ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄາລະວານນັກວິທະຍາສາດລາວຫວນຄືນສູ່ເມືອງວຽງໄຊຖານທີ່ໝັ້ນການປະຕິວັດ
ເວລາອອກຂ່າວ: 2018-11-16 18:13:33 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 99 | ຄວາມນິຍົມ:



ຂປລ ໃນລະຫວ່າງວັນທີ 11-16 ພະຈິກ 2018, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດຂະບວນຄາລະວານນັກວິ ທະຍາສາດລາວຫວນຄືນສູ່ ເມືອງວຽງໄຊ ຖານທີ່ໝັ້ນການ ປະຕິວັດລາວ, ໂດຍການນຳຂະ ບວນຄາ ລາວານຂອງ ທ່ານ ບໍ່ ວຽງຄຳ ວົງດາລາ ກຳມະການ ສູນກາງພັກ, ລັດຖະມົນຕີກະ ຊວງວິທະຍາສາດ ແລະ ເຕັກໂນ ໂລຊີ. ໃນຕອນແລງວັນທີ 12 ພະ ຈິກ 2018 ຂະບວນຄາລະວານ ໄດ້ເດີນທາງມາຮອດສວນແກ້ວຫລັກເມືອງເທສະບານເມືອງ ຊຳເໜືອ, ໂດຍການຕ້ອນຮັບຢ່າງ ອົບອຸ່ນຂອງ ທ່ານ ຄຳວອນ ບຸນ ທະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ຫົວພັນ, ພ້ອມດ້ວຍພະນັກງານ-ລັດຖະກອນທຸກຂະແໜງການ ພາຍໃນແຂວງ, ນ້ອງນັກຮຽນ, ນັກສຶກສາ ແລະ ພໍ່ແມ່ປະຊາຊົນ ບັນດາເຜົ່າອ້ອມຂ້າງເທສະບານ ເມືອງຊຳເໜືອ. ຂະບວນຄາລາ ວານນັກວິທະຍາສາດລາວຫວນ ຄືນສູ່ເມືອງວຽງໄຊ ຖານທີ່ໝັ້ນ ການປະຕິວັດລາວ ໃນຄັ້ງນີ້, ສຸດ ທີ່ມີຄວາມໝາຍ, ຄວາມສຳຄັນ ຢ່າງເລິກເຊິ່ງ, ເພາະເປັນຄັ້ງທຳ ອິດທີ່ຂະບວນຄາລະວານນັກວິ ທະຍາສາດລາວຫວນຄືນສູ່ບົນ ດິນແດນທີ່ອຸດົມສົມບູນໄປດ້ວຍ ຊັບພະຍາກອນທຳມະຊາດທີ່ ສວຍສົດງົດງາມ, ທັງເປັນດິນ ແດນທີ່ມີມູນເຊື້ອແຫ່ງປີຊາສາ ມາດ, ຄວາມສະຫລາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ໃນການນຳພາຕໍ່ສູ້ປົດປ່ອຍຊາດ ແລະ ທັງເປັນການສ້າງຂະບວນ ການ ແລະ ຜົນງານຂໍ່ານັບຮັບ ຕ້ອນວັນສຳຄັນຂອງພັກ, ຂອງ ຊາດເປັນຕົ້ນວັນສະຖາປະນາ ສາທະລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 43 ປີ, ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 98 ປີ ແລະ ວັນສ້າງຕັ້ງກອງທັບ ປະຊາຊົນລາວຄົບ ຮອບ 70 ປີ, ພິເສດແມ່ນສະເຫລີມສະຫລອງ ວັນສ້າງຕັ້ງເມືອງວຽງໄຊແດນ ດິນປະຫວັດສາດຖານທີ່ໝັ້ນຂອງ ການປະຕິວັດລາວຄົບຮອບ 50 ປີ. ໃນໂອກາດນີ້, ທ່ານ ຄຳວອນ ບຸນທະວົງ ຮອງເລຂາພັກແຂວງ ປະທານປະຊາຊົນແຂວງຫົວພັນ, ໄດ້ມີຄຳເຫັນກ່າວຕ້ອນຮັບຄະ ນະຜູ້ແທນຂະບວນຄາລາວານ ວ່າ: ມື້ນີ້, ຢູ່ດິນແດນແຂວງຫົວ ພັນກໍຄືດິນແດນເມືອງວຽງໄຊ ແຂວງຫົວພັນວິລະຊົນ, ເຊິ່ງເປັນ ນະຄອນຫລວງຂອງການປະຕິ ວັດລາວທີ່ໃສ່ຊື່ລັບຂອງປະທານ ໄກສອນ ພົມວິຫານ ວິລະບຸລຸດ ແຫ່ງຊາດລາວຜູ້ຍິ່ງໃຫຍ່, ເປັນ ເຂດຖານທີ່ໝັ້ນຂອງການປະຕິ ວັດລາວ, ເປັນຖິ່ນກຳເນີດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ທ່ານ ຄຳວອນ ບຸນທະວົງ ກ່າວຕື່ມວ່າ: ຄະນະຄາລາວານ ໃນຄັ້ງນີ້, ລ້ວນແລ້ວແຕ່ແມ່ນນັກ ວິທະຍາສາດເປັນຜູ້ຄົ້ນຄວ້ານຳ ໃຊ້ວິທະຍາສາດ ແລະ ເຕັກໂນ ໂລຊີໃໝ່ເຂົ້າໃນການພັດທະນາ ປະເທດຊາດ ເພື່ອເຊື່ອມໂຍງກັບ ພາກພື້ນ ແລະ ສາກົນ, ນຳພາ ປະເທດເຮົາຫລຸດພົ້ນຈາກຄວາມ ດ້ອຍພັດທະນາເທື່ອລະກ້າວ. ການມາຢ້ຽມຢາມຂອງບັນດາ ຄະນະຜູ້ແທນເທື່ອນີ້ແມ່ນການ ປຸກລະດົມ, ໃຫ້ກຳລັງໃຈອັນ ໃຫຍ່ຫລວງ ແລະ ສູງສົ່ງໃຫ້ ການນຳແຂວງ, ການນຳເມືອງ, ພະນັກງານ, ສະມາຊິກພັກ, ກຳ ລັງປະກອບອາວຸດ ແລະ ປະຊາ ຊົນບັນດາເຜົ່າພາຍໃນແຂວງ ຫົວພັນໃນການບຸກບືນຈັດຕັ້ງ ປະຕິບັດໜ້າວຽກງານຂອງຕົນ ແລະ ປະຊາຊົນ ມີຄວາມບຸກບືນ ພັດທະນາເສດຖະກິດຄອບຄົວ ຂອງເຂົາເຈົ້າໃຫ້ນັບມື້ນັບດີຂຶ້ນ ກວ່າເກົ່າ. ຂະບວນຄາລະວານໃນຄັ້ງນີ້, ຍັງໄດ້ຈັດກິດຈະກຳຕ່າງໆເຊັ່ນ: ໄຫ້ວພະເຈົ້າອົງຕື້, ທ່ຽວຊົມທິວ ທັດທຳມະຊາດຕົວເມືອງວຽງ ໄຊ ແລະ ທ່ຽວຊົມຖໍ້າຂອງບັນ ດາທ່ານຜູ້ນຳທີ່ໃຊ້ເປັນບ່ອນຢູ່ ອາໄສເຮັດໜ້າທີ່ການເມືອງ ເພື່ອ ການປະຕິວັດປົດປ່ອຍປະເທດ ຊາດໃນເມື່ອກ່ອນ, ເປັນການ ຊອກຮູ້ມູນເຊື້ອການນຳພາອັນ ສະຫລາດສ່ອງໃສຂອງພັກປະ ຊາຊົນປະຕິວັດລາວ ພາຍໃຕ້ ການນຳພາຂອງທ່ານປະທານ ໄກສອນ ພົມວິຫານ ຜູ້ນຳທີ່ ແສນເຄົາລົບຮັກຂອງປວງຊົນ ລາວທັງຊາດ ແລະ ມູນເຊື້ອ ຄວາມສາມັກຄີ, ນໍ້າໃຈອົງອາດ ກ້າຫານຕໍ່ສູ້ມີໄຊຂອງປະຊາຊົນ ບັນດາເຜົ່າເມືອງວຽງໄຊແຂວງ ຫົວພັນ, ຢ້ຽມຢາມໂຮງຮຽນທິດ ສະດີການເມືອງ-ການປົກຄອງ ຂອງແຂວງ, ທ່ຽວຊົມພື້ນຖານ ການຜະລິດ ແລະ ຄອບຄົວຕົວ ແບບ, ພ້ອມທັງຈັດກອງປະຊຸມ ສໍາມະນາວິທະຍາສາດກ່ຽວກັບ ການປະຕິວັດອຸດສາຫະກຳຄັ້ງທີ 4 ທີ່ຖໍ້າຊ້າງລອດ ເມືອງວຽງ ໄຊ. ໂດຍ: ທັດສະນີ ພົງບັນດິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ