ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫາຍ ພົນຈັດຕະວາ ພູວຽງ ຫຼ່ຽມມະວົງສາ ເນັ້ນໃຫ້ຄະນະພັກຫ້ອງການ ເອົາໃຈໃສ່ນຳພາເຮັດວຽກແຜນການ-ສັງລວມໃຫ້ດີ
ເວລາອອກຂ່າວ: 2019-06-21 08:48:27 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 83 | ຄວາມນິຍົມ:



ໃນໂອກາດເຂົ້າຮ່ວມເປັນປະ ທານຊີ້ນຳກອງປະຊຸມໃຫຍ່ຄັ້ງທີ V ຂອງຫນ່ວຍພັກຫ້ອງການກອງ ບັນຊາການທະຫານແຂວງສາລະ ວັນ ໃນວັນທີ 19 ມິຖຸນາ 2019 ນີ້, ສະຫາຍ ພົນຈັດຕະວາ ພູວຽງ ຫຼ່ຽມມະວົງສາ ກຳມະການຄະ ນະປະຈຳພັກ ແຂວງເລຂາພັກ ຫົວຫນ້າການທະຫານກອງບັນ ຊາການທະຫານແຂວງສາລະວັນ ໄດ້ໂອ້ລົມ ແລະ ເນັ້ນຫນັກໃຫ້ຄະ ນະຫນ່ວຍພັກຊຸດໃໝ່ຈົ່ງເຊີດຊູ ການນຳພາຂອງພັກ, ເປັນຄັນທຸງ ນຳຫນ້າ, ລົງໃກ້ຊິດຕິດແທດກັບ ມະຫາຊົນຖືເອົາການສ້າງກອງ ປອດໃສ, ປອດໄພ, ປອດຄະດີ ຍູ້ແຮງການສ້າງໜ່ວຍພັກປອດ ໃສ, ເຂັ້ມແຂງ, ຫນັກແຫນ້ນ, ກອງວັດທະນະທຳ-ນັກຮົບວັດທະ ນະທຳໃຫ້ເພີ່ມຂຶ້ນທາງດ້ານຈຳ ນວນ ແລະ ຄຸນນະພາບ, ໂດຍຖື ເອົາວຽກງານສຶກສາອົບຮົມການ ເມືອງນຳພາແນວຄິດໃຫ້ພະນັກ ງານ, ສະມາຊິກພັກ, ນັກຮົບຢ່າງ ຕໍ່ເນື່ອງຍົກສູງຄວາມສາມັກຄີ ເປັນເອກະພາບ ພາຍໃນໃຫ້ຫນັກແຫນ້ນ, ຕັ້ງຫນ້າເຝິກຝົນຫລໍ່ຫລອມຕົນ ເອງທາງດ້ານຄຸນທາດການ ເມືອງ, ຄຸນສົມບັດສິນທຳປະຕິ ວັດ ສຸມທຸກສະຕິປັນຍາ, ຄວາມຮູ້ ຄວາມສາມາດເຂົ້າໃນການຊີ້ນຳ- ນຳພາປັບປຸງກໍ່ສ້າງກົມກອງ ຂອງຕົນກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ໃນໂອກາດດຳເນີນກອງປະຊຸມ ໃຫຍ່ຄັ້ງທີ V ຂອງຫນ່ວຍພັກ ຫ້ອງການສະຫາຍ ພັນໂທ ວິໄລ ພິມມະວົງ ຄະນະພັກກອງບັນຊາ ການ ເລຂາຫນ່ວຍພັກ ຫົວຫນ້າ ຫ້ອງການທະຫານແຂວງສາລະ ວັນ ໄດ້ຜ່ານບົດລາຍງານການ ເມືອງທັງສອງພາກ ເຊິ່ງໄດ້ຍົກ ໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ບາງບົດຮຽນທີ່ຖອດ ຖອນໄດ້, ພ້ອມທັງຜ່ານທິດທາງ ແຜນການໃນຕໍ່ຫນ້າ, ຕະຫລອດ ໄລຍະ 5 ປີຜ່ານມາຄະນະຫນ່ວຍ ພັກໄດ້ຖືເອົາວຽກງານສຶກສາ ອົບຮົມການເມືອງນຳພາແນວຄິດ ຕິດພັນກັບການເຊື່ອມຊຶມມະຕິ ຕ່າງໆຂອງພັກ, ກົດໝາຍຂອງ ລັດ, ຂໍ້ກຳນົດກົດລະບຽບຂອງ ກອງທັບ, ເຮັດໃຫ້ພະນັກງານສະ ມາຊິກພັກ-ນັກຮົບ ມີແນວຄິດຫຼັກ ໝັ້ນຄຸນທາດການເມືອງຫນັກ ແຫນ້ນ, ມີສະຕິຕື່ນຕົວສູງຕໍ່ການ ຈັດຕັ້ງ, ມີຄວາມສາມັກຄີເປັນ ເອກະພາບ, ໄປພ້ອມໆກັບການ ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມ ເຂັ້ມແຂງໃນທຸກດ້ານ ແລະ ມີ ແບບແຜນວິທີເຮັດວຽກຖືກຕ້ອງ ຕາມ 5 ຫລັກການ 3 ທິດນຳ ຂອງພັກ ເພື່ອສ້າງພັກໃຫ້ມີຄວາມ ປອດໃສ, ເຂັ້ມແຂງ, ຫນັກແຫນ້ນ ປັດຈຸບັນພາຍໃນຫນ່ວຍມີສະມາ ຊິກພັກແຂງຮອບດ້ານ 9 ສະຫາຍ ຍິງ 3 ສະຫາຍ, ແຂງ 20 ສະຫາຍ ຍິງ 7 ສະຫາຍ, ກາງ 9 ສະຫາຍ, ຍິງ 4 ສະຫາຍ, ໄດ້ອອກບັດໃຫ້ ສະມາຊິກພັກໄດ້ 24 ສະຫາຍ, ຍິງ 8 ສະຫາຍ ໄປຄ່ຽງຄູ່ກັນນັ້ນ ຍັງໄດ້ເປັນເສນາທິການໃຫ້ຂັ້ນ ກອງບັນຊາການທາງດ້ານວຽກ ງານສ້າງແຜນການເອກະສານ ເຫັນວ່າມີຄວາມຮັບປະກັນ ແລະ ມີຄວາມຮັດກຸມ, ຖືກຕ້ອງສອດ ຄ່ອງວ່ອງໄວ, ພ້ອມນັ້ນຍັງໄດ້ຊຸກ ຍູ້ຊາວຫນຸ່ມແມ່ຍິງເຄື່ອນໄຫວ ຕາມພາລະບົດບາດຂອງຕົນ, ສ້າງພະລາທິການກັບທີ່ ໂດຍປະ ຕິບັດນຳ້ໃຈເພິ່ງຕົນເອງ, ກຸ້ມຕົນ ເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ຈາກການປູກຝັງ- ລ້ຽງສັດຕາມເງື່ອນໄຂທ່າແຮງ ບົ່ມຊ້ອນຂອງຕົນ ກອງປະຊຸມຍັງ ໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດ ຄັດເລືອກເອົາຄະນະຫນ່ວຍພັກ ຊຸດໃໝ່ ໄດ້ຕາມລະດັບຄາດໝາຍ ໂດຍເລືອກເອົາສະຫາຍ ພັນໂທ ວິໄລ ພິມມະວົງ ເປັນເລຂາໜ່ວຍ ພັກ, ສະຫາຍ ພັນໂທ ເກດມະນີ ແສງອາລຸນ ເປັນຮອງເລຂາ ແລະ ອີກ 3 ສະຫາຍ ເປັນກຳມະການ. ໂດຍ: ຂາວທອງ ໄຊຍະທິລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ