ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມສອງແສງວຽກງານຮອບດ້ານເຂດ 1 ພາກເໜືອປະຈຳໄຕມາດ II
ເວລາອອກຂ່າວ: 2019-06-28 10:01:29 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 91 | ຄວາມນິຍົມ:



ກອງປະຊຸມສ່ອງແສງວຽກ ງານຮອບດ້ານເຂດ 1 ພາກເໜືອ ປະຈຳໄຕມາດ II ປີ 2019 ຈັດ ຂຶ້ນຢູ່ທີ່ສະໂມສອນ ກອງບັນຊາ ການທະຫານແຂວງ ຫຼວງນໍ້າທາ ໃນວັນທີ 20 ມິຖຸນານີ້, ພາຍໃຕ້ ການເປັນປະທານຂອງ ສະຫາຍ ພົນຕີ ວົງຄໍາ ພົມມະກອນ ກຳມະ ການຄະນະປະຈຳພັກກະຊວງ, ຫົວໜ້າກົມໃຫຍ່ພະລາທິການ ກອງທັບ, ເປັນກຽດເຂົ້າຮ່ວມມີ ສະຫາຍ ບຸນຍີ່ ແກ້ວຄຸນເມືອງ ຮອງເລຂາ ພັກແຂວງ, ຮອງເຈົ້າ ແຂວງໆຫຼວງນໍ້າທາ ມີບັນດາ ສະຫາຍຜູ້ຕາງໜ້າບັນດາກົມ ກອງ, ກອງບັນຊາການທະຫານ ແຂວງຜົ້ງສາລີ, ອຸດົມໄຊ,ບໍ່ແກ້ວ, ກອງພົນທີ 3 ແລະ ກອງບັນຊາ ການທະຫານແຂວງຫຼວງນໍ້າທາ ເຂົ້າຮ່ວມ. ໃນກອງປະຊຸມຜູ້ຕາງໜ້າບັນ ດາກົມກອງໄດ້ຂຶ້ນລາຍງານສະ ພາບການເຄື່ອນໄຫວວຽກງານ ຮອບດ້ານ ແລະ ປາກົດການຫຍໍ້ ທໍ້ທີ່ເກີດຂຶ້ນໃນສັງຄົມກໍຄືຢູ່ໃນກົມ ກອງຕົນ ເຊິ່ງໄດ້ຍົກໃຫ້ເຫັນສະ ພາບການສຶກສາອົບຮົມການ ເມືອງ, ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ, ວຽກງານ ກໍ່ສ້າງພັກ, ກໍ່ສ້າງພະນັກງານ ແລະ ວຽກງານອື່ນໆ. ພ້ອມນັ້ນ ກອງປະຊຸມຍັງໄດ້ແລກປ່ຽນຄຳ ຄິດຄຳເຫັນເພື່ອເປັນເອກະພາບ ໃນການປະຕິບັດຕາມເນື້ອໃນ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກ ຕິດ ພັນກັບ 4 ເນື້ອໃນ 4 ຄາດໝາຍ, ໂດຍສະເພາະແມ່ນວຽກງານເຮັດ ໃຫ້ສະພາບມີຄວາມສະຫງົບ ຕ້ານ ແລະ ສະກັດກັ້ນບັນຫາໄພ ພິບັດທາງທຳມະຊາດ ໄປຄຽງຄູ່ ກັບວຽກງານປັບປຸງກໍ່ສ້າງກຳ ລັງ, ວຽກງານປັບປຸງ-ກໍ່ສ້າງພື້ນ ຖານໂຄງລ່າງ, ແກ້ໄຂຊີວິດການ ເປັນຢູ່, ຕ້ານ ແລະ ສະກັດກັ້ນບັນ ດາປາກົດການຫຍໍ້ທໍ້ທີ່ເກີດຂຶ້ນ ແລະ ຈະເກີດຂຶ້ນໃນຕໍ່ໜ້າເພື່ອແນ ໃສ່ສ້າງກົມກອງເປັນກົມກອງ ປອດໃສ, ປອດໄພ, ປອດຄະດີ ແລະ ສ້າງພັກໃຫ້ປອດໃສ, ເຂັ້ມ ແຂງ, ໜັກແໜ້ນຂຶ້ນເລື້ອຍໆ. ໂອກາດດັ່ງກ່າວ ສະຫາຍ ພົນຕີ ວົງຄໍາ ພົມມະກອນ ໄດ້ຮຽກຮ້ອງ ມາ ຍັງຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ພ້ອມກັນເອົາໃຈ ໃສ່ສືບຕໍ່ສຶກສາອົບຮົມການ ເມືອງ, ແນວຄິດໃຫ້ພະນັກງານ- ນັກຮົບກົມກອງຕົນມີແນວຄິດອຸ່ນ ອຽນທຸ່ນທ່ຽງຫ້າວຫັນຕໍ່ໜ້າທີ່ ວຽກງານວິຊາສະເພາະຂອງຕົນ, ຕອບຕ້ານທຸກກົນອຸບາຍຂອງກຸ່ມ ຄົນບໍ່ຫວັງດີ ແລະ ມີສະຕິຕໍ່ການ ຊົມໃຊ້ສື່ສັງຄົມອອນໄລ, ຍົກສູງ ຄວາມຮັບຜິດຊອບໃນການກວດ ກາແຕ່ລະຂົງ ເຂດວຽກງານໃຫ້ ເປັນປົກກະຕິ, ປະກອບສ່ວນຢ່າງ ຕັ້ງໜ້າເຂົ້າໃນການປັບປຸງກໍ່ສ້າງ ພັກ, ພະນັກງານໃຫ້ມີຄວາມໜັກ ແໜ້ນທາງດ້ານການເມືອງ-ແນວ ຄິດເຂັ້ມແຂງທາງດ້ານການຈັດ ຕັ້ງ, ເພື່ອສ້າງເງື່ອນໄຂອຳນວຍ ຄວາມສະດວກໃຫ້ບັນດາປັດໄຈ ຕ່າງໆໃນການກໍ່ສ້າງກອງທັບໃຫ້ ກາຍເປັນກອງທັບທີ່ມີແບບແຜນ ແລະ ທັນສະໄໝ. ໂດຍ: ສົມສະນຸກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ