ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຍົກສູງບົດບາດການນຳພາຂອງພັກຢູ່ສາງ ອ6 ໃຫ້ສູງຂຶ້ນ
ເວລາອອກຂ່າວ: 2018-11-19 09:55:34 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 82 | ຄວາມນິຍົມ:



ວັນທີ 12 ພະຈິກ 2018 ນີ້, ຢູ່ທີ່ສາງ ອ6 ທີ່ຂຶ້ນກັບກົມໃຫຍ່ ເຕັກນິກກອງທັບ ໄດ້ປະກາດຮັບ ຮອງເອົາຄະນະພັກຮາກຖານຊຸດ ໃໝ່ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄອນສະ ຫວັນ ມິ່ງຈຳປາບານ ກຳມະການ ຄະນະປະຈຳພັກກົມໃຫຍ່ຮອງ ຫົວໜ້າກົມໃຫຍ່ເຕັກນິກກອງ ທັບ, ມີຄະນະພັກ-ຄະນະ ບັນຊາ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ພັນໂທ ວຽງນາກ ວິລະວົງ ຫົວໜ້າພະແນກງານຫ້ອງການ ເມືອງ ກົມໃຫຍ່ເຕັກນິກກອງທັບ ໄດ້ຜ່ານມາດຖານເງື່ອນໄຂ ແລະ ຂໍ້ຕົກລົງຂອງຄະນະປະຈຳພັກ ກົມໃຫຍ່ເຕັກນິກກອງທັບ ວ່າ ດ້ວຍການຮັບຮອງເອົາຄະນະ ພັກຮາກຖານສາງ ອ6, ທັງນີ້ກໍ ເພື່ອເປັນການປັບປຸງລະບົບການ ຈັດຕັ້ງພັກໃຫ້ມີຄວາມເຂັ້ມແຂງ ຕາມ 5 ຫຼັກການ 3 ທິດນຳຂອງ ພັກ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະ ຊວງປ້ອງກັນປະເທດວາງອອກ ໃຫ້ບັນລຸຜົນສຳເລັດ, ດັ່ງນັ້ນຄະ ນະປະຈຳພັກກົມໃຫຍ່ເຕັກນິກ ກອງທັບໄດ້ຕົກລົງແຕ່ງຕັ້ງຄະ ນະພັກຮາກຖານຊຸດໃໝ່ສາງ ອ6 ຈຳນວນ 5 ສະຫາຍດັ່ງນີ້: ພັນ ໂທ ລຽນວິໄລ ພັນທອງຄຳ ເປັນ ເລຂາຄະນະພັກຮາກຖານ, ພັນຕີ ຄາມ ສະເຫຼີມສັກ ເປັນຮອງເລ ຂາ, ຮ້ອຍເອກ ຈັນທະວົງ ພົງຈິດ ເປັນກຳມະການກວດກາ-ປ້ອງ ກັນ ແລະ ອີກສອງສະຫາຍເປັນ ກຳມະການ. ໂອກາດດັ່ງກ່າວ ສະຫາຍ ພົນ ຈັດຕະວາ ຄອນສະຫວັນ ມິ່ງຈຳ ປາບານ ໄດ້ເນັ້ນໃຫ້ຄະນະພັກ ຮາກຖານຊຸດໃໝ່ນີ້, ຈົ່ງເພີ່ມທະ ວີຄວາມຮັບຜິດຊອບທາງດ້ານ ການເມືອງໃຫ້ສູງ, ເຄົາລົບຫຼັກ ການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະແບ່ງໃຫ້ ບຸກຄົນຮັບຜິດຊອບ,ຖືເອົາມະ ຫາຊົນເປັນເຫງົ້າພະລັງໃນການ ກະຕຸກຊຸກຍູ້ຂະບວນການຂອງ ກົມກອງ ໂດຍຕິດພັນກັບ 5 ຫຼັກ ການ 3 ທິດນຳຂອງພັກເປັນ ໄມ້ຫຼາວັດແທກຄຸນທາດການ ເມືອງຂອງຕົນ, ມີແບບແຜນໃນ ການຊີ້ນຳ-ນຳພາບັນຊາທີ່ຖືກ ຕ້ອງ, ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມ ຕົນເອງໃນທຸກດ້ານເພື່ອນຳພາ ກົມກອງໃຫ້ນັບມື້ນັບເຕີບໃຫຍ່ ເຂັ້ມແຂງຂຶ້ນເປັນກ້າວໆ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ຢູ່ ສາງ ອ6 ຍັງໄດ້ປະກາດເລື່ອນ ຊັ້ນ ແລະ ທຽບຊັ້ນໃຫ້ພະນັກ ງານ-ນັກຮົບຂອງຕົນ ໃນນີ້ ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 1 ສະຫາຍ ແລະ ເລື່ອນຊັ້ນ ຮ້ອຍ ໂທ ຂຶ້ນຊັ້ນ ຮ້ອຍເອກ 1 ສະ ຫາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ