ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງຊຽງຂວາງ ດຳເນີນກອງປະຊຸມ ສ້າງແຜນກຳນົດພະນັກງານນຳພາ-ບັນຊາ
ເວລາອອກຂ່າວ: 2019-05-07 09:53:41 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 59 | ຄວາມນິຍົມ:



ກອງປະຊຸມສ້າງແຜນກໍານົດ ພະນັກງານນໍາພາ-ບັນຊາຂັ້ນ ແຂວງ ແລະ ກະຊວງຄຸ້ມຄອງ ຂອງກອງບັນຊາການທະຫານ ແຂວງຊຽງຂວາງໄດ້ຈັດຂຶ້ນໃນ ຕອນເຊົ້າຂອງວັນທີ 24 ເມສາ 2019 ນີ້ ຢູ່ທີ່ສະໂມສອນກົມ ກອງຕົນ, ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ກຳມະການຄະນະ ພັກກະຊວງປ້ອງກັນປະເທດ, ຫົວ ໜ້າກົມຈັດຕັ້ງພັກ ກົມໃຫຍ່ການ ເມືອງກອງທັບ, ມີບັນດາສະຫາຍ ຄະນະພັກ-ຄະນະບັນຊາ,ພະນັກ ງານຫຼັກແຫຼ່ງໃນທົ່ວກຳລັງທ້ອງຖິ່ນແຂວງຊຽງຂວາງເຂົ້າຮ່ວມ. ໃນວາລະດໍາເນີນກອງປະຊຸມ ສະຫາຍ ພັນໂທ ແສງດາວ ສີ ວຽງໄຊ ຮອງຫົວໜ້າຫ້ອງການ ເມືອງກອງບັນຊາການທະຫານ ແຂວງຊຽງຂວາງ ໄດ້ຍົກໃຫ້ເຫັນຜົນສຳເລັດໃນການຈັດຕັ້ງປະຕິບັດແຜນກໍານົດພະນັກງານນຳພາ-ບັນຊາຂັ້ນກະຊວງປ້ອງກັນ ປະເທດຄຸ້ມຄອງ ເພື່ອກະກຽມບຸ ຄະລາກອນໃຫ້ກອງປະຊຸມໃຫຍ່ ຂອງຄະນະພັກກອງບັນຊາການ ເຊິ່ງໃນໄລຍະຜ່ານມາຄະນະພັກ ກອງບັນຊາການທະຫານແຂວງ ຊຽງຂວາງໄດ້ຖືເອົາແຜນການ ດັ່ງກ່າວ ເພື່ອເປັນບ່ອນອີງໃນ ການຄົ້ນຄວ້າ ຄາດຄະເນການບັນ ຈຸຊັບຊ້ອນພະນັກງານເຂົ້າໃນ ໂຄງປະກອບດ້ານກົງຈັກການຈັດ ຕັ້ງຢູ່ແຕ່ລະຂົງເຂດວຽກງານນັບ ແຕ່ຂັ້ນອົງການກອງບັນຊາການ ແຂວງລົງຮອດຂັ້ນກອງບັນຊາ ການທະຫານເມືອງຄັດເລືອກເອົາ ຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີ ເງື່ອນໄຂມາດຖານຄົບຖ້ວນຮັບສະໝັກເລືອກຕັ້ງເປັນຄະນະບໍລິຫານງານພັກເມືອງ, ຄະນະພັກກອງບັນຊາການທະຫານແຂວງຊຽງຂວາງ. ຜ່ານການຈັດຕັ້ງ ປະຕິບັດຕົວຈິງໃນໄລຍະຜ່ານມາ ມີຄະນະບໍລິຫານງານພັກເມືອງ 6 ສະຫາຍ, ຄະນະພັກກອງບັນຊາ ການທະຫານແຂວງຊຽງຂວາງ 9 ສະຫາຍ. ພາຍຫຼັງສໍາເລັດການສ້າງແຜນ ກໍານົດພະນັກງານນໍາພາ-ບັນຊາ ກອງບັນຊາການທະຫານແຂວງ ໄດ້ເອົາໃຈໃສ່ເປັນໃຈກາງໃນ ການສືບຕໍ່ປະສານສົມທົບກັບກົມ ຈັດຕັ້ງພັກ, ກົມໃຫຍ່ການເມືອງ ກອງທັບເພື່ອຊີ້ນໍາໆພາຈັດຕັ້ງປະ ຕິບັດລະບຽບຫຼັກການ ເພື່ອກຽມ ຄວາມພ້ອມທາງດ້ານເປົ້າໝາຍບຸ ຄະລາກອນຜູ້ທີ່ມີຄວາມຮູ້-ຄວາມ ສາມາດ,ມີມາດຖານເງື່ອນໄຂຄົບ ຖ້ວນໃນການກະກຽມດຳເນີນ ກອງປະຊຸມໃຫຍ່ຄັ້ງທີ V ຂອງ ອົງຄະນະພັກກອງບັນຊາການທະ ຫານແຂວງຊຽງຂວາງ. ໂດຍ: ແສງມະນີ ພາພັນເດດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ