ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສອງກອງທັບ ລາວ-ຫວຽດນາມ ສືບຕໍ່ຮ່ວມມືວຽກງານວິທະຍາສາດ - ປະຫວັດສາດການທະຫານ
ເວລາອອກຂ່າວ: 2019-07-02 09:47:16 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 72 | ຄວາມນິຍົມ:



ວັນທີ 25 ມິຖຸນາ 2019 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານໄດ້ຈັດກອງປະຊຸມ ປຶກສາຫາລືຮ່ວມກັບນັກວິຊາ ການຈາກສະຖາບັນປະຫວັດສາດ ແລະ ສະຖາບັນຍຸດທະສາດກະ ຊວງປ້ອງກັນປະເທດ ສສ ຫວຽດ ນາມ ໂດຍການເຂົ້າຮ່ວມຂອງ ສະ ຫາຍ ພົນຈັດຕະວາ ວຽງໄຊ ສົມ ວິຈິດ ຫົວໜ້າ ກົມ ວສ-ປສ ການ ທະຫານມີພະນັກງານຫຼັກແຫຼ່ງ ຈາກພະແນກກ່ຽວຂ້ອງເຂົ້າ ຮ່ວມ. ໃນການປຶກສາຫາລືກັບຄະ ນະວິຊາການຈາກຫວຽດນາມ ທີ່ຈະມາຊ່ວຍຂຽນບົດນິພົນ ໃນວຽກງານເພີ່ມທະວີຮ່ວມມື ລະຫວ່າງກອງທັບປະຊາຊົນ ລາວ ແລະ ກອງທັບປະຊາຊົນ ຫວຽດນາມໃນສະພາບການ ໃໝ່ ແລະ ບົດນິພົນການສູ້ຮົບ ປ້ອງກັນບໍລິເວນແຂວງໄຊຍະ ບູລີໃນສະພາບການໃໝ່ ສ່ວນ ວຽກງານປະຫັວດສາດຈະ ຊ່ວຍປະກອບສ່ວນຂຽນໂຄງ ການປະຫັວດສາດຮ່ວມສຳພັນສູ້ຮົບຂອງກຳລັງເປັນກາງຮັກ ຊາດແຕ່ປີ 1960-1975. ໃນໂອກາດນີ້ຫົວໜ້າກົມວິ ທະຍາສາດ-ປະຫວັດສາດການ ທະຫານ ຍັງໄດ້ເນັ້ນໜັກໃຫ້ສອງພາກສ່ວນກ່ຽວຂ້ອງຈົ່ງເພີ່ມທະວີ ວຽກງານພົວພັນຕ່າງປະເທດ ຕາມແນວທາງຂອງພັກອອກ ແຮງສຶກສາຄົ້ນຄ້ວາຮໍ່າຮຽນ ຖອດຖອນເອົາບົດຮຽນນຳວິຊາການທີ່ມາຊ່ວຍຄັ້ງນີ້ເຮັດໃຫ້ ວຽກງານທີ່ໄດ້ຮັບການມອບ ໝາຍຈາກສອງກະຊວງປະສົບ ຜົນສຳເລັດເປັນຢ່າງດີເພີ່ມທະ ວີສາຍພົວພັນຮ່ວມມືແບບພິເສດ ສອງພັກ, ສອງລັດ ແລະ ສອງ ກະຊວງປ້ອງກັນປະເທດລາວ ແລະ ຫວຽດນາມໃຫ້ໝັ້ນຄົງທະ ນົງແກ່ນຕະຫຼອດໄປ. ໂດຍ: ສອນໄຊ ສຸກສິງຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ