງວຽງ ແຂວງຫົວພັນ ເປັນຖານທີ່ໝັ້ນ ຂອງການປະຕິວັດ ເມືອງວຽງ ໄຊ ເປັນສູນກາງແຫ່ງການຊີ້ນໍາ, ນຳພາຮອບດ້ານຂອງພັກໃນພາ ລະກິດປົດປ່ອຍຊາດຢ່າງມີໄຊ ເປັນບ່ອນກຳເນີດຂອງພັກປະຊາ ຊົນປະຕິວັດລາວ, ນຳພາປວງ ຊົນສາມັກຄີຕໍ່ສູ້ເຮັດພາລະກິດ ປົດປ່ອຍຊາດ, ສ້າງປະເທດລາວ ໃຫ້ເປັນປະເທດສັນຕິພາບ ເອກະ ລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ເຮັດໃຫ້ການ ປະຕິວັດສ້າງໄດ້ກຳລັງແຮງສັງ ຮວມທົ່ວປວງຊົນທັງຊາດສ້າງ ເງືອນໄຂໃຫ້ການປະຕິວັດໄດ້ຮັບ ໄຊຊະນະຢ່າງສົມບູນ ໃນປີ 1975 ປະທານ ໄກສອນ ພົມວິ ຫານ ໄດ້ເນັ້ນວ່າ: ໄຊຊະນະອັນ ສົມບູນໃນແຜ່ນດິນຂອງພວກ ເຮົາມາສູ່ມື້ນີ້ມັນເກີດມາຈາກລະ ບອບປະຊາທິປະໄຕ ປະຊາຊົນ ເຊິ່ງໄດ້ຮັບການກໍ່ສ້າງອັນແທ້ຈິງ ຢູ່ເຂດປົດປ່ອຍເປັນເວລາຫຼາຍປີ ມາແລ້ວນີ້ອັນໄດ້ສ້າງໃຫ້ເປັນ ບ່ອນອີງ ແລະ ເປັນບ່ອນໜູນ ຫລັງອັນເຂັ້ມແຂງ, ແໜ້ນແກ່ນ ໃຫ້ແກ່ການປະຕິວັດທົ່ວປະເທດ. ພວກເຮົາຮັບຮູ້ຢ່າງຈະແຈ້ງ ວ່າ: ພັກປະຊາຊົນປະຕິວັດລາວ ໄດ້ນໍາພາພາລະກິດປະຕິວັດຊາດ ປະຊາທິປະໄຕໄດ້ຮັບໄຊຊະນະ ສົມບູນ, ປັດໄຈທີ່ເປັນພື້ນຖານມີ ຄວາມໝາຍສໍາຄັນ ກ່ອນອື່ນໝົດ ພັກເຮົາໄດ້ສ້າງຕັ້ງເມືອງວຽງໄຊ ແຂວງຫົວພັນ ເປັນຖານທີ່ໝັ້ນຂອງ ການປະຕິວັດ, ເປັນລັດໜຶ່ງ ແລະ ເປັນແນວຫຼັງທີ່ແຂງແກ່ນເພື່ອ ເຮັດສໍາເລັດພາລະກິດປະຕິວັດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ