ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໜ່ວຍພັກກົມຂົນສົ່ງ ສຳເລັດການດຳເນີນກອງປະຊຸມໃຫຍ່ຄັ້ງທີ 4
ເວລາອອກຂ່າວ: 2018-11-16 18:11:52 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 140 | ຄວາມນິຍົມ:



ໃນວັນທີ 13 ພະຈິກ 2018 ນີ້, ໜ່ວຍພັກກົມຂົນສົ່ງ ກົມໃຫຍ່ ພະລາທິການກອງທັບ ໄດ້ເປີດ ກອງປະຊຸມໃຫຍ່ຄັ້ງທີ IV ຂຶ້ນໂດຍ ພາຍໃຕ້ການເປັນປະທານຂອງ ທ່ານ ພົນຈັດຕະວາ ຄຳເພັດ ສີຊາ ນົນ ກຳມະການຄະນະພັກກະຊວງ ຄະນະປະຈຳພັກອົງການກົມໃຫຍ່ ຮອງຫົວໜ້າກົມໃຫຍ່ພະລາທິ ການກອງທັບ ພ້ອມດ້ວຍຄະນະ, ມີເລຂາ-ຮອງເລຂາໜ່ວຍພັກ, ຄະນະໜ່ວຍພັກ ແລະ ສະມາຊິກ ພັກເຂົ້າຮ່ວມ. ໃນບົດລາຍງານການເມືອງທີ່ ສະເໜີໂດຍ ສະຫາຍ ພັນເອກ ບຸນຍົງ ວົງພົມ ກຳມະການຄະນະ ພັກອົງການກົມໃຫຍ່ ເລຂາໜ່ວຍ ພັກ, ຫົວໜ້າກົມຂົນສົ່ງ ກົມໃຫຍ່ ພະລາທິການກອງທັບ ໄດ້ຍົກໃຫ້ ເຫັນວ່າ: ຕະຫຼອດໄລຍະທີ່ຜ່ານມາ ຄະນະໜ່ວຍພັກກົມຂົນສົ່ງ ໄດ້ ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ນຳພາແນວຄິດເປັນກົກ ແລະ ສອດຫ້ອຍເຂົ້າໃນວຽກງານ ລວມຂອງກົມກອງ ຮັບປະກັນ ທາງດ້ານເນື້ອໃນ, ປະຕິບັດທຸກ ມະຕິຄຳສັ່ງຂອງຂັ້ນເທິງຢ່າງ ເຂັ້ມງວດ ຕາມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກ ກະ ຊວງປ້ອງກັນປະເທດວາງອອກ ຈັດຕັ້ງ, ຮໍ່າຮຽນແນວທາງແຜນ ນະໂຍບາຍຂອງພັກ, ຄຸນສົມບັດ ສິນທຳປະຕິວັດ ເຮັດໃຫ້ພະນັກ ງານ-ນັກຮົບມີຄວາມອຸ່ອຽນ ທຸ່ນ ທ່ຽງ ຕໍ່ໜ້າທີ່ວຽກງານທີ່ການ ຈັດຕັ້ງຂັ້ນເທິງມອບໝາຍໃຫ້, ເອົາໃຈໃສ່ປັບປຸງກໍ່ສ້າງພັກທັງ 3 ດ້ານ, ດ້ານການເມືອງ-ແນວ ຄິດ, ການຈັດຕັ້ງ, ແບບແຜນນຳ ພາ ໂດຍຖືເອົາຄຸນະພາບເປັນຕົ້ນ ຕໍຕິດພັນກັບການກໍ່ສ້າງພັກໃຫ້ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ໃນໄລຍະຜ່ານມາໜ່ວຍພັກໄດ້ ຮັບທຸງໄຊ 1 ຜືນ, ໃບຢັ້ງຢືນຈາກ ຄະນະພັກກະຊວງປ້ອງກັນປະ ເທດ ເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ 9 ສະໄໝ ຕິດຕໍ່ກັນ ແລະ ໄດ້ຮັບເປັນກອງ ປອດໃສ, ປອດໄພ, ປອດຄະດີ, ອົງການຈັດຕັ້ງມະຫາຊົນໄດ້ ເຄື່ອນໄຫວຕາມພາລະບົດບາດ ປະກອບສ່ວນຢ່າງຕັ້ງໜ້າເຂົ້າ ຮ່ວມການເຄື່ອນໄຫວນຳເອົາອົງ ການຈັດຕັ້ງຊາວໜຸ່ມ-ແມ່ຍິງເປັນ ປົກກະຕິ, ນຳພາວຽກງານຮັບ ປະກັນພະລາທິການແກ້ໄຂຊີວິດ ການເປັນຢູ່ ບົນພື້ນຖານໂດຍປະ ຕິບັດຕາມຄຳຂວັນເພິ່ງຕົນເອງ, ກຸ້ມຕົນເອງ,ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ຊອກທຸກເງື່ອນໄຂ ເພື່ອແກ້ໄຂຊີວິດການເປັນຢູ່ຂອງ ກົມກອງ, ປະຕິບັດຕາມທິດນຳ ຂອງກົມໃຫຍ່ພະລາທິການ ວາງ ອອກກໍຄື 4 ປູກ 4 ລ້ຽງ ອັນ ພົ້ນເດັ່ນ: ແມ່ນມີເຮືອນຮົ່ມ 1 ຫຼັງສາມາດປູກຜັກໄດ້ຕາມລະ ດູການ ມີໜອງປາ 1 ໜອງ, ສາມາດຂາຍ ອອກປີໜຶ່ງໄດ້ 3-4 ໂຕນ, ເປັນ ເງິນ 30-40 ລ້ານກີບ, ມີ ອ່າງ ລ້ຽງກົບ 3 ອ່າງ ສາມາດຜະລິດ ລູກກົບໄດ້ 1.800 ໂຕຕໍ່ປີ, ເປັນ ເງິນ 9 ລ້ານກີບ, ລ້ຽງປາດຸກພັນ 500 ໂຕ, ລ້ຽງໝູ່ພໍ່ແມ່ພັນ 20 ໂຕ ແລະ ໝູນ້ອຍ 3-4 ຊຸດຕໍ່ປີ, ລ້ຽງເປັດ ໃສ່ໜອງປາ 50 ໂຕ ແລະ ຊອກ ແຫຼ່ງລາຍຮັບອື່ນໆ ທີ່ຖືກຕ້ອງ ຕາມກົດໝາຍ ລວມລາຍຮັບຈາກ ການຂາຍທັງໝົດເປັນເງິນ 159.800.000 ກີບ, ສະເລ່ຍຕໍ່ ຄົນຕໍ່ປີ 12 ລ້ານກີບ ກອງປະຊຸມຍັງໄດ້ພ້ອມກັນ ປ່ອນບັດຄັດເລືອກເອົາຄະນະພັກ ຊຸດໃໝ່ ໄດ້ຕາມລະດັບຄາດໝາຍ ທີ່ວາງໄວ້. ຄື ເລືອກເອົາສະຫາຍ ພັນເອກ ບຸນຍົງ ວົງພົມ ກຳມະ ການຄະນະພັກ ອົງການກົມໃຫຍ່ ຫົວໜ້າກົມຂົນສົ່ງກົມໃຫຍ່ພະລາ ທິການກອງທັບ ເປັນເລຂາໜ່ວຍ ພັກ, ສະຫາຍ ພັນໂທ ສຸລິໄຊ ລິດທິເດດ ເປັນຮອງເລຂາໜ່ວຍ ພັກ ແລະ ພັນໂທ ຄຳແດງ ໝັ້ນມີ ໄຊ ເປັນກຳມະການກວດກາ ໜ່ວຍພັກ. ໂອກາດນີ້, ສະຫາຍ ພົນຈັດ ຕະວາ ຄຳເພັດ ສີຊານົນ ກໍໄດ້ໃຫ້ ກຽດໂອ້ລົມຕໍ່ທີ່ປະຊຸມ ເຊິ່ງໄດ້ ກ່າວສະແດງຄວາມຍ້ອງຍໍຊົມ ເຊີີຍຜົນງານ ແລະ ຜົນສຳເລັດທີ່ ບັນດາສະຫາຍສະມາຊິກພັກພາຍ ໃນໜ່ວຍຍາດມາໃນໄລຍະຜ່ານ ມາ ພ້ອມທັງຮຽກຮ້ອງມາຍັງ ຄະນະໜ່ວຍພັກຊຸດໃໝ່, ພ້ອມ ດ້ວຍພະນັກງານ-ສະມາຊິກພັກ ທຸກສະຫາຍຈົ່ງເອົາໃຈໃສ່ຍົກສູງ ສິດ ແລະ ໜ້າທີ່ພາລະບົດບາດ ຂອງຕົນດ້ວຍຄວາມຮັບຜິດຊອບ ສູງ, ປະຕິບັດທຸກມະຕິຄຳສັ່ງຂອງ ຂັ້ນເທິງວາງອອກຢ່າງເຂັ້ມງວດ ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ແນວຄິດ ເປັນກົກ, ຄຸນສົມ ບັດສິນທຳປະຕິວັດ ບົນພື້ນຖານ ຫຼັກການລວມສູນປະຊາທິປະໄຕ, ມີຄວາມສາມັກຄີພາຍໃນໝູ່ຄະ ນະຢ່າງເປັນແໜ້ນແຟ້ນ, ແບ່ງ ວຽກງານໃຫ້ບຸກຄົນຮັບຜິດຊອບ ປະຕິບັດກົດລະບຽບຂອງພັກ, ຮັກສາຄວາມລັບ ແລະ ບົດບາດ ອິດທິພົນຂອງພັກ ແລະ ຍົກລະ ດັບຄວາມຮູ້ ຄວາມສາມາດທາງ ດ້ານວິຊາສະເພາະໃຫ້ສູງຂຶ້ນ, ສ້າງກອງຕົວແບບຮັບປະກັນ ທາງດ້ານວຽກງານຂົນສົ່ງ, ຄຸ້ມ ຄອງວັດຖຸບົວລະບັດ ປົກປັກພາ ຫະນະສັບສົມບັດຂອງສ່ວນລວມ ບໍ່ໃຫ້ຕົກເຮ່ຍເສຍຫາຍ, ພ້ອມກັນ ເຮັດສຳເລັດໜ້າທີ່ວຽກງານຕາມ ການມອບໝາຍຂອງຂັ້ນເທິງ ຢ່າງຈົບງາມຕະຫຼອດໄປ. ໂດຍ: ບຸນປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ