ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ ຮັບ ຫໍສະໝຸດ ແລະ ຫໍມູນເຊື້ອຂອງກອງບັນຊາການທະຫານແຂວງຊຽງຂວາງ
ເວລາອອກຂ່າວ: 2019-07-02 09:49:09 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 70 | ຄວາມນິຍົມ:



ໂຄງການກໍ່ສ້າງຫໍສະໝຸດ ແລະ ຫໍມູນເຊື້ອຂອງກອງບັນຊາ ການທະຫານແຂວງຊຽງຂວາງ ທີ່ໄດ້ເລີ່ມລົງມືກໍ່ສ້າງມາແຕ່ ກາງເດືອນ ມັງກອນ ປີ 2019 ແລະ ມາເຖິງທ້າຍເດືອນ ມິຖຸນາ ປີ 2019 ແມ່ນໄດ້ສຳເລັດຕາມ ແຜນການ ແລະ ຈັດພິທີມອບຮັບ ໃນວັນທີ 30 ມິຖຸນາ 2019 ນີ້. ຫໍສະໝຸດ ແລະ ຫໍມູນເຊື້ອດັ່ງກ່າວມີລວງຍາວ 20,20 ແມັດ, ກວ້າງ 17,70 ແມັດ, ສ້າງ ດ້ວຍເບຕົງເສີມເຫຼັກທີ່ແໜ້ນ ໜາຖາວອນ, ມຸງດ້ວຍຊີແພັກ, ມີຫໍສະໝຸດ, ຫໍມູນເຊື້ອ, ຫ້ອງ ປະຈຳການ ມີ 2 ຫ້ອງນ້ຳ, ມີລະ ບົບໄຟຟ້າ, ນໍ້າປະປາ, ລວມ ມູນຄ່າການກໍ່ສ້າງທັງໝົດ 4 ຕື້ ດົງ ເຊິ່ງເປັນທຶນຊ່ວຍເຫຼືອລ້າ ຈາກກອງບັນຊາການທະຫານ ເຂດ 4 ກອງທັບປະຊາຊົນຫວຽດ ນາມ. ກ່າວມອບຫໍສະໝຸດ ແລະ ຫໍມູນເຊື້ອໃນຄັ້ງນີ້ ໂດຍ ສະຫາຍ ພົນຈັດຕະວາ ຮ່າເຕິນຕ້ຽນ ຮອງ ຫົວໜ້າການທະຫານກອງບັນຊາ ການທະຫານເຂດ 4 ກອງທັບປະ ຊາຊົນຫວຽດນາມ ແລະ ກ່າວ ຮັບໂດຍ ສະຫາຍ ພັນເອກ ຂັນ ທອງ ວົງອຳຄາ ກຳມະການພັກ ແຂວງ ຫົວໜ້າການເມືອງກອງ ບັນຊາການທະຫານແຂວງຊຽງ ຂວາງ. ໂດຍຊ້ອງໜ້າ ສະຫາຍ ບົວສອນ ສີນວນທອງ ຮອງເລ ຂາພັກແຂວງ ຮອງເຈົ້າແຂວງໆ ຊຽງຂວາງ ພ້ອມດ້ວຍພະນັກ ງານຫຼັກແຫຼ່ງສອງຝ່າຍລາວ-ຫວຽດນາມເຂົ້າຮ່ວມເປັນສັກຂີ ພະຍານ. ໃນໂອກາດດັ່ງກ່າວນີ້ ສະຫາຍ ພັນເອກ ຂັນທອງ ວົງອຳຄາ ກໍ ໄດ້ກ່າວສະແດງຄວາມຂອບອົກ ຂອບໃຈ ແລະ ຮູ້ບຸນຄຸນຢ່າງລົ້ນ ເຫຼືອຕໍ່ກອງບັນຊາການທະຫານ ເຂດ 4 ກອງທັບປະຊາຊົນຫວຽດ ນາມ ທີ່ໄດ້ປະກອບສ່ວນພັດທະ ນາກອງບັນຊາການທະຫານ ແຂວງຊຽງຂວາງ ພ້ອມທັງໃຫ້ ການຢືນຢັນວ່າຈະນຳໃຊ້ຫໍສະ ໝຸດ ແລະ ຫໍມູນເຊື້ອດັ່ງກ່າວເຂົ້າ ໃນໜ້າທີ່ວຽກງານໃຫ້ເກີດປະ ໂຫຍດສູງ. ໂດຍ: ສົມຮັກ ຈັນທະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ