ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າກົມພົວພັນຕ່າງປະເທດ ຕ້ອນຮັບຄະນະຜູ້ແທນກົມສືບລາຊະການລັບກະຊວງປ້ອງກັນປະເທດ ສ ເກົາຫຼີ
ເວລາອອກຂ່າວ: 2019-07-01 09:03:53 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 93 | ຄວາມນິຍົມ:



ໃນຕອນແລງຂອງວັນທີ 28 ມິຖຸນາ 2019 ນີ້, ຢູ່ທີ່ຫ້ອງຮັບ ແຂກກົມພົວພັນຕ່າງປະເທດ, ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ ຫົວໜ້າກົມພົວພັນ ຕ່າງປະເທດກະຊວງປ້ອງກັນປະ ເທດ ແຫ່ງ ສປປ ລາວ ໄດ້ຕ້ອນ ຮັບ ທ່ານ ພົນຈັດຕະວາ ລີ ວາ ຊູ ຫົວໜ້າສືບລາຊະການລັບກະ ຊວງປ້ອງກັນປະເທດ ສ ເກົາຫຼີ ພ້ອມດ້ວຍຄະນະ, ເນື່ອງໃນໂອ ກາດທີ່ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງ ວັນທີ 27-29 ມິຖຸນາ 2019 ນີ້. ໂອກາດນີ້ ທ່ານ ຫົວໜ້າກົມ ພົວພັນຕ່າງປະເທດ ກະຊວງປ້ອງ ກັນປະເທດແຫ່ງ ສປປ ລາວ ໄດ້ ສະແດງຄວາມຍິນດີຕ້ອນຮັບອັນ ອົບອຸ່ນເຕັມໄປດ້ວຍໄມຕີຈິດ ມິດ ຕະພາບ ແລະ ຕີລາຄາສູງຕໍ່ທ່ານ ຫົວໜ້າກົມສືບລາຊະການລັບ ກະ ຊວງປ້ອງກັນປະເທດ ສ ເກົາຫຼີ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງຈະເປັນການປະກອບສ່ວນ ເສີມສ້າງສາຍພົວພັນການຮ່ວມ ມືລະຫວ່າງສອງຊາດ, ສອງກອງ ທັບ ລາວ-ສ ເກົາຫຼີໃຫ້ຂະຫຍາຍ ຕົວຍິ່ງໆຂຶ້ນ. ທ່ານ ພົນຈັດຕະວາ ລີ ວາຊູ ກໍ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ຫົວໜ້າກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ, ພ້ອມທັງໄດ້ກ່າວ ລາຍງານເຖິງຈຸດປະສົງຂອງ ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວໃນຄັ້ງ ນີ້ກໍເພື່ອສືບຕໍ່ຈັດຕັ້ງຜັນຂະ ຫຍາຍແຜນການພົວພັນຮ່ວມ ມືຂອງສອງກອງທັບ ລາວ-ສ ເກົາຫຼີ ໃຫ້ປາກົດຜົນເປັນ ຈິງ ແລະ ຍັງຕາງໜ້າໃຫ້ກະຊວງ ປ້ອງກັນປະເທດ ສ ເກົາຫຼີ ສະ ແດງຄວາມຂອບອົກຂອບໃຈຕໍ່ ຄະນະນຳກະຊວງປ້ອງກັນປະ ເທດລາວທີ່ໄດ້ເອື້ອອຳນວຍໃຫ້ ກອງທັບ ສ ເກົາຫຼີ ສາມາດເປີດ ຫ້ອງການທີ່ປຶກສາທູດຝ່າຍປ້ອງ ກັນຊາດ ສ ເກົາຫຼີ ປະຈຳ ສປປ ລາວ ເຊິ່ງມັນໄດ້ສະແດງໃຫ້ເຫັນ ເຖິງໝາກຜົນແຫ່ງການຮ່ວມມື ຂອງສອງຝ່າຍ. ໂດຍ: ຈິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ