ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມໃຫຍ່ພະລາທິການກອງທັບ ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ
ເວລາອອກຂ່າວ: 2019-06-26 11:58:34 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 95 | ຄວາມນິຍົມ:



ໃນວັນທີ 24 ມິຖຸນາ 2019 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາປະຈຳ ປີ 2019 ຂຶ້ນໂດຍພາຍໃຕ້ການ ເປັນປະທານຂອງສະຫາຍ ພົນ ຈັດຕະວາ ປອ ວົງສັກ ພັນທະວົງ ກຳມະການຄະນະພັກກະຊວງ ປ້ອງກັນປະເທດ, ຮອງຫົວໜ້າ ກົມໃຫຍ່ພະລາທິການກອງທັບ, ມີຄະນະນຳກົມໃຫຍ່ພະລາທິ ການ, ບັນດາກົມນ້ອຍ, ຫ້ອງການ ພະແນກການ, ຄະນະພັກ-ຄະນະ ບັນຊາກົມກອງຮາກຖານທີ່ຂຶ້ນ ກັບ ແລະ ພະນັກງານຫຼັກແຫຼ່ງ ພາຍໃນກົມເຂົ້າຮ່ວມ. ໃນພິທີ ສະຫາຍ ພັນເອກ ສົມ ວັນ ທຳມາໄຊ ກຳມະການຄະ ນະປະຈຳພັກອົງການກົມໃຫຍ່, ຫົວໜ້າຫ້ອງການເມືອງກົມໃຫຍ່ ພະລາທິການກອງທັບ ໄດ້ຂຶ້ນຜ່ານຄຳສັ່ງແນະນຳຂອງກົມ ໃຫຍ່ການເມືອງກອງທັບວ່າດ້ວຍ ການເປີດຂະບວນການແຂ່ງຂັນ ທົ່ວກອງທັບ ປະຈຳປີ 2019, ອີງຕາມດຳລັດຂອງນາຍົກລັດ ຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບເລກທີ 121/ນຍ, ລົງວັນ ທີ 24/2/2010 ວ່າດ້ວຍການ ເພີ່ມທະວີແຂ່ງຂັນຍ້ອງຍໍໃນໄລ ຍະໃໝ່, ເພື່ອເຮັດໃຫ້ການຈັດຕັ້ງ ເປີດຂະບວນການແຂ່ງຂັນ-ຍ້ອງ ຍໍຮັກຊາດ ແລະ ພັດທະນາສ້າງ ຜົນງານຂໍ່ານັບຮັບຕ້ອນວັນປະ ຫວັດສາດສຳຄັນ ປະຈຳປີ 2019 ໃຫ້ມີບັນຍາກາດຟົດຟື້ນ ແລະ ບັນ ລຸໄດ້ຈຸດປະສົງຄາດໝາຍທີ່ວາງ ໄວ້, ເພື່ອແນໃສ່ສ້າງຂະບວນ ການຮອບດ້ານໃນທົ່ວກອງທັບ ແລະ ຂໍ່ານັບຮັບຕ້ອນວັນປະຫວັດ ສາດສຳຄັນຕ່າງໆຂອງຊາດ ທັງ ເປັນການປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອ ພິລາດອາດຫານຂອງກອງທັບ ເຮົາໃຫ້ໜັກແໜ້ນເຂັ້ມແຂງຢ່າງ ບໍ່ຢຸດຢັ້ງ, ຖືເອົາບັ້ນແຂ່ງຂັນນີ້ຍູ້ ຂະບວນການປັບປຸງກໍ່ສ້າງກອງ ທັບ ແລະ ເລັ່ງໃສ່ສ້າງກອງຈຸດ ສຸມເປັນຕົວແບບຂອງກົມກອງ ຕິດພັນກັບຂະບວນການສ້າງ ໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຂະບວນການກໍ່ສ້າງ ກອງປອດໃສ, ປອດໄພ, ປອດ ຄະດີ, ການກໍ່ສ້າງນັກຮົບ-ກົມ ກອງວັດທະນະທຳ, ຂະບວນ ການ 4 ປູກ 4 ລ້ຽງ, ຂະບວນ ການ 4 ບຸກຂອງຊາວໜຸ່ມ, ຂະ ບວນການ 3 ດີ 4 ພັດທະນາຂອງ ແມ່ຍິງ, ຂະບວນການ 2 ດີ 5 ເປັນເຈົ້າຂອງກຳມະບານ ແລະ ຂະບວນການຈັດຕັ້ງປະຕິບັດ 7 ລະບອບ 18 ວຽກຂອງກອງທັບ, ເປັນການສຶກສາອົບຮົມຈິດໃຈ ຮັກຊາດ, ສ້າງຄວາມຈົງຮັກພັກ ດີຕໍ່ອຸດົມການຂອງພັກ, ຍົກສູງ ສະຕິລະວັງຕົວຕໍ່ກົນອຸບາຍມ້າງ ເພທຳລາຍຂອງອິດທິກຳລັງປໍລະ ປັກ, ມີສະຕິຕໍ່ການຈັດຕັ້ງ, ປະຕິ ບັດລະບຽບວິໄນເຂັ້ມງວດ ສາ ມາດເຮັດສຳເລັດໜ້າທີ່ໃນທຸກກໍ ລະນີ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະ ຊວງປ້ອງກັນປະເທດວາງອອກ ໃຫ້ສຳເລັດຜົນ. ເພື່ອເຮັດໃຫ້ບັ້ນເປີດຂະບວນ ການແຂ່ງຂັນຮັກຊາດ ແລະ ພັດ ທະນາເຕັມໄປດ້ວຍຄວາມໝາຍ ຄວາມສຳຄັນຢ່າງເລິກເຊິ່ງ ແລະ ສ້າງໄດ້ບັນຍາກາດຟົດຟື້ນໃນ ທຸກກົມກອງ, ປະທານກອງປະ ຊຸມພ້ອມຄະນະກໍໄດ້ຂຶ້ນຈັບມື ບັນດາສະຫາຍຄະນະພັກ-ຄະນະ ບັນຊາກົມກອງຮາກຖານເພື່ອ ພ້ອມກັນຮັບເອົາເນື້ອໃນຂໍ້ແຂ່ງ ຂັນດັ່ງກ່າວນີ້ນຳໄປຈັດຕັ້ງປະຕິ ບັດຢູ່ໃນກົມກອງຂອງຕົນໃຫ້ເກີດ ດອກອອກຜົນຢ່າງຈົບງາມ. ໂດຍ: ຄຳປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ