ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະພັກຮາກຖານກອງພັນກໍ່ສ້າງຂົວ - ທາງ 587 ສຳເລັດກອງປະຊຸມໃຫຍ່
ເວລາອອກຂ່າວ: 2018-11-19 10:25:35 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 348 | ຄວາມນິຍົມ:



ໃນວັນທີ 15 ພະຈິກ 2018 ນີ້, ກອງພັນກໍ່ສ້າງຂົວ-ທາງ 587 ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ IV ຂອງຕົນຂຶ້ນ. ໂດຍ ການເຂົ້າຮ່ວມເປັນປະທານຂອງ ພັນເອກ ກອງແກ້ວ ວໍລະຈິດ ກຳມະການຄະນະພັກກົມໃຫຍ່ ຫົວໜ້າຫ້ອງການເມືອງກົມໃຫຍ່ ເສນາທິການກອງທັບ, ມີພັນ ເອກ ສີພອນໄຊ ຄໍາທອງເຫວີນ ຮອງຫົວໜ້າກົມຊ່າງແສງ, ມີ ຄະນະພັກໜ່ວຍພັກ, ພະນັກງານ, ສະມາຊິກພັກ ແລະ ແຂກຖືກ ເຊີນເຂົ້າຮ່ວມ. ພັນໂທ ສົມຮັກ ພົມມະນິນ ເລຂາຄະນະພັກ, ຫົວໜ້າການ ເມືອງກອງພັນກໍ່ສ້າງຂົວ-ທາງ 587 ໄດ້ຂຶ້ນຜ່ານບົດລາຍງານ ການເມືອງທັງສອງພາກ, ເຊິ່ງ ໄດ້ສະຫຼຸບສັງເກດຕີລາຄາຄືນ ວຽກງານໄລຍະຜ່ານມາໃນການ ຊີ້ນຳ-ນຳພາຂອງຄະນະພັກ ເຊິ່ງ ໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນ ເດັ່ນຫຼາຍດ້ານໃນການນຳພາກົມ ກອງຜ່ານມາ ຊີ້ນຳປັບປຸງກໍ່ສ້າງ ພັກໃຫ້ປອດໃສ, ເຂັ້ມແຂງໜັກ ແໜ້ນທາງດ້ານການເມືອງແນວ ຄິດ, ການຈັດຕັ້ງແລະ ແບບແຜນ ວິທີນຳພາ, ປະຕິບັດລະບຽບພັກ ຢ່າງເຂັ້ມງວດປັກຮັກສາຄວາມ ສາມັກຄີພາຍໃນພັກ, ປະຕິບັດ ລະບອບລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບ່ງ ວຽກໃຫ້ບຸກຄົນຮັບຜິດຊອບ, ດຳ ເນີນຊີວິດການເມືອງເປັນປົກກະ ຕິສຶກສາອົບຮົມໃຫ້ພະນັກງານ ສະມາຊິກພັກ-ນັກຮົບເຊື່ອມຊຶມ ຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດກົດ ລະບຽບຂອງກອງທັບ, ປະຕິ ບັດຕາມ 3 ທິດນໍາ 5 ຫຼັກການ ຂອງພັກຢ່າງຕັ້ງໜ້າບົນພື້ນຖານ ປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນ ງານ. ມະຕິຄໍາສັ່ງຕ່າງໆຂອງ ຄະນະພັກຂັ້ນເທິງວາງອອກ ຢ່າງເຂັ້ມງວດ. ຜ່ານການສຶກ ສາອົບຮົມສາມາດສັງລວມຕີລາ ຄາຄວາມໜັກແໜ້ນທາງດ້ານ ການເມືອງໄດ້ 98%, ນອກນັ້ນ ຍັງໄດ້ປັບປຸງຂະບວນການ ຕ່າງໆເຊັ່ນ: ປັບປຸງ-ກໍ່ສ້າງສະ ຖານທີ່ຄ້າຍຄູຕ່າງໆຂອງກົມ ກອງ, ອົບຮົມ-ຫັດແອບ,ປ້ອງກັນ ເວນຍາມ ແລະ ຂະບວນການ ຜະລິດປູກຝັງ-ລ້ຽງສັດເພື່ອແກ້ ໄຂຊີວິດການເປັນຢູ່ຂອງນາຍ ແລະ ພົນທະຫານພາຍໃນກົມ ກອງໃຫ້ດີຂຶ້ນເທື່ອລະກ້າວ ໃນນີ້ ໄດ້ລ້ຽງປາ,ກົບ, ເປັດ,ໄກ່, ນົກ ກະທາ, ແບ້, ລ້ຽງງົວສາມາດ ຕອບສະໜອງຊີ້ນ-ປາເຂົ້າ ເຮືອນຄົວລວມໄດ້ 70% ແລະ ຂາຍສົ່ງຕະຫລາດສາມາດສ້າງ ລາຍຮັບລວມທັງໝົດໄດ້ 144.371.000 ກີບ; ລາຍຮັບ ຈາກການຫາລາຍໄດ້ຕ່າງໆໄດ້ 95.788.000 ກີບ; ລາຍຮັບ ຈາກການໄປກໍ່ສ້າງໂຄງການ ຫັກເປັນເປີເຊັນໄດ້ 6.049.000 ກີບ. ລວມຍອດລາຍຮັບທັງໝົດ ໄດ້ 326.208.000 ກີບ. ຈາກ ຜົນງານທີ່ຍາດມາໄດ້ໃນຊຸມປີ ຜ່ານມາສາມາດຕີລາຄາ ແລະ ແບ່ງປະເພດຄຸນນະພາບຂອງພະນັກງານສະມາຊິກພັກໃນກົມ ກອງປະເພດ I ໄດ້267ສະຫາຍ; ປະເພດ II ໄດ້ 2 ສະຫາຍ; ປະ ເພດ III ໄດ້ 7 ສະຫາຍ ແລະ ໄດ້ ຮັບການຍ້ອງຍໍກົມກອງລວມໝູ່ໄດ້ຫຼຽນໄຊແຮງງານຊັ້ນ I, 1 ໜ່ວຍ; ຫຼຽນໄຊແຮງງານຊັ້ນ II, 1ໜ່ວຍ; ຫຼຽນໄຊພິລາດອາດຫານ ຊັ້ນ III, 1 ໜ່ວຍ, ຍ້ອງຍໍລວມ ໝູ່ ກອງຮ້ອຍ 1-2-3 ໄດ້ຫຼຽນໄຊ ແຮງງານຊັ້ນ III, ບຸກຄົນໄດ້ ຫຼຽນໄຊແຮງງານຊັ້ນ II 2 ສະ ຫາຍ, ຊັ້ນ III 14 ສະຫາຍ, ຫຼຽນ ໄຊພິລະອາດຫານຊັ້ນ II 16 ສະ ຫາຍ, ຊັ້ນ III 19 ສະຫາຍ, ຫຼຽນ ກາແຮງງານ 56 ສະຫາຍ, ໃບ ຍ້ອງຍໍລັດຖະບານ 11 ສະຫາຍ, ໃບຍ້ອງຍໍກະຊວງປ້ອງກັນປະ ເທດ 34 ສະຫາຍ ແລະ ໃບຍ້ອງ ຍໍກົມໃຫຍ່ການເມືອງກອງທັບ 11 ສະຫາຍ. ໃນກອງປະຊຸມຍັງ ໄດ້ປ່ອນບັດຄັດເລືອກເອົາຄະນະ ພັກຮາກຖານຊຸດໃຫມ່ ປະກອບ ມີ 7 ສະຫາຍ ແລະ ເຫັນດີເປັນ ເອກະພາບເລືອກເອົາພັນໂທ ສົມຮັກ ພົມມະນີນ ເປັນເລຂາ, ພັນໂທ ໂອພາດ ທຳມະທອງ ເປັນຮອງເລຂາ. ໂອກາດນີ້ພັນເອກ ກອງແກ້ວ ວໍລະຈິດ ໄດ້ຕາງໜ້າຄະນະພັກ ອົງການກົມໃຫຍ່ເສນາທິການ ກອງທັບກໍໄດ້ມີຄຳເຫັນຊີ້ນຳ ເນັ້ນໜັກໃຫ້ຄະພັກ-ຄະນະບັນ ຊາສະມາຊິກພັກທຸກຄົນຈົ່ງພ້ອມ ກັນເອົາໃຈໃສ່ວຽກງານສຶກສາ ອົບຮົມການເມືອງນຳພາແນວ ຄິດ, ກຳແໜ້ນພາລະບົດບາດ ໜ້າທີ່ວຽກງານຂອງຕົນ, ເສີມ ຂະຫຍາຍມູນເຊື້ອອັນດີງາມ ຂອງກົມກອງ, ເພີ່ມທະວີຄວາມ ສາມັກຄີເປັນເອກະພາບພາຍໃນ ໃຫ້ແໜ້ນແຟ້ນ, ຮູ້ໝູນໃຊ້ກຳລັງ ແຮງຂອງກົມກອງ ແລະ ຮູ້ໝູນ ໃຊ້ເຂົ້າໃນສະພາບແວດລ້ອມຕົວ ຈິງຢ່າງມີຫົວຄິດປະດິດສ້າງ, ປັບ ປຸງກໍ່ສ້າງພັກຕ້ອງຕິດພັນກັບຂະບວນການວຽກງານຕົວຈິງ ຂອງກົມກອງ ແລະ ເລີ່ມຈາກ ຮາກຖານພັກຂຶ້ນມາ, ຄະນະ ພັກ- ພະນັກງານ, ສະມາຊິກພັກ ຕ້ອງເພີ່ມທະວີຄວາມເປັນແບບ ຢ່າງນໍາໜ້າເຮັດໃຫ້ມະຫາຊົນ ໄວ້ເນື້ອເຊື່ອຖືນີ້ແມ່ນປັດໄຈສໍາ ຄັນໂດຍຖືເອົາການຕຳນິຕິຊົມ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ