ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໜ່ວຍຊາວໜຸ່ມຫ້ອງເຕັກນິກທະຫານນະຄອນຫຼວງວຽງຈັນ ສຳເລັດກອງປະຊຸມໃຫຍ່ຄັ້ງທີ I ຂອງຕົນ
ເວລາອອກຂ່າວ: 2018-11-20 08:57:55 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 76 | ຄວາມນິຍົມ:



ໃນວັນທີ 9 ພະຈິກ 2018 ນີ້, ໜ່ວຍຊາວໜຸ່ມຫ້ອງເຕັກນິກ ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ໄດ້ສຳເລັດ ກອງປະຊຸມໃຫຍ່ຄັ້ງທີ I ຂອງ ຕົນ, ໂດຍການເປັນປະທານ ຂອງ ພັນໂທ ບຸນມີ ນວນທະມິດ ຮອງຫົວໜ້າຫ້ອງເຕັກນິກທະ ຫານນະຄອນຫຼວງວຽງຈັນ, ມີບັນດາຄະນະໜ່ວຍຊາວໜຸ່ມ ຈາກກົມກອງອ້ອມຂ້າງຕະຫຼອດ ຮອດສະມາຊິກຊາວໜຸ່ມພາຍໃນ ກົມກອງເຂົ້າຮ່ວມ. ຮ້ອຍໂທ ສົນທະສັກ ສຸວັນ ມີໄຊ ວ່າການເລຂາຄະນະໜ່ວຍ ຊາວໜຸ່ມຫ້ອງເຕັກນິກທະຫານ ນະຄອນຫຼວງວຽງຈັນ ໄດ້ຂຶ້ນ ຜ່ານບົດລາຍງານການເມືອງ ທັງສອງພາກ ເຊິ່ງຍົກໃຫ້ເຫັນ ຜົນງານການຈັດຕັ້ງປະຕິບັດໃນ ໄລຍະຜ່ານມາເປັນຕົ້ນຄະນະ ໜ່ວຍຊາວໜຸ່ມໄດ້ເອົາໃຈໃສ່ຊີ້ ນຳ-ນຳພາສະມາຊິກຂອງຕົນ ຢ່າງໃກ້ຊິດຕິດແທດ ໂດຍຖືເອົາ ວຽກງານການສຶກສາອົບຮົມ ການເມືອງນຳພາແນວຄິດເປັນ ກົກ ໂດຍສະເພາະແມ່ນປຸກລະ ດົມໃຫ້ສະມາຊິກຂອງຕົນເຂົ້າ ຮ່ວມເຊື່ອມຊຶມແນວທາງນະໂຍ ບາຍຂອງພັກ-ລັດ, ມະຕິ, ຄຳ ສັ່ງ, ຂໍ້ກຳນົດກົດລະບຽບຂອງ ຄະນະບໍລິຫານງານຊາວໜຸ່ມປະ ຊາຊົນປະຕິວັດລາວ ແລະ ເອກະສານມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ, ເພື່ອ ເຮັດໃຫ້ຊາວໜຸ່ມ-ໄວໜຸ່ມມີ ຄວາມຮັບຮູ້ເຂົ້າໃຈຢ່າງເລິກ ເຊິ່ງກວ້າງຂວາງ, ເອົາໃຈໃສ່ປະ ກອບສ່ວນເຂົ້າໃນທຸກຂະບວນ ການອື່ນໆທີ່ຂັ້ນເທິງຈັດຂຶ້ນໃນ ໄລຍະຜ່ານມາ, ພ້ອມນັ້ນກໍຍັງ ໄດ້ເຮັດໜ້າທີ່ວິຊາສະເພາະຂອງ ຕົນຢ່າງຕັ້ງໜ້າໂດຍສະເພາະ ແມ່ນວຽກງານຮັບປະກັນດ້ານ ການກວດກາເຕັກນິກ, ສ້ອມ ແປງລົດເພື່ອກຽມພ້ອມຮັບໃຊ້ ໜ້າທີ່ໃຫ້ທັນເວລາໃນຍາມເມື່ອ ມີຄຳສັ່ງຈາກຂັ້ນເທິງ, ສ່ວນ ວຽກງານການສ້າງເສດຖະກິດ ແກ້ໄຂຊີວິດການເປັນຢູ່ແມ່ນໄດ້ ປຸກລະດົມໃຫ້ສະມາຊິກຊາວໜຸ່ມ ຂອງຕົນຖືເອົາການປູກ-ການ ລ້ຽງເປັນຕົ້ນຕໍເພື່ອເປັນບ່ອນອີງ ໃຫ້ແກ່ການແກ້ໄຂຊີວິດການ ເປັນຢູ່ຂອງຕົນໃຫ້ດີຂຶ້ນເທື່ອລະ ກ້າວ. ຈາກຜົນງານດັ່ງກ່າວນັ້ນ ຈິ່ງເຮັດໃຫ້ໜ່ວຍຊາວໜຸ່ມພວກ ເຮົາໄດ້ຮັບໃບຍ້ອງຍໍຊາວໜຸ່ມ 4 ບຸກ ເປັນສະໄໝທຳອິດ ແລະ ຂັ້ນ ບຸກຄົນ 61 ສະຫາຍ, ພ້ອມນັ້ນໃນ ກອງປະຊຸມຍັງໄດ້ຜັດປ່ຽນກັນ ຂຶ້ນປະກອບຄຳຄິດຄຳເຫັນ ແລະ ພ້ອມກັນເອກະພາບຮັບຮອງເອົາ ບົດລາຍງານການເມືອງທັງ ສອງພາກ ແລະ ປ່ອນບັດຄັດ ເລືອກເອົາຄະນະໜ່ວຍຊາວໜຸ່ມ ຊຸດໃໝ່ໄດ້ຕາມຄາດໝາຍ. ໂດຍ: ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ