ລັດຖະບານກຳລັງຈະພິຈາລະນາປັບປຸງລາຄາໄຟຟ້າທີ່ມີລາຄາດຽວ ພ້ອມຫຼຸດ 50% ສຳລັບຜູ້ມີລາຍຮັບຕ່ຳ
ເວລາອອກຂ່າວ: 2019-07-02 09:51:27 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 83 | ຄວາມນິຍົມ:
ຂປລ. ຄະນະລັດຖະບານ ກໍາ
ລັງຂຸ້ນຂ້ຽວພິຈາລະນາ ກ່ຽວກັບ
ການປັບປຸງລາຄາໄຟຟ້າຄືນໃໝ່ ສຳລັບປີ 2019-2025 ຈາກ 2
ຮູບແບບ ທີ່ສະເໜີໂດຍກະຊວງພະ ລັງງານ ແລະ ບໍ່ແຮ່ ຄື ຮູບແບບ ເດີມທີ່ມີ 6 ລາຄາ ແລະ ຮູບແບບ
ໃໝ່ທີ່ມີລາຄາດຽວ, ເຊິ່ງຜູ້ແທນ ສ່ວນຫລາຍແມ່ນເຫັນດີ ໃນຮູບ ແບບໃໝ່ທີ່ມີລາຄາດຽວ.
ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ສຳພາດໃນໂອ ກາດເຂົ້າຮ່ວມກອງປະຊຸມລັດ ຖະບານ ເປີດກວ້າງຄັ້ງທີ 1 ປີ 2019 ໃນວັນທີ 27 ມິຖຸນາ 2019 ນີ້ວ່າ: ການປັບປຸງລາຄາ ໄຟຟ້າຄືນໃໝ່ນີ້, ແມ່ນເພື່ອຮັບປະ
ກັນໃຫ້ລາຄາໄຟຟ້າສອດຄ່ອງ ກັບສະພາບການພັດທະນາເສດ ຖະກິດ-ສັງຄົມ ແລະ ແທດເໝາະ
ກັບເປົ້າໝາຍການຊົມໃຊ້ ແລະ ປະເພດຜູ້ຊົມໃຊ້, ທັງຮັບປະກັນ ໃຫ້ລາຄາໄຟຟ້າ ມີສະຖຽນລະ ພາບ ແລະ ບໍ່ມີຜົນກະທົບຕໍ່ການ
ລົງທຶນ ໃນການພັດທະນາໄຟຟ້າ.
ໃນກອງປະຊຸມ, ບັນດາຜູ້ແທນ ໄດ້ເຫັນດີໃຫ້ກໍານົດເອົາປະເພດ ລາຄາດຽວ, ເຊິ່ງໃນຮູບແບບນີ້ ແມ່ນຈະມີນະໂຍບາຍພິເສດຕໍ່ຜູ້ ທີ່ມີລາຍຮັບຕຳ່ ຄື ຈະຫລຸດລາ ຄາລົງ 50% ສຳລັບຜູ້ທີ່ຊົມໃຊ້ ໄຟຟ້າແຕ່ 0-50 ກິໂລວັດໂມງ (ຕາມການສະເໜີຂອງກະຊວງ ພະລັງງານ ແລະ ບໍ່ແຮ່), ໃນນັ້ນ
ບັນດາຜູ້ແທນໄດ້ສະເໜີ ໃຫ້ຄະ ນະລັດຖະບານພິຈາລະນາຄືນ ໂດຍໃຫ້ກຳນົດແຕ່ 0-150 ກິໂລ ວັດໂມງ ເປັນລາຄານະໂຍບາຍ. ໃນການປັບປຸງໃໝ່ນີ້, ລາຄາໄຟຟ້າສຳລັບປະເພດທີ່ຢູ່ອາໄສແມ່ນ 700 ກີບ/ກິໂລວັດໂມງ ໃນປີ 2019 ແລະ ຈະເພີ່ມຂຶ້ນປີລະ 1% ໄປຈົນຮອດປີ 2025, ສໍາ ລັບປະເພດກະສິກຳ ແລະ ອຸດສາ ຫະກຳ (ທັງປູກ, ທັງລ້ຽງ) ທີ່ ນຳໃຊ້ໄຟຟ້າແຮງດັນ 0,4 ກິໂລ ໂວນ ແມ່ນ 526 ກີບ/ກິໂລວັດໂມງ, ສໍາລັບໂຮງງານອຸດສາຫະກຳ ແລະ ໂຮງງານປຸງແຕ່ງກະສິກຳ ທີ່ຕິດພັນກັບການຄ້ຳ ປະກັນສະ ບຽງອາຫານແມ່ນ 600 ກີບ/ກິ ໂລວັດໂມງ. ໃນຂະນະດຽວກັນ, ລາຄາສຳລັບທຸລະກິດຂະໜາດ ກາງ ແລະ ຂະໜາດນ້ອຍ ແມ່ນ ຫລຸດລົງຈາກ 779 ກີບ ເຫລືອ 761 ກີບ/ກິໂລວັດໂມງ. ສຳລັບ ລາຄາໄຟຟ້າແຮງກາງ 22 ກິໂລ ໂວນ ແມ່ນຈະຫລຸດລົງ 12-15% ແລະ ລະບົບ 115 ກິໂລໂວນ ແມ່ນຈະຫລຸດລົງ 7-16%, ເຊິ່ງ
ອີງຕາມປະເພດຂອງການຊົມ ໃຊ້. ສຳລັບໄຟຟ້າທີ່ຂາຍໃຫ້ນິຄົມອຸດສາຫະກຳ, ເມືອງສະມາດຊີຕີ ທີ່ກຳລັງສ້າງຕັ້ງ, ເສັ້ນທາງລົດ ໄຟ ຫລື ໂຄງການອື່ນໆ ທີ່ເປັນອັນ
ພິເສດຂອງລັດຖະບານ ຄາລາ ແມ່ນ 620 ກີບ/ກິໂລວັດໂມງ, ເຊິ່ງ ລາຄາແຕ່ລະປະເພດແມ່ນຈະເພີ່ມຂຶ້ນປີລະ 1% ຈົນຮອດປີ 2025 ຈຶ່ງຈະມີການຄົ້ນຄວ້າຕື່ມອີກ.
ທ່ານ ຄຳມະນີ ອິນທິລາດ ກ່າວຕື່ມວ່າ: ການປັບປຸງຄາລາ ໄຟຟ້າໃນຄັ້ງນີ້, ສ່ວນໃຫຍ່ແມ່ນ ຫລຸດລົງ, ແຕ່ຈະມີຈຳນວນໜຶ່ງ ທີ່ຍັງຮັກສາໄວ້ຄືເກົ່າ ເນື່ອງຈາກ
ວ່າເປັນການດຳເນີນທຸລະກິດທີ່ ເຫັນວ່າມີປະສິດທິຜົນຢູ່. ລາຄາ ໃໝ່ທີ່ໄດ້ປັບປຸງຄາດວ່າຈະມີການ ປະກາດໃຊ້ ໃນໄວໆນີ້, ເຊິ່ງຕ້ອງ ໄດ້ລໍຖ້າແຈ້ງການຂອງລັດຖະ ບານອອກມາ ຈຶ່ງຈະໄດ້ປະກາດ ໃຊ້. ໃນປັດຈຸບັນ, ການຊົມໃຊ້ໄຟ
ຟ້າປະເພດທີ່ຢູ່ອາໄສມີ 6 ຂັ້ນ, ເຊິ່ງແຕ່ລະຂັ້ນ ມີລາຄາທີ່ແຕກ ຕ່າງກັນ ຈາກລາຄາຕ່ຳສຸດ 348
ກີບ/ກິໂລໂວນ ຈົນໄປຮອດ 999
ກີບ/ກິໂລໂວນ. ປັດຈຸບັນ, ທົ່ວປະ
ເທດ ມີແຫຼ່ງຜະລິດໄຟຟ້າແລ້ວ 63
ແຫ່ງ ລວມກຳລັງຕິດຕັ້ງກຳລັງ ການຜະລິດທັງໝົດ 7.213 ເມ ກາວັດ, ສາມາດຜະລິດກະແສ ໄຟຟ້າໄດ້ປະມານ 37.035 ລ້ານ
ກິໂລວັດໂມງ. ພ້ອມດຽວກັນນີ້, ກໍຍັງມີແຫຼ່ງຜະລິດພະລັງງານ ໄຟຟ້າທີ່ກໍາລັງກໍ່ສ້າງ ແລະ ກຳ ລັງຈະລົງມືກໍ່ສ້າງ 37 ແຫ່ງ ແລະ ຄາດຄະເນວ່າຈະສຳເລັດທັງໝົດ ໃນປີ 2020-2021, ໃນເວລານັ້ນ ປະເທດລາວຈະມີແຫຼ່ງຜະລິດ ພະລັງງານໄຟຟ້າ 100 ແຫ່ງ, ມີ
ກຳລັງຕິດຕັ້ງປະມານ 13.062 ເມກາວັດ, ໃນນີ້ ປະມານ 85% ຈະສົ່ງອອກໄປຈຳໜ່າຍຢູ່ຕ່າງ ປະເທດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ