ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທ່ານ ປອ ບຸນທອງ ຈິດມະນີ ພ້ອມຄະນະລົງເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ
ເວລາອອກຂ່າວ: 2019-06-24 09:30:24 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 84 | ຄວາມນິຍົມ:



ວັນ 20 ມີຖຸນາ 2019ນີ້ ທ່ານ ປອ.ບຸນທອງ ຈິດມະນີ ກໍາ ມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະ ທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານ ການສໍ້ລາດບັງຫຼວງຂັ້ນສູນກາງພ້ອມຄະນະໄດ້ລົງເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງ ເຊິ່ງໃຫ້ກຽດຕ້ອນຮັບໂດຍ ທ່ານ ຄໍາເຜີຍ ບຸດດາວຽງກໍາມະການ ສູນກາງພັກ, ເລຂາ ພັກແຂວງ, ເຈົ້າແຂວງໆເຊກອງ,ມີຄະນະພັກ, ຄະນະນໍາ, ບັນດາ ພະແນກການອ້ອມຂ້າງແຂວງ,ພະນັກງານ, ທະຫານ, ຕໍາຫຼວດ ເຂົ້າຮ່ວມ.ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ທ່ານ ເຈົ້າແຂວງໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ຮອບດ້ານຂອງຄະນະພັກ- ຄະນະນໍາ, ອົງການປົກຄອງແຂວງ ໂດຍສະເພາະແມ່ນສະພາບລວມການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມຂອງແຂວງຮອບດ້ານ ໃນໄລຍະ 6 ເດືອນຕົ້ນປີ 2019, ເຊິ່ງໄລຍະຜ່ານມາແຂວງເຊກອງກໍເປັນໜຶ່ງໃນແຂວງທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ແລະ ປະເຊີນໜ້າກັບສະພາບນໍ້າຖ້ວມ, ດິນເຊາະເຈື່ອນເຮັດໃຫ້ເຮືອນ ຊານຂອງປະຊາຊົນ, ເນື້ອທີ່ ທໍາການຜະລິດ ແລະ ພື້ນຖານ ໂຄງລ່າງຫຼາຍແຫ່ງຖືກກະທົບ ແລະ ໄດ້ຮັບຄວາມເສຍຫາຍ, ແຕ່ຍ້ອນຄວາມເປັນຫ່ວງເປັນໃຍ ແລະ ຄວາມເອົາໃຈໃສ່ຂອງຄະ ນະພັກ-ຄະນະນໍາ, ອົງການປົກ ຄອງແຕ່ລະຂັ້ນໄດ້ຊີ້ນໍາ-ນໍາ ພາ, ທັງມີແຜນການແຜນງານ ທີ່ສອດຄ່ອງ ພ້ອມເອົາໃຈໃສ່ນໍາພາຈັດຕັ້ງປະຕິບັດຢ່າງມີຄວາມຮັບຜິດຊອບສູງຈຶ່ງສາ ມາດຊ່ວຍເຫຼືອຟື້ນຟູຊີວິດການ ເປັນຢູ່ຂອງປະຊາຊົນທີ່ໄດ້ຮັບ ຜົນກະທົບກັບຄືນສູ່ສະພາບປົກກະຕິໂດຍພື້ນຖານ ໂດຍຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນເຮັດໃຫ້ເສດຖະ ກິດຂອງແຂວງສືບຕໍ່ຂະຫຍາຍ ຕົວ ຢູ່ໃນລະດັບ 8,3%, ການຄ້າ-ການລົງທຶນມີບັນຍາກາດດີສົມ ຄວນສິນຄ້າສ່ວນໃຫຍ່ທີ່ສົ່ງອອກ ຂອງແຂວງແມ່ນ: ໄຟຟ້າ, ຜະ ລິດຕະພັນປະເພດກະສິກໍາເຊັ່ນ: ໝາກກ້ວຍ, ກາເຟ, ພິກໄທ, ໝາກ ເຜັດດິບ, ໝາກມັງກອນ, ມັນຕົ້ນ ແຫ້ງ, ຢາງພາລາ, ໜໍ່ໄມ້ ຝຣັ່ງ, ພືດ ຜັກ ແລະ ອື່ນໆ.ນອກຈາກຮັບຟັງ ການລາຍງານກ່ຽວກັບແຜນພັດ ທະນາເສດຖະກິດ-ສັງຄົມແລ້ວ ຍັງໄດ້ຮັບຟັງການລາຍງານກ່ຽວ ກັບການກະກຽມກອງປະຊຸມ ໃຫຍ່ 3 ຂັ້ນ ຂອງອົງຄະນະພັກ ແຕ່ລະຂັ້ນເຊິ່ງໄດ້ຈັດຕັ້ງເຊື່ອມ ຊຶມບັນດານິຕິກໍາກໍ່ສ້າງພັກ-ພະ ນັກງານໃຫ້ຄະນະພັກຮາກຖານ, ໜ່ວຍພັກຮາກຖານພ້ອມແຕ່ງຕັ້ງ ຄະນະຊີ້ນໍາເພື່ອຊີ້ນໍາ-ນໍາພາ ເພື່ອຄວາມເປັນເອກະພາບ ແລະ ໄປລວງດຽວກັນ, ປັດຈຸບັນຄະ ນະພັກ-ຄະນະນໍາອົງການປົກ ຄອງແຂວງເຊກອງແມ່ນໄດ້ສືບ ຕໍ່ຊຸກຍູ້ຂະບວນການກະກຽມ ການຈັດຕັ້ງດໍາເນີນກອງປະຊຸມ ໃຫຍ່ 3 ຂັ້ນຂອງພັກໂດຍສະເພາະ ແມ່ນການຈັດຕັ້ງຜັນຂະຫຍາຍ ຄໍາສັ່ງເລກທີ 04/ຄລສພ ແລະ ຄໍາສັ່ງເລກທີ 784/ຄຈສພ, ມະຕິຂອງຄະນະເລຂາທິການສູນ ກາງພັກຕິດພັນກັບຂະບວນການ ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນໂດຍມີການ ກໍານົດວັນ, ເວລາໃນການດໍາ ເນີນກອງປະຊຸມໃຫຍ່ຂອງແຕ່ລະ ເມືອງຄື: ເມືອງລະມາມຈະດໍາ ເນີນກອງປະຊຸມໃຫຍ່ຂອງຕົນ ໃນທ້າຍເດືອນຕຸລາ 2019; ເມືອງ ທ່າແຕງ ຈະດໍາເນີນກອງປະຊຸມ ໃຫຍ່ຂອງຕົນໃນຕົ້ນເດືອນຕຸລາ 2019 ເມືອງກະລືມ ຈະດໍາເນີນ ກອງປະຊຸມໃຫຍ່ຂອງຕົນໃນຕົ້ນ ເດືອນທັນວາ 2019 ແລະ ເມືອງດາກຈຶງ ຈະດໍາເນີນກອງ ປະຊຸມໃຫຍ່ຂອງຕົນໃນຕົ້ນເດືອນ ມັງກອນ 2020. ໃນໂອກາດດັ່ງກ່າວ, ທ່ານ ປອ. ບຸນທອງ ຈິດມະນີ ໄດ້ໃຫ້ ກຽດໂອ້ລົມ ທ່ານໄດ້ເນັ້ນໃຫ້ຄະ ນະພັກ, ຄະນະນໍາ, ອົງການປົກ ຄອງແຕ່ລະຂັ້ນຈົ່ງພ້ອມກັນສືບຕໍ່ນຳພາ-ຊີ້ນຳການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນພັດທະນາເສດ ຖະກິດ-ສັ່ງຄົມແຫ່ງຊາດ 5 ປີ, ຄັ້ງ ທີ VIII ແລະ ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກຂັ້ນຕົນ ທີ່ວາງອອກໃຫ້ໄດ້ຮັບໝາກຜົນ, ພ້ອມສຸມໃສ່ການແກ້ໄຂຄວາມ ທຸກຍາກຂອງປະຊາຊົນ, ຊຸກຍູ້ ການຜະລິດເປັນສິນຄ້າເພື່ອສ້າງ ລາຍຮັບໃຫ້ແກ່ເຂົາເຈົ້າ, ໄປຄຽງ ຄູ່ກັບການເຮັດວຽກງານປ້ອງ ກັນຊາດ-ປ້ອງ ກັນຄວາມສະຫງົບ ເພື່ອເຮັດໃຫ້ສັງຄົມມີຄວາມເປັນ ລະບຽບຮຽບຮ້ອຍ ພ້ອມກັນຕັ້ງ ໜ້າຈັດຕັ້ງປະຕິບັດວຽກງານຕາມໜ້າທີ່ຄວາມຮັບຜິດຊອບ ຂອງຕົນດ້ວຍຄວາມຮັບຜິດຊອບ ສູງ, ມີສະຕິຕໍ່ການຈັດຕັ້ງ, ເປັນ ເຈົ້າການເຄົາລົບ ແລະ ປະຕິບັດ ມະຕິ, ຄໍາສັ່ງ, ກົດລະບຽບຂອງ ພັກ, ກົດໝາຍ ແລະ ລະບຽບ ການຂອງລັດ ແລະ ພ້ອມກັນສືບ ຕໍ່ກະກຽມການດໍາເນີນກອງປະ ຊຸມໃຫຍ່ 03 ຂັ້ນຂອງອົງຄະນະ ພັກແຕ່ລະຂັ້ນໃຫ້ທ່ວງທັນຕາມ ເວລາທີ່ໄດ້ກໍານົດໄວ້ ແລະ ໃຫ້ຮັບ ປະກັນທັງດ້ານເນື້ອໃນ ແລະ ຂະ ບວນການເພື່ອເຮັດໃຫ້ການດໍາ ເນີນກອງປະຊຸມໃຫຍ່ 3 ຂັ້ນ ຄັ້ງ ນີ້ມີປະສິດທິພາບ ແລະ ປະສິດ ທິຜົນສູງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ