ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດແຕ່ງຕັ້ງຄະນະຮັບຜິດຊອບ ພັດທະນາກຸ່ມບ້ານຄັງວຽງ ເມືອງໝອກ ແຂວງຊຽງຂວາງ
ເວລາອອກຂ່າວ: 2019-06-20 09:05:23 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1042 | ຄວາມນິຍົມ:



ພິທີປະກາດການແຕ່ງຕັ້ງ ຄະນະຮັບຜິດຊອບພັດທະນາກຸ່ມ ບ້ານຄັງວຽງ ໄດ້ຈັດຂຶ້ນໃນຕອນ ເຊົ້າວັນທີ 18 ມິຖຸນາ 2019 ຢູ່ ທີ່ຈຸດສຸມຄັງວຽງ ເມືອງໝອກ ແຂວງຊຽງຂວາງ ໂດຍການເປັນ ປະທານຂອງສະຫາຍພົນໂທ ສຸ ວອນ ເລືອງບຸນມີ ກຳມະການ ສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ເສນາທິການກອງທັບ, ສະຫາຍ ບົວສອນ ສີນວນທອງ ຮອງເລຂາພັກແຂວງ, ຮອງເຈົ້າ ແຂວງໆຊຽງຂວາງ, ມີບັນດາສະ ຫາຍທີ່ມາຈາກກະຊວງປ້ອງກັນ ປະເທດ, ແຂວງ, ເມືອງ, ພະນັກ ງານຈຸດສຸມຄັງວຽງ ແລະ ກຸ່ມ ບ້ານຄັງວຽງເຂົ້າຮ່ວມ. ໃນພິທີໄດ້ຮັບຟັງການລາຍ ງານສະຫຼຸບຕີລາຄາຄືນຜ່ານ ການຈັດຕັ້ງປະຕິບັດແຜນພັດ ທະນາກຸ່ມບ້ານຄັງວຽງປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນ ການພັດທະນາ 6 ເດືອນທ້າຍປີ 2019, ຜ່ານຂໍ້ຕົກລົງເລກທີ 2299/ກປທ ລົງວັນທີ 22 ພຶດ ສະພາ2019 ວ່າດ້ວຍການຖອນ ນາຍທະຫານລົງກໍ່ສ້າງຮາກ ຖານການເມືອງຢູ່ຈຸດສຸມພັດທະ ນາກຸ່ມບ້ານຄັງວຽງ ໄປໃຫ້ຫ້ອງ ການບໍລິຫານກົມໃຫຍ່ພະລາທິ ການກອງທັບ ລັດຖະມົນຕີກະ ຊວງປ້ອງກັນປະເທດຕົກລົງຖອນ ສະຫາຍ ພັນໂທ ຄຳຜຸຍ ຈັນທະວົງ ຄະນະຊີ້ນຳພາກສະໜາມຈຸດສຸມ ພັດທະນາກຸ່ມບ້ານຄັງວຽງ ໄປ ໃຫ້ຫ້ອງການບໍລິຫານກົມໃຫຍ່ ພະລາທິການກອງທັບ ເພື່ອລໍຖ້າ ຊັບຊ້ອນໜ້າທີ່ໃໝ່, ຂໍ້ຕົກລົງເລກ ທີ 1229/ກປທ ລົງວັນທີ 26 ມີນາ 2019 ວ່າ ດ້ວຍການແຕ່ງ ຕັ້ງຄະນະຮັບຜິດຊອບພັດທະນາ ກຸ່ມບ້ານຄັງວຽງ ກະຊວງປ້ອງ ກັນປະເທດຕົກລົງແຕ່ງຕັ້ງຄະນະ ຮັບຜິດຊອບພັດທະນາກຸ່ມບ້ານ ຄັງວຽງຄື: ແຕ່ງຕັ້ງ ສະຫາຍ ພົນຕີ ວົງຄຳ ພົມມະກອນ ກຳມະການ ຄະນະປະຈຳພັກກະຊວງປ້ອງ ກັນປະເທດ, ຫົວໜ້າກົມໃຫຍ່ພະ ລາທິການກອງທັບ ເປັນຫົວໜ້າ, ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງ ເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ ເສນາທິການກອງທັບ ເປັນຮອງ, ສະຫາຍພົນຈັດຕະວາ ວົງສອນ ອິນປານພິມ ຮອງຫົວໜ້າກົມ ໃຫຍ່ການເມືອງກອງທັບ ເປັນ ຮອງ, ສະຫາຍພົນຈັດຕະວາ ວຽງສະຫວັນ ລາດສະເພົາ ຮອງ ຫົວໜ້າກົມໃຫຍ່ເຕັກນິກກອງທັບ ເປັນຄະນະ, ສະຫາຍ ພົນຈັດຕະ ວາ ບຸນທອນ ສິດສຸວົງ ຮອງຫົວ ໜ້າຫ້ອງວ່າການກະຊວງປ້ອງ ກັນປະເທດ ເປັນຄະນະ, ສະຫາຍ ບົວສອນ ສີນວນທອງ ຮອງເຈົ້າ ແຂວງໆຊຽງຂວາງ ເປັນຄະນະ, ສະຫາຍ ບຸນເລື່ອນ ວັນນາຮັກ ເຈົ້າເມືອງໆໝອກ ເປັນຄະນະ. ໃນພິທີ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ໄດ້ໂອ້ລົມຊີ້ນຳໂດຍ ເນັ້ນຄະນະຮັບຜິດຊອບເອົາໃຈ ໃສ່ກໍ່ສ້າງພະນັກງານຮາກຖານ, ສຶກສາອົບຮົມການເມືອງແນວ ຄິດຫັນແນວຄິດຂອງປະຊາຊົນ ໄປຕາມທິດຂອງຂັ້ນເທິງ, ແກ້ໄຂ ແນວຄິດຂອງປະຊາຊົນຫັນມາສູ່ ລະບຽບກົດໝາຍ, ເນັ້ນຄວາມ ສຳຄັນການປັບປຸງອຳນາດການ ປົກຄອງຂັ້ນບ້ານ, ຄົ້ນຄວ້າລະ ອຽດບັນດາໂຄງການກໍ່ສ້າງພື້ນ ຖານໂຄງລ່າງ, ຕ້ອງຮີບຮ້ອນ ຈັດຕັ້ງປະຕິບັດ, ຄົ້ນຄວ້າເອົາວິ ຊາການມາພັດທະນາໃນການ ປູກ-ການລ້ຽງ, ຄັດຈ້ອນພະນັກ ງານບໍ່ໃຫ້ເຫຼືອບໍ່ພໍ, ສົ່ງເສີມປະ ຊາຊົນຜະລິດເປັນສິນຄ້າ, ພາກ ສະໜາມຕ້ອງກຳແໜ້ນແຕ່ລະ ໜ້າວຽກ, ແກ້ໄຂງົບປະມານເພື່ອ ແກ້ໄຂບັນຫາເລື່ອງທີ່ດິນເຂດພັດ ທະນາຄັງວຽງ, ຕົກລົງສ້າງສຸກ ສາລາຢູ່ນ້ຳຕາກ, ແກ້ໄຂຄົນຕ່າງ ດ້າວເຂົ້າເມືອງຜິດກົດໝາຍ, ພ້ອມທັງຮຽກຮ້ອງໃຫ້ຄະນະຊຸດ ໃໝ່ຕ້ອງສືບຕໍ່ປັບປຸງແກ້ໄຂບັນ ດາໜ້າວຽກທີ່ຍັງຄ້າງຄາ, ສູ້ຊົນ ພັດທະນາກຸ່ມຄັງວຽງໃຫ້ກາຍ ເປັນຕົວເມືອງນ້ອຍໃນຊົນນະບົດ ໃນປີ 2020 ໃນພິທີຍັງໄດ້ເຊັນ ມອບ-ຮັບໜ້າທີ່ ລະຫວ່າງ ສະ ຫາຍ ພົນໂທ ສຸວອນ ເລືອງບຸນມີ ແລະ ສະຫາຍ ພົນຕີ ວົງຄຳ ພົມ ມະກອນ ຫົວໜ້າກົມໃຫຍ່ພະລາ ທິການກອງທັບ. ໂດຍ: ບຸນມີ ແສງທຸມມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ