ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມກະກຽມຫັດແອບເຝິກຊ້ອມ ກອບກູ້ໄພພິບັດຊ່ວຍເຫຼືອດ້ານການແພດລະຫວ່າງກອງທັບ ລາວ - ຈີນ
ເວລາອອກຂ່າວ: 2019-07-03 10:02:50 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 85 | ຄວາມນິຍົມ:



ກອງປະຊຸມກະກຽມຄວາມ ພ້ອມໃຫ້ແກ່ການຫັດແອບເຝິກ ຊ້ອມກອບກູ້ໄພພິບັດຊ່ວຍເຫຼືອ ມະນຸດສະທຳດ້ານການແພດ ແລະ ກິດຈະກຳດ້ານການແພດ “ ຂະ ບວນລົດໄຟສັນຕິພາບ ປີ 2019” ລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນ ຈີນ ຈັດຂຶ້ນໃນວັນທີ 2 ກໍລະກົດ 2019 ທີ່ກົມໃຫຍ່ພະລາທິການ ກອງທັບ ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ຫົວໜ້າກົມໃຫຍ່ພະ ລາທິການກອງທັບ,ທັງເປັນຫົວ ໜ້າຄະນະຊີ້ນຳ, ມີບັນດາຄະນະຊີ້ ນຳ,ອະນຸກຳມະການ ແລະ ຂະ ແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການ ແຕ່ງຕັ້ງຄະນະຊີ້ນຳ ແລະ ອະນຸກຳ ມະການຕ່າງໆເຂົ້າຮ່ວມການຫັດ ແອບ, ເຝິກຊ້ອມກູ້ໄພພິບັດຊ່ວຍ ເຫລືອມະນຸດສະທຳດ້ານການ ແພດ ແລະ ກິດຈະກຳດ້ານການ ແພດ “ ຂະບວນລົດໄຟສັນຕິພາບ ປີ 2019”ລະຫວ່າງກອງທັບປະ ຊາຊົນລາວ ແລະ ກອງທັບ ປົດ ປ່ອຍປະຊາຊົນຈີນ ທີ່ຈະຈັດຂຶ້ນ ໃນລະຫວ່າງວັນທີ 13-26 ສິງ ຫາ 2019 ຢູ່ ແຂວງຊຽຽຂວາງ, ຈຳປາສັກ,ອັດຕະປື ແລະ ນະຄອນ ຫຼວງວຽງຈັນ ເພື່ອສືບຕໍ່ເສີມສ້າງສາຍພົວພັນອັນດີງາມ ລະຫວ່າງ ກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນ ໂດຍສະເພາະວຽກງານການອົບ ຮົມຫັດແອບຮ່ວມໃນການຊ່ວຍ ເຫຼືອຜູ້ຖືກຜົນກະທົບໄພພິບັດທາງທຳມະຊາດ, ເປັນການຍົກລະດັບໃນການກູ້ໄພ,ການແກ້ໄຂສຸກເສີນ ໃນເຫດການໄພພິບັດທາງທຳມະ ຊາດ ຂອງພະນັກງານແພດໝໍ ໃຫ້ສູງຂຶ້ນ ສາມາດຕອບສະໜອງ ໄດ້ຕາມຄວາມຮຽກຮ້ອງຕ້ອງ ການໃນສະພາບສຸກເສີນ ແລະ ຕໍ່ກັບໄພພິບັດຕ່າງໆທີ່ນັບມື້ເກີດ ຂຶ້ນຫຼາຍ ພ້ອມທັງມີແນວໂນ້ມ ຮຸນແຮງຂຶ້ນ, ທັງເປັນການທົດ ສອບຄວາມສາມາດໃນການນຳ ໃຊ້ພາຫະນະເຕັກນິກທາງການ ແພດຊະນິດຕ່າງໆ ເຂົ້າໃນພາລະ ກິດກອບກູ້ຊີວິດຂອງຜູ້ບາດເຈັບ ໃນເຫດການໄພພິບັດ ແລະ ສຸກ ເສີນຕ່າງໆໃຫ້ທັນການ ເພື່ອກຳ ແໜ້ນການຈັດຕັ້ງຊີ້ນຳ-ນຳພາ ການວາງແຜນນຳໃຊ້ກຳລັງຕົວ ຈິງ ຂອງການກອບກູ້ຜູ້ບາດເຈັບ ໃນເຫດການ ສຸກເສີນ ແລະ ໄພ ພິບັດຕ່າງໆ. ໃນກອງປະຊຸມບັນດາຄະນະຊີ້ ນຳ ແລະ ອະນຸກຳມະການ ໄດ້ປະ ກອບຄຳເຫັນແລກປ່ຽນ ເຊິ່ງກັນ ແລະ ກັນ ໃສ່ໃນຮ່າງການກະ ກຽມການຫັດແອບ,ເຝິກຊ້ອມກູ້ ໄພພິບັດ ຊ່ວຍເຫລືອມະນຸດສະທຳ ດ້ານການແພດ ແລະ ກິດຈະກຳ ດ້ານການແພດ “ ຂະບວນລົດໄຟ ສັນຕິພາບ ປີ 2019” ເພື່ອເຮັດ ໃຫ້ບັນດາເນື້ອໃນຄົບຖ້ວນສົມ ບູນຮັບປະກັນການຮັບໃຊ້ວຽກ ງານຄັ້ງນີ້ສໍາເລັດຜົນຢ່າງສູງ. ໂອກາດນີ້, ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ໄດ້ຮຽກຮ້ອງ ໃຫ້ ຄະນະຊີ້ນຳ,ອະນຸກຳມະການ ຕ່າງໆ ແລະ ຂະແໜງການກ່ຽວ ຂ້ອງເອົາໃຈໃສ່ປະຕິບັດຕາມ ແຜນການ ແລະ ມີຄວາມຮັບຜິດ ຊອບສູງເພື່ອຮັບປະກັນຄວາມ ພ້ອມທາງດ້ານເນື້ອໃນ, ພະຫະ ນະເຕັກນິກດ້ານການແພດ ແລະ ອື່ນໆ ຮັບປະກັນຄວາມພ້ອມໃຫ້ ທັນກັບເວລາ ແລະ ສະພາບການ ຕົວຈິງເຮັດໃຫ້ການຫັດແອບ,ເຝິກ ຊ້ອມກູ້ໄພພິບັດຊ່ວຍເຫຼືອມະນຸດ ສະທຳດ້ານການແພດ ແລະ ກິດ ຈະກຳດ້ານການແພດ “ ຂະບວນ ລົດໄຟສັນຕິພາບ ປີ 2019 ຄັ້ງ ນີ້ປະສົບຜົນສໍາເລັດຢ່າງຈົບ ງາມ. ໂດຍ: ໂຊເລ້



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ