ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພິທີມອບ - ຮັບໂຄງການກໍ່ສ້າງເຮືອນນອນສູນເຝິກກອງພົນທີ 4
ເວລາອອກຂ່າວ: 2019-07-04 08:48:52 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 83 | ຄວາມນິຍົມ:



ໃນວັນທີ 29 ມິຖຸນາ 2019 ນີ້, ທີ່ສູນເຝິກກອງພົນທີ 4 ໄດ້ ຈັດພິທີມອບ-ຮັບໂຄງການກໍ່ ສ້າງເຮືອນນອນພະນັກງານ-ນັກ ຮົບ, ໂດຍການເຂົ້າຮ່ວມຂອງສະ ຫາຍ ພັນເອກ ຄໍາຍໍ ລິນສົມພູ ຫົວ ໜ້າການທະຫານກອງພົນທີ 4 , ສະຫາຍ ພັນເອກ ຄໍາໄຂ ວິໄລເຄືອ ຫົວໜ້າການເມືອງກອງພົນທີ 4 ແລະ ມີສະຫາຍ ພົນຈັດຕະວາ ຮ່າ ເຕິນຕຽນ ຮອງຫົວໜ້າກອງບັນ ຊາການທະຫານເຂດ 4 ກອງທັບ ປະຊາຊົນຫວຽດນາມ, ພ້ອມ ດ້ວຍຄະນະພັກ-ຄະນະບັນຊາ, ອົງ ການ 5 ຫ້ອງ, ກຸ່ມບໍລິສັດໂກເອັກ ໂກ ສສ ຫວຽດນາມ ແລະ ມີຄະ ນະພັກ-ຄະນະບັນຊາ ຕະຫຼອດ ຮອດພະນັກງານ-ນັກຮົບສູນເຝິກ ກອງພົນທີ 4 ເຂົ້າຮ່ວມ. ໂຄງການກໍ່ສ້າງເຮືອນນອນ ພະນັກງານ-ນັກຮົບຫຼັງໃໝ່ຂອງ ສູນເຝິກກອງພົນທີ 4 ດັ່ງກ່າວ ເປັນອາຄານເຮືອນຊັ້ນດຽວ, ເສົາ ແລະ ຄານເບຕົງເສີມເຫຼັກ, ມຸງ ດ້ວຍກະເບື້ອງ, ມີໄຟ້ຟ້າ ແລະ ນໍ້າ ປະປາຄົບຊຸດ, ມີຄວາມຍາວ 50 ແມັດ, ກວ້າງ 5 ແມັດ, ມີມູນຄ່າ ໃນການກໍ່ສ້າງ 4 ຕື້ດົງ (ສະກຸນ ເງິນຫວຽດນາມ) ເລີ່ມລົງມືກໍ່ ສ້າງແຕ່ເດືອນມັງກອນປີ 2019 ຈົນເຖິງກາງເດືອນມິຖຸນາ 2019 ໄດ້ສ້າງສຳເລັດ 100% ໄລຍະເວ ລາໃນການກໍ່ສ້າງ 6 ເດືອນ ແລະ ມອບຮັບຢ່າງເປັນທາງການໃຫ້ ແກ່ກອງພົນທີ 4 ເພື່ອນໍາໃຊ້ ແລະ ອໍານວຍຄວາມສະດວກໃນການ ເຝິກອົບຮົມພະນັກງານ-ນັກຮົບທີ່ເຂົ້າມາຮຽນຢູ່ໃນສູນເຝິກກອງ ພົນທີ 4, ອາຄານດັ່ງກ່າວແມ່ນ ທຶນຊ່ວຍເຫຼືອລ້າຂອງກະຊວງ ປ້ອງທະເທດ ສສ ຫວຽດນາມ ແລະ ຮັບເໝົາກໍ່ສ້າງໂດຍກຸ່ມບໍ ລິສັດໂກເອັກໂກ ສສ ຫວຽດນາມ. ສະຫາຍ ພັນເອກ ຄຳຍໍ ລິນ ຊົມພູ ຫົວໜ້າການທະຫານກອງ ພົນທີ 4 ໄດ້ຕາງໜ້າຄະນະພັກ-ຄະນະບັນຊາກອງພົນທີ 4 ສະ ແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການນໍາກະຊວງປ້ອງກັນປະ ເທດ ສສ ຫວຽດນາມ, ໂດຍສະ ເພາະ ສະຫາຍ ພົນຈັດຕະວາ ຮ່າ ເຕິນຕຽນ ຮອງຫົວໜ້າກອງບັນ ຊາການທະຫານເຂດ 4 ກອງທັບ ປະຊາຊົນຫວຽດນາມ ແລະ ກຸ່ມ ບໍລິສັດໂກເອັກໂກ ທີ່ໃຫ້ຄວາມ ຊ່ວຍເຫຼືອກອງພົນທີ 4 ໃນຄັ້ງນີ້. ໂດຍ: ສຸລິວັນ ແສນບຸດຕະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ