ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນຊ່າງແສງຈັດຕັ້ງຍິງເປົ້າໝາຍ ດ້ວຍລູກປືນແທ້ປະຈໍາປີ 2018
ເວລາອອກຂ່າວ: 2018-11-19 09:45:29 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 73 | ຄວາມນິຍົມ:



ໂດຍປະຕິບັດຕາມແຜນ ການອົບຮົມ-ຫັດແອບເຝິກຝົນ ກໍາລັງແຮງກາຍ ປະຈໍາປີ 2018 ຂອງກົມອົມຮົມ ກົມໃຫຍ່ ເສນາທິການກອງທັບ ວ່າດ້ວຍ ການຈັດຕັ້ງອົບຮົມ-ຫັດແອບ ປະຈໍາປີ. ໃນວັນທີ 14 ພະຈິກ 2018 ນີ້, ໂຮງຮຽນຊ່າງແສງ ໄດ້ຈັດຕັ້ງອົບຮົມ-ຫັດແອບຍິງ ເປົ້າໝາຍດ້ວຍລູກປືນແທ້ປະຈຳ ປີ 2018 ຂຶ້ນ ຢູ່ທີ່ສະໝາມຍິງ ປືນອາຊຽນ 199, ໂດຍການ ເຂົ້າຮ່ວມຂອງ ພັນໂທ ສຳລານ ພົນຢ້ຽມ ຫົວໜ້າພະແນກ ສິນ ລະປະຍຸດກົມອົບຮົມກົມໃຫຍ່ເສ ນາທິການກອງທັບ, ມີຄະນະ ພັກ-ຄະນະບັນຊາ ພະນັກງານ-ນັກຮົບເຂົ້າຮ່ວມ. ພັນໂທ ສີບູນ ທຳມະວົງ ຮອງອຳນວຍການ ຫົວໜ້າພະ ແນກອົບຮົມໂຮງຮຽນຊ່າງແສງ ໄດ້ໃຫ້ຮູ້ວ່າ : ການຈັດຕັ້ງອົບ ຮົມ-ຫັດແອບ ປັບປຸງລະບຽບ ແບບແຜນເຝິກຝົນກໍາລັງແຮງ ກາຍປະຈຳປີ 2018 ກໍເພື່ອເຮັດ ໃຫ້ພະນັກງານ-ນັກຮົບມີ ຄວາມຮູ້, ຄວາມສາມາດທາງ ດ້ານການເມືອງ-ການທະຫານ, ດ້ານວິຊາສະເພາະ, ເຕັກນິກວິ ທະຍາສາດ, ດ້ານສິນລະປະຍຸດ-ຍຸດທະວິທີ, ດ້ານການຈັດຕັ້ງ ປະຕິບັດບັນດາຂໍ້ກໍານົດກົດລະ ລະບຽບຂອງກອງທັບໃຫ້ເຂັ້ມ ງວດ, ຍົກສູງຄວາມຮູ້, ຄວາມ ສາມາດໃນການຊີ້ນຳ-ນໍາພາ ຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງຕົນຮັບຜິດຊອບໃຫ້ມີຄວາມໜັກແໜ້ນດີຂຶ້ນເປັນກ້າວໆ ແລະ ຄ່ອງແຄ້ວກັບວຽກງານສູ້ຮົບຕົວຈິງໃຫ້ໄດ້ຮັບຜົນດີ, ເພື່ອເປັນ ບ່ອນອີງໃຫ້ແກ່ຄະນະພັກ-ຄະ ນະບັນຊາໃນການຕິດຕາມກວດ ກາ ແລະ ຕີລາຄາຄຸນະພາບຂອງ ພະນັກງານ-ນັກຮົບໃນກົມກອງ, ການເຝິກອົບຮົມໃນຄັ້ງນີ້ກໍເພື່ອ ໃຫ້ພະນັກງານ-ນັກຮົບທົ່ວໃນ ກົມກອງຕ້ອງຮູ້ນໍາໃຊ້ບົດຮຽ ໜດັ່ງກ່າວໃຫ້ມີຄວາມສຳນານ ຄ່ອງແຄ້ວ ແລະ ໝູນໃຊ້ເຂົ້າໃນ ສະພາບເງື່ອນໄຂຕົວຈິງໃນໄລ ຍະໃໝ່ຢ່າງເໝາະສົມ, ເພື່ອໄປ ໝູນໃຊ້ເຂົ້າໃນໜ້າທີ່ວຽກງານ ກຽມພ້ອມສູ້ຮົບຂອງກົມກອງ ໃຫ້ປະກົດຜົນເປັນຈິ່ງໃນສະ ເພາະໜ້າ ແລະ ຍາວນານການ ອົບຮົມຄັ້ງນີ້ແມ່ນສາມາດບັນລຸ ໄດ້ຕາມຄາດໝາຍທີ່ວາງໄວ້. ໂດຍ: ເກນ ວິໄລສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ